ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍ່ມີຜູ້ບາດເຈັບ ຫລັງຈາກ ມີລາຍງານ ຍິງກັນ ຢູ່ສະຖານີ ລົດໄຟໃຕ້ດິນ ໃນລອນດອນ


ຜູ້ຄົນພາກັນແລ່ນໜີ ອອກໄປສູ່ຖະໜົນອັອກສຟອດ ໃນນະຄອນຫລວງລອນດອນ.
ຜູ້ຄົນພາກັນແລ່ນໜີ ອອກໄປສູ່ຖະໜົນອັອກສຟອດ ໃນນະຄອນຫລວງລອນດອນ.

ຕຳຫລວດໃນ​ນະຄອນຫລວງ​ລອນ​ດອນ ບໍ່​ໄດ້​ພົບ​ເຫັນ​ຜູ້​ໄດ້​ຮັບ​ບາດ​ເຈັບໃ​ນວັນ​ສຸກ​
ວານ​ນີ້ ຫລັງ​ຈາກ​ມີລາຍ​ງານວ່າ ​ໄດ້ເກີດການຍິງ​ກັນ​ຢູ່​ສະຖານີ​ລົດ​ໄຟໃຕ້ດິນທີ່ແອ
ອັດໄປດ້ວຍຜູ້ຄົນແຫ່ງນຶ່ງ.

​ໃນ​ຂັ້ນ​ຕົ້ນ ຕຳຫລວດ​ໄດ້​ຮັບມືກັບສະຖານະການ ຄືກັນກັບວ່າ ເປັນເຫດການທີ່ ພົວ
ພັນ​ກັບ​ການ​ກໍ່​ການ​ຮ້າຍ ​ແຕ່​ຕໍ່​ມາ​ໄດ້​ກ່າວ​ວ່າ​ ເຂົາ​ເຈົ້າ “ບໍ່​ໄດ້​ເຫັນ​ຮ່ອງ​ຮອຍ​ໃດໆ​ຂອງ
​ຜູ້​ຕ້​ອງສົງ​ໄສ ຫລັກ​ຖານ​ຂອງ​ການ​ຍິງກັນ ຫລື​ຜູ້ບາດ​ເຈັບລົ້ມຕາຍ.”

ຕຳຫລວດ​ກ່າວ​ຢູ່​ໃນ​ຖະ​ແຫຼ​ງການສະບັບນຶ່ງວ່າ “ຕາມ​ຂໍ້​ມູນ​ທີ່​ໄດ້​ຮັບ​ມາ​ນັ້ນ ຕຳຫຼວດ
ໃນເຂດນະຄອນຫຼວງ ​ໄດ້​ຮັບມືກັບເຫດການສອດຄ່ອງກັບ​ການ​ປະຕິບັດ​ງານ​ທີ່​ພວກ​
ເຮົາ​ມີ​ຢູ່​ໃນ​ປັດຈຸບັນ ຄື​ກັນກັບ​ວ່າ ​ເຫດການນີ້ແມ່ນການ​ກໍ່​ການ​ຮ້າ​ຍ ຮວມ​ທັງ​ການ​ສົ່ງ​
ເຈົ້າ​ໜ້າ​ທີ່​ຕິດ​ອາວຸດໄປຍັງບ່ອນເກີດເຫດ.”

​ພວກເຈົ້​າໜ້າ​ທີ່ຕິດ​ອາວຸດ ​ແລະ​ບໍ່​ຕິດ​ອາວຸດ​ພາກັນ​ໄປຍັງ​ບ່ອນ​ເກີດ​ເຫດ ​ແລະ​ເຮັດ​ວຽກ
​ຄຽງ​ຂູ່​ກັບ​ເພື່ອນ​ຮ່ວມ​ງານ​ ທີ່ມາຈາກຕຳຫລວດ​ຂົນ​ສົ່ງ​ຂອງອັງກິດ ທີ່​ໄດ້​ກ່າວ​ວ່າ ​ແມ່ຍິງ
​ຄົນ​ນຶ່ງ​ໄດ້​ຮັບ​ “ບາດ​ເຈັບພຽງເລັກ​ນ້ອຍ” ​ໃນ​ຂະນະ​ທີ່​ອອກ​ໄປຈາກ​ບໍລິເວນ​ດັ່ງກ່າວ.

​ວີ​ດີໂອທີ່ນຳອອກເຜີຍແຜ່ທາງສື່ສັງຄົມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້ຄົນ​ພາກັນ​ຮີບ​ຮ້ອນ
​ໜີ​ອອກໄປ​ ຈາກ​ບໍລິເວນ​ອ້ອມ​ແອ້ມ ​ສະຖານ​ນີລົດ​ໄຟ​ໃຕ້​ດິນອັອກສຟອດເຊີກັສ.

ຢູ່​ໃນຖະ​ແຫລງການ ຕຳ​ຫລວດ​ຂົນ​ສົ່ງ​ອັງກິດ​ກ່າວ​ວ່່າ ໄດ້ມີການຮ້ອງຂໍໃຫ້ສົ່ງ​ເຈົ້າ​ໜ້າ​
ທີ່ໄປ​ຍັງສະຖານີ​ດັ່ງກ່າວ ຫລັງ​ຈາກ​ລາຍ​ງານ​ວ່່າ ໄດ້​ຍິນສຽງ​ປືນດັງຂຶ້ນ​ຢູ່່​ໃນບໍລິເວນ
ສະຖານີ​ລົດ​ໄຟໃຕ້ດິນ.

​ຖະ​ແຫລ​ງການ​ກ່າວ​ວ່າ “ເຂດ​ດັ່ງ​ກ່າວແມ່ນແອ​ອັດ​ໄປ​ດ້ວຍ​ຮ້ານ​ຄ້າຊຶ່ງຕັ້ງ​ຢູ່່ໃນ​ກາງ​
ເມືອງ.ສື່​ສັງຄົມ​ລາຍ​ງານ​ວ່າ​ມີຜູ້​ຄົນ​ພາກັນ​ແລ່ນ​ໜີ​ອອກ​ຈາກ​ເຂດ​ດັ່ງກ່າວ.

ບັນດາ​ຜູ້​ໂດຍສານ​ຫລັງຈາກນັ້ນ “ກໍພາກັນ​ຍົກຍ້າຍ​ຕົນ​ເອງ” ​ອອກໄປຢູ່ຕາມຖະໜົນ​
ຫົນທາງ ​ຊຶ່ງໄດ້ພາ​ໃຫ້​ເກີດ “ຄວາມຕື່ນຕົກໃຈ​ທີ່​ສຳຄັນ ອັນ​ເປັນ​ຜົນ​ເຮັດໃຫ້ ມີ​ການ​ໂທ
ລະສັບ​ໄປຫາເຈົ້າໜ້າທີ່ ​ລາຍ​ງານ​ກ່ຽວກັບສຽງ​ຍິງ​ປືນ.”

ຖະ​ແຫລ​ງການ​ກ່າວ​ເພີ້​ມວ່າ ຕຳ​ຫລວດ​ກຳລັງ​ສື​ບສວນ​ເຫດການດັ່ງກ່າວນີ້ຢູ່.

ພວກເຈົ້າໜ໊າທີຕຳຫລວດຕິດອາວຸດ ຢູ່ຖະໜົນອັອກສຟອດ ນະຄອນຫລວງລອນດອນ..
ພວກເຈົ້າໜ໊າທີຕຳຫລວດຕິດອາວຸດ ຢູ່ຖະໜົນອັອກສຟອດ ນະຄອນຫລວງລອນດອນ..

ຕຳຫລວດ​ຂົນ​ສົ່ງ​ອັງກິດ​ໄດ້​ນຳ​ຮູບ​ພາບຜູ້ຊາຍ 2 ຄົນ ຈາກ​ໂທລະພາບວົງຈອນປິດລົງ
ໃນ Twitter ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ຄວາມ​ວຸ້ນວາຍ​ນີ້ໄດ້​ເກີດ​ຂຶ້ນ​ລະ ຫວ່າງ​ຜູ້​ຊາຍ
​ສອງ​ຄົນ​ຢູ່ທີ່​ສະຖານີ​ລົດ​ໄຟ​ໃຕ້​ດິນ Oxford Circus ​ແລະ​ກ່າວ​ວ່າ ​ເຂົາ​ເຈົ້າ​ຢາກ​ຈະ​
ເວົ້າກັບ​ພວກຜູ້​ຊາຍດັ່ງກ່າວ “ຜູ້ທີ່​ເຂົາ​ເຈົ້າ​ເຊື່ອ​ວ່າ ອາດ​ຈະ​ມີ​ຂໍ້​ມູນ​ກ່ຽວ​ກັບເຫດການນີ້
​ແລະ​ສະພາບການທີ່ຢູ່​ອ້ອມ​ແອ້ມ​ນັ້ນ.

ບໍລິສັດການ​ຂົນ​ສົ່ງໃນເຂດນະຄອນຫລວງ​ລອນ​ດອນກ່າວ​ວ່າ ສະຖານີ Oxford Circus
​ແລະ​ສະຖານີທີ່ຖະໜົນ Bond ທີ່​ໄດ້​ປິດລົງ​ຊົ່ວຄາວ​ເພາະວ່າ​ເກີດ​ອຸປະ ຕິ​ເຫດ ແຕ່ຕໍ່​ມາ
​ກໍໄດ້​ເປີດ​ຄືນ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

London Oxford Circus
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG