ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການເມືອງປາກິສຖານ ຖືກແທງເສຍຊີວິດຢູ່ອັງກິດ


ນັກການເມືອງປາກິສຖານ ຖືກແທງເສຍຊີວິດຢູ່ອັງກິດ
ນັກການເມືອງປາກິສຖານ ຖືກແທງເສຍຊີວິດຢູ່ອັງກິດ

ນະຄອນກາຣາຈີຊຶ່ງເປັນຫົວເມືອງໃຫຍ່ສຸດຂອງປາກິສຖານ ງຽບສະຫງົບ ໃນວັນສຸກມື້ນີ້ ຫຼັງຈາກມີຂ່າວແພ່ສະພັດວ່າ ນັກການເມືອງປາກິສຖານ ທີ່ລີ້ໄພຢູ່ກຸງລອນດອນ ໄດ້ຖືກແທງຕາຍ ຢູ່ນອກເຮືອນຂອງຜູ້ກ່ຽວ.

ສົບຂອງນາຍ Imran Farooq ສະມາຊິກຂະບວນການ Muttahida Quami ຂອງປາກິສຖານ ໄດ້ຖືກພົບເຫັນ ໃນຕອນແລງ ຂອງວັນພະຫັດວານນີ້ ໂດຍມີຮອຍແຮງຢູ່ ຫຼາຍໆບ່ອນ ແລະໄດ້ຮັບບາດເຈັບທີ່ຫົວ. ຕຳຫຼວດອັງກິດ ກ່າວວ່າ ຍັງບໍ່ທັນມີການຈັບກຸມ ກ່ຽວກັບຄະດີນີ້ເທື່ອ.

ຫ້າງຮ້ານ ແລະຮ້ານອາຫານ ຫຼາຍໆບ່ອນ ໃນນະຄອນກາຣາຈີ ຍັງສືບຕໍ່ ພາກັນອັດກິດ ຈະການ ໃນວັນສຸກມື້ນີ້ ຫຼັງຈາກຂະບວນການ Muttahida Quami ໄດ້ປະກາດໄວ້ທຸກ ເປັນເວລາ 10 ມື້.

ທ່ານ Farooq Sattar ເຈົ້າໜ້າທີ່ອະວຸໂສຄົນນຶ່ງ ຂອງຂະບວນການ Muttahida Quami ບໍ່ຍອມໃຫ້ຄວາມເຫັນກ່ຽວກັບຈຸດປະສົງ ໃນການສັງຫານຄັ້ງນີ້ໂດຍເວົ້າວ່າ ພັກຂອງທ່ານ ຈະລໍຖ້າໃຫ້ຕຳຫຼວດ ເສັດສິ້ນການສືບສວນ.

ທ່ານ Farooq ບໍ່ໄດ້ຍຸ່ງກ່ຽວພົວພັນ ໃນດ້ານການເມືອງ ມາໄດ້ຫຼາຍປີແລ້ວ. ທ່ານໄດ້ຂໍ ລີ້ໄພການເມືອງ ຢູ່ອັງກິດ ເມື່ອ 11 ປີກ່ອນ ຫຼັງຈາກ ເຈົ້າໜ້າທີ່ປາກິສຖານໄດ້ກ່າວຫາ ທ່ານວ່າ ກໍ່ອາດຊະຍາກຳ ຫຼາຍໆຢ່າງ. ແຕ່ທ່ານໄດ້ປະຕິເສດ ຕໍ່ຂໍ້ຫາເຫຼົ່ານີ້.

ຂະບວນການ Muttahida Quami ມີສຳນັກງານໃຫຍ່ ຢູ່ທີ່ເມືອງທ່າກາຣາຈີ ໃນພາກໃຕ້ ປາກິສຖານ ຊຶ່ງພັກດັ່ງກ່າວ ເປັນພາກສ່ວນນຶ່ງ ຂອງລັດຖະບານປະສົມ ທັງຢູ່ໃນແຂວງ Sindh ແລະລັດຖະບານກາງ ຂອງປາກິສຖານ ນຳດ້ວຍ.

XS
SM
MD
LG