ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ​ຕໍາຫລວດ​ອັງກິດລາອອກ ຍ້ອນຂ່າວນອງນັນ ເລື່ອງດັກຟັງໂທລະສັບ.


ນາຍົກລັດຖະມົນຕີອັງກິດ ທ່ານ David Cameron
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ຈະໄດ້ຕັດການຢ້ຽມຢາມອາຟຣິກາ
ໃຫ້ສັ້ນລົງ ເພື່ອກັບ​ຄືນ​ເມືອ​ຈັດການກັບ​ຂ່າວ​ນອງນັນ ກ່ຽວກັບການ​ດັກ​ຟັງ​ແລະລັກເອົາ ຂໍ້ມູນທາງໂທລະສັບ.

ລັດຖະສະພາ​ອັງກິດ​ໄດ້​ມີ​ກໍານົດ​ຈະ​ຢຸດ​ພັກ​ເປັນ​ເວລາ 6 ອາທິດ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ​ແຕ່
ບັດ​ນີ້ອາດ​ຈະ​ມີ​ປະຊຸມ​ພິ​ເສດ​ກັນ​ໃນ​ວັນພຸດ.

ຫົວໜ້າ​ຕໍາຫລວດ​ອັງກິດໄດ້ລາອອກຈາກຕໍາແໜ່ງໃນວັນອາທິດວານນີ້ ສືບເນື່ອງ
ມາຈາກການກ່າວຫາ ກ່ຽວກັບວິທີການ​ສືບສວນ​ຂອງ​ຕໍາຫລວດ​ກ່ຽວ​ກັບ​ຂ່າວ​ນອງ​ນັນ
ດັ່ງກ່າວ ທີ່​ພົວພັນ​ກັບນັກຂ່າວຂອງອົງການ​ຂ່າວ​ໃຫຍ່​ຂອງ​ອັງກິດ News of the
World ທີ່​ຖືກ​ປິດ​ລົງ​ແລ້ວນັ້ນ.

ທ່ານ Paul Stephenson ໄດ້ບອກກັບນັກຂ່າວ​ໃນ​ວັນ​ອາທິດ​ວານ​ນີ້ວ່າ ທ່ານບໍ່ໄດ້
ເຮັດຫຍັງຜິດ, ແຕ່ທ່ານກ່າວວ່າ ທ່ານບໍ່ຢາກໃຫ້ການຕໍາໜິຕິຕຽນກ່ຽວກັບ ການປະພຶດ
ຂອງ​ທ່ານ ​ໄປຫັນເຫຫລືລົບກວນການ​ປະຕິບັດ​ໜ້າ​ທີ່ຂອງກົມ​ຕໍາຫລວດ.

ຕໍາຫຼວດຂອງອັງກິດໄດ້ຖືກກ່າວຫາວ່າ ຮັບ​ເອົາເງິນສິນບົນຈາກພວກນັກຂ່າວຂອງ News
of the World ແລະບໍ່ໄດ້ເຮັດໜ້າທີ່ຢ່າງພຽງພໍໃນການສືບສວນ ກ່ຽວ​ກັບການດັກ​ຟັງ
ເພື່ອລັກລອບເອົາຂໍ້ມູນທາງໂທລະສັບນັ້ນ.

ອົງການຂ່າວ News of the World ໄດ້ປິດລົງນຶ່ງອາທິດກ່ອນນີ້ ຫລັງ​ຈາກ ທີ່ມີການ
ກ່າວ​ຫາວ່າ ພວກນັກຂ່າວ​ຂອງ​ຕົນ​ໄດ້ລັກເອົາຂໍ້ມູນທາງ​ໂທລະສັບຫຼືດັກຟັງ​ໂທລະ​ສັບ
ມືຖືຢ່າງຜິດກົດໝາຍ ຂອງພວກຄົນດັງ, ນັກການເມືອງ, ພວກນັກຂ່າວທີ່ຊິງ​ດີ​ຊິງ​ເດ່​ນກັນ
ຫຼືແມ້ກະທັງພວກ​ທີ່​ຖືກ​ຄາດ​ຕະກໍາ. ນອກ​ນັ້ນ ຍັງ​ມີ​ການສົງໄສກັນ​ອີກ​ວ່າ ພວກນັກຂ່າວ
ໄດ້ໃຫ້ສິນບົນ​ແກ່ຕໍາຫຼວດນໍາ.

XS
SM
MD
LG