ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກລັດຖະມົນຕີອັງກິດ ຈະຕອບຂໍ້ຊັກຖາມ ຢູ່ສະພາແຫ່ງຊາດ


ທ່ານ David Cameron ນາຍົກລັດຖະມົນຕີອັງກິດ
ທ່ານ David Cameron ນາຍົກລັດຖະມົນຕີອັງກິດ


















ທ່ານ David Cameron ນາຍົກລັດຖະມົນຕີອັງກິດຈະ​ໄປ​ຕອບ​ຂໍ້​ຊັກຖາມ​ຕ່າງໆ​ໃນ​ສະພາ
ໃນ​ວັນ​ພຸດ​ມື້​ນີ້​ ກ່ຽວ​ກັບ​ຄວາມ​ສໍາພັນ​ຂອງ​ທ່ານ​ ກັບພວກ​ຫົວໜ້າ​ບໍລິຫານ​ຄົນ​ສໍາຄັນໆ​ຈາກ​
ບໍລິສັດ​ສື່​ມວນ​ຊົນ​ຍັກ​ໃຫຍ່​ທ່າມ ກາງ​ຂ່າວ​ນອງ​ນັນ​ເລື້ອງ​ການ​ລັກ​ຟັງໂທລະສັບ​ນັ້ນ.

ທ່ານ Cameron ປະ​ເຊີນ​ກັບ​ການ​ຕໍາ​ໜິຕິຕຽນ​ ຍ້ອນ​ການ​ຕັດສິນ​ໃຈ​ຂອງທ່ານ​ໃນ​ການ​
ວ່າ​ຈ້າງ​ອະດີດ​ບັນນາທິການ​ຂອງ​ໜັງສືພິມສະບັບນຶ່ງ ຊຶ່ງ​ປັດຈຸບັນ​ອັດ​ກິດຈະການ​ແລ້ວ​ນັ້ນ
ທີ່​ຖືກ​ກ່າວ​ຫາ​ວ່າ​ລັກ​ຟັງ​ໂທລະສັບ​ມື​ຖື​ຂອງ​ແມ່ຍິງ​ໄວ​ລຸ່ນທີ່ຖືກຂ້າຕາຍຄົນ​ນຶ່ງ​ ​ພວກ​ທະຫານ
ທີ່ເສຍຊີວິດ ແລະ​ບຸກຄົນ​ອື່ນໆ​ອີກ​ຈໍານວນ​ນຶ່ງ​ນັ້ນ.

ທ່ານ Andy Coulson ອະດີດ​ບັນນາທິການໜັງສືພິມສະບັບນີ້ ​ໄດ້​ເປັນ​ຫົວໜ້າ​ຝ່າຍ​ຕິດ
ຕໍ່ປະສານງານ​ປະ​ຈໍານາຍົກລັດຖະມົນຕີ ກ່ອນທ່ານລາ​ອອກ​ຈາກ​ຕໍາ​ແໜ່​ງ​ໄປ​ໃນ​ເດືອນ​ມັງ
ກອນ​ປີ​ນີ້. ທ່ານ Coulson ໄດ້​ຖືກ​ຈັບ​ກຸມ​ທີ່​ມີ​ສ່ວນ​ພົວພັນ​ກັບ​ຂ່າວ​ນອງ​ນັນ​ທີ່​ວ່າ​ນີ້.

ບັນດາ​ພັກ​ຝ່າຍ​ຄ້ານ​ອັງກິດ​ຍັງ​ໄດ້​ຕໍາ​ໜິຕິຕຽນ​ການ​ພົບປະ​ກັນ​ເລື້ອຍໆຂອງ​ນາຍົກລັດຖະມົນ
ຕີກັບພວກ​ຫົວໜ້າ​ບໍລິຫານ​ຈາກ​ບໍລິສັດ​ຂ່າວ News Corporation ​ຂອງ​ທ່ານ Rupert
Murdoch ຊຶ່ງເປັນ​ເຈົ້າ​ຂອງ​ໜັງສືພິມທີ່ຖືກຍຸບນຳນັ້ນ.

ທ່ານ Cameron ​ໄດ້​ເປີດ​ເຜີຍ​ໃນ​ສັບປະດາ​ຜ່ານ​ມາ​ວ່າ ທ່ານ​ໄດ້​ພົບ​ປະ​ກັບ​ພວກ​ຫົວໜ້າ​
ຂອງ​ບໍລິສັດຂ່າວດັ່ງກ່າວ 26 ຄັ້ງ​ໃນ​ລະຫວ່າງ​ການ​ດໍາລົງ​ຕໍາ​ແໜ່​ງນາຍົກ​ລັດຖະມົນຕີ​ມາ
14 ​ເດືອນ ຊຶ່ງ​ເປັນ​ຈໍານວນ 2 ​ເທົ່າ​ຂອງ​ການ​ພົບ​ປະ​ກັບ​ພວກ​ອົງການ​ສື່​ມວນ​ຊົນ​ອື່ນໆ.

XS
SM
MD
LG