ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສາຍ​ການ​ບິນ​ອັງ​ກິດ ເລີ້ມ​ບິນ​ໄປ​ຍັງ ປາ​ກິ​ສ​ຖານ


ເຮືອບິນຂອງ ສາຍການ​ບິນ British Midland Airways (bmi) ແລະ​ເຮືອ​ບິນ​ຂອງສ​າຍ​ການ​ບິນ Lufthansa ທີ່​ເຫັນ​ຢູ່​ສະ​ໜາມ​ບິນສາ​ກົນທີ່ ນະ​ຄອນ Munich ປະ​ເທດ​ເຢຍ​ຣະ​ວັນວັນ​ທີ 9 ມັງ​ກອນ 2018.
ເຮືອບິນຂອງ ສາຍການ​ບິນ British Midland Airways (bmi) ແລະ​ເຮືອ​ບິນ​ຂອງສ​າຍ​ການ​ບິນ Lufthansa ທີ່​ເຫັນ​ຢູ່​ສະ​ໜາມ​ບິນສາ​ກົນທີ່ ນະ​ຄອນ Munich ປະ​ເທດ​ເຢຍ​ຣະ​ວັນວັນ​ທີ 9 ມັງ​ກອນ 2018.

ສາຍ​ການ​ບິນ British Airway (BA) ໃນ​ວັນ​ອາ​ທິດ​ວານ​ນີ້​ໄດ້​ເລີ້ມການບໍ​ລິ​ການໄປ​ຍັງ
​ປະ​ເທດ ປາ​ກິ​ສ​ຖານ , ຫຼັງ​ຈາກ​ຢຸດ​ເຊົາ​ມາ​ເປັນ​ເວ​ລານຶ່ງ​ທົດ​ສະ​ວັດ​.

BA ໄດ້​ຢຸດ​ເຊົາ​ກ​ານບິນ​ໄປ​ຍັງ​ປາ​ກິ​ສ​ຖານ​ໃນ​ປີ 2008 ຫຼັງ​ຈາກຜູ້​ວາງ​ລະ​ເບີດ​ສະ​ລະ​
ຊີບ ໄດ້​ໂຈມ​ຕີ​ສັງ​ຫານ​ຫຼາຍກວ່າ 50 ຄົນ ຢູ່​ໂຮງ​ແຮມ Marriot ໃນ​ນະ​ຄອນ​ຫຼວງອິ​ສ​
ລາ​ມາ​ບັ​ດ.

ການ​ໂຈມ​ຕີ​ດັ່ງ​ກ່າວ ແມ່ນ​ນຶ່ງ​ໃນ​ຫຼາຍ​ເທື່ອ ລະ​ຫວ່າງ​ໄລ​ຍະການ​ກໍ່ຄວາມຮຸນຂອງ​ພວກ
ອິ​ສ​ລາ​ມ ຢູ່ໃນ ​ປາ​ກິ​ສ​ຖານ. BA ກ່າວ​ໃນ​ເວ​ລາ​ນັ້ນ​ວ່າ ຕົນ​ຈະ​ລົບ​ລ້າງ​ການ​ປະ​ຕິ​ບັດ​ງານ
​ໄປ​ຍັງ​ປະ​ເທດ​ທີ່​ຕັ້ງ​ຢູ່​ເຂດ ເອ​ເຊຍ​ໃຕ້ ນັ້ນ, ໂດຍ​ປະ​ກາດ​ວ່າ “ພວກ​ເຮົາ​ຈະ​ບໍ່​ສ່ຽງ​ຕໍ່​ຄວາມ
​ປອດ​ໄພ​ຂອງ​ລູກ​ຄ້າ​, ພ​ະ​ນັກ​ງານ ຫຼື​ເຮືອ​ບິນ ຂອງ​ພວກ​ເຮົາ.”

ແຕ່​ສະ​ພາບ​ການ​ຄວາມ​ປອດ​ໄພ ແຕ່​ນັ້ນ​ມາ​ໄດ້​ດີ​ຂຶ້ນ ແລະ BA ສົ່ງ​ຖ້ຽວ​ບິນໂດຍ​ກົງ​ເທຶ່ອ​
ທຳ​ອິດ​ຈາກ ສະ​ໝ​າມ​ບິນ Heathrow ໃນນະ​ຄອນ​ຫຼວງ​ລອນດອນ ໄປ​ຫ​າ​ນະ​ຄອນ​ ອິ​ສ​
ລາ​ມາ​ບັດ​ ໃນ​ວັນ​ອາ​ທິດ​ວານ​ນີ້, ໄດ້​ກາຍ​ມາ​ເປັນ​ສາຍ​ການ​ເປັນ​ປະ​ເທດ​ຕາ​ເວັນ​ຕົກພຽງ
​ແຕ່​ສາຍ​ການ​ບິນດຽວ ທີ່​ໃຫ້​ບໍ​ລິ​ການ​ປະ​ເທດ ປາ​ກິ​ສ​ຖານ.

ຈົນ​ເຖິງປັດ​ຈຸ​ບັນນີ້ ສາຍ​ການ​ບິນ​ແຫ່ງ​ຊາດ​ປາ​ກິ​ສ​ຖານ PIA ໄດ້​ເປັນ​ພຽງ​ແຕ່​ສາຍ​ການ​
ບິນດຽວ​ທີ່​ບິນ​ໂດຍ​ກົງ​ຈາກ​ປະ​ເທດ ອັງ​ກິດ. ​ສາຍ​ການ​ບິນຂອງ​ເຂດ​ຕາ​ເວັນ​ອອກ​ກາງ​
ຈຳ​ນວນ​ນຶ່ງ ຮວມມີ Qatar, Etihad, Emerates ແລະ ສາຍ​ການ​ບິນ Turkish ​ຍັງ​ໄດ້
ໃຫ້​ບໍ​ລິ​ການ​ສຳ​ລັບປະ​ເທດດັ່ງ​ກ່າວ.

ເສດ​ຖະ​ກິດ​ຂອງ ​ປາ​ກິ​ສ​ຖານ ໄດ້​ອ່ອນແອລົງ​ໂດຍ​ຫຼາຍ​ປີຍ້ອນ​ຄວາມ​ບໍ່​ສະ​ຫງົບ​ທາງ​ການ​
ເມືອງ ແລະ​ ການ​ຖືກໂດດ​ດ່ຽວ​ຈາກ​ຕ່າງ​ປະ​ເທດ ກ່ຽວ​ກັບ ​ການ​ສະ​ໜັບ​ສະ​ໜູນຂອງ​ລັດ​ຖະ​ບານສຳ​ລັບ ​ການ​ກໍ່​ການ​ຮ້າຍ. ລັດ​ຖະ​ບານ​ຂອງ​ນາ​ຍົກ​ອິມ​ຣ​າມ ຄານ ຫວັງ​ວ່າ​ການ​ກັບ​ຄືນ​ມາຂອງ British Airway ສູ່ທ້ອງ​ຟ້າ​ຂອງປະ​ເທດ ຈະ​ສົ່ງ​ສັນ​ຍານ​ໃນ​ທາງບວກ ຕໍ່​ບັນ​ດາ
​ສາຍ​ການ​ບິນ​ຕ່າງ​ປະ​ເທ​ດ​ອື່ນໆ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG