ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອັງກິດເປີດຊາຍແດນໃຫ້ນັກທ່ອງທ່ຽວ ທີ່ສັກຢາວັກຊີນຢ່າງຄົບຊຸດ ແລະເກືອບທຸກປະເທດຢູໂຣບ ເຂົ້າໄປໄດ້


ນັກທ່ອງທ່ຽວກໍາລັງອອກຈາກສະຖານີລົດໄຟ Eurostar ທີ່ມາຈາກປາຣີທ້າມກາງການລະບາດຂອງໂຄວິດ-19 ໃນລອນດອນ, ວັນທີ 30 ກໍລະກົດ, 2021.
ນັກທ່ອງທ່ຽວກໍາລັງອອກຈາກສະຖານີລົດໄຟ Eurostar ທີ່ມາຈາກປາຣີທ້າມກາງການລະບາດຂອງໂຄວິດ-19 ໃນລອນດອນ, ວັນທີ 30 ກໍລະກົດ, 2021.

ອັງກິດໄດ້ເປີດຊາຍແດນຂອງຕົນໃຫ້ພວກນັກທ່ອງທ່ຽວທີ່ສັກຢາວັກຊີນຢ່າງຄົບຊຸດຈາກສະຫະລັດແລະຈາກຢູໂຣບເກືອບທຸກປະເທດເຂົ້າໄປ, ຂະນະທີ່ລັດຖະບານສືບຕໍ່ຜ່ອນຜັນຂໍ້ຈຳກັດການເດີນທາງໄປກ່ຽວກັບໄວຣັສໂຄໂຣນາໂຣກ.

ວັນຈັນວານນີ້ແມ່ນມື້ທຳອິດທີ່ນັກທ່ອງທ່ຽວຈາກສະຫະລັດແລະເກືອບທຸກພາກຂອງສະຫະພາບຢູໂຣບສາມາດເຂົ້າໄປຍັງອັງກິດໄດ້ໂດຍບໍ່ຕ້ອງກັກກັນຕົວ.

ນັກທ່ອງທ່ຽວທີ່ເຂົ້າໄປຍັງຕ້ອງໄດ້ກວດຫາເຊື້ອໄວຣັສໂຄໂຣນາກ່ອນທີ່ຈະຂຶ້ນຍົນໄປອັງກິດ ແລະກວດອີກພາຍໃນສອງມື້ຫຼັງຈາກໄປຮອດແລ້ວ.

ອັງກິດກຳລັງຮັກສາຄວາມຂໍ້ຮຽກຮ້ອງໃນການກັກກັນຕົວສຳລັບນັກທ່ອງທ່ຽວຊາວຝຣັ່ງ, ໂດຍກ່າວວ່າປະເທດນີ້ມີຈຳນວນກໍລະະນີທີ່ໜ້າເປັນຫ່ວງກັບສາຍພັນເບຕ້າ ຢູ່ໃນບາງພື້ນທີ່. ສາຍພັນເບຕ້າໄດ້ຖືກກວດພົບເທື່ອທຳອິດ ຢູ່ໃນອາຟຣິກາໃຕ້.

ອັງກິດມີອັດຕາການສັກຢາກັນພະຍາດໃຫ້ປະຊາກອນຂອງຕົນສູງສຸດປະເທດ ນຶ່ງຊຶ່ງເກືອບ 90 ເປີເຊັນຂອງຜູ້ໃຫຍ່ແມ່ນໄດ້ສັກວັກຊີນນີ້ຢ່າງໜ້ອຍນຶ່ງຄັ້ງ.

ປະເທດນີ້ຈະເລີ່ມສັກຢາວັກຊີນປ້ອງກັນພະຍາດໂຄວິດ -19 ເພີ່ມຂຶ້ນໃຫ້ປະຊາຊົນອັງກິດ 32 ລ້ານຄົນນັບແຕ່ຕົ້ນເດືອນກັນຍານີ້, ອີງຕາມການລາຍງານ ຂອງໜັງສືພິມ Telegraph ໃນວັນອາທິດຜ່ານມາ. ການສັກຢາດັ່ງກ່າວຈະມີຢູ່ໃນຮ້ານຂາຍຢາຫຼາຍເຖິງ 2,000 ຮ້ານ ໂດຍມີເປົ້າໝາຍໃຫ້ເຂົາເຈົ້າໄດ້ສັກຢາ ໃນຕົ້ນເດືອນທັນວານີ້.

ລັດຖະບານໄດ້ກະກຽມຢ່າງໜ້ອຍກໍແມ່ນຕັ້ງແຕ່ເດືອນມິຖຸນາ, ເມື່ອຄະນະກໍາມະການຮ່ວມກັນດ້ານການສັກຢາປ້ອງກັນ ແລະການສັກຢາກັນພະຍາດ ຫລື JCVI ໄດ້ຮຽກຮ້ອງໃຫ້ມີແຜນການສະເໜີໃຫ້ສັກຢາເຂັມທີສາມໃຫ້ຜູ້ທີ່ມີອາຍຸ 70 ປີຂຶ້ນໄປ, ຜູ້ທີ່ຢູ່ໃນບ້ານພັກຄົນຊະລາ ແລະຜູ້ທີ່ມີຄວາມສ່ຽງຍ້ອນເຫດຜົນດ້ານສຸຂະພາບ.

ສ່ວນຢູ່ໃນສະຫະລັດນັ້ນ, ມີການປົກຄອງຢູ່ໃນຫລາຍທ້ອງຖິ່ນເພີ່ມຂຶ້ນທີ່ກຳລັງຮຽກຮ້ອງໃຫ້ພະນັກງານໄດ້ຮັບການສັກຢາວັກຊີນ ຖ້າບໍ່ດັ່ງນັ້ນ ກໍຈະຖືກສົ່ງໄປກວດຫາພະຍາດນີ້ແບບເປັນປະຈໍາໃນຂະນະທີ່ປະເທດ ກຳລັງປະສົບກັບການເພີ່ມຂຶ້ນຂອງການຕິດເຊື້ອຍ້ອນສາຍພັນແດລຕາ

ຢູ່ເມືອງແດນເວີ ລັດໂຄໂລຣາໂດນັ້ນ, ເຈົ້າຄອງນະຄອນ ໄມໂຄ ແຮນຄອກ (Michael Hancock) ປະກາດໃນວັນຈັນມື້ນີ້ວ່າ ທາງເມືອງຈະບັງຄັບໃຫ້ພະນັກງານຂອງເມືອງ ແລະພະນັກງານພາກເອກະຊົນທັງໝົດຢູ່ໃນສະຖານທີ່ ທີ່ມີຄວາມສ່ຽງສູງໃຫ້ໄດ້ຮັບການສັກຢາວັກຊີນປ້ອງກັນໄວຣັສໃນທ້າຍເດືອນກັນຍານີ້.

ຜູ້ປົກຄອງລັດນິວເຈີຊີ, ທ່ານ Phil Murphy ກ່າວວ່າພະນັກງານຮັກສາສຸຂະພາບຂອງລັດ, ພ້ອມກັບຄົນງານຢູ່ໃນສະຖານທີ່ດັດສ້າງ ຫຼືສູນຊ່ວຍເຫຼືອຄົນຊະລາ ຕ້ອງໄດ້ຮັບການສັກຢາປ້ອງກັນຫຼືປະເຊີນກັບການກວດສອງຄັ້ງຕໍ່ອາທິດ.

ຢູ່ໃນລັດນິວຢອກ, ຜູ້ວ່າການລັດ Andrew Cuomo ໄດ້ຮຽກຮ້ອງໃຫ້ທຸລະກິດຫັນ ໜີ ລູກຄ້າທີ່ບໍ່ໄດ້ຮັບການສັກຢາວັກຊີນ. ລາວເວົ້າວ່າມັນຢູ່ໃນຜົນປະໂຫຍດທີ່ດີທີ່ສຸດຂອງທຸລະກິດເພາະວ່າລູກຄ້າຫຼາຍຄົນຢາກຮູ້ວ່າລູກຄ້າທີ່ຢູ່ທາງຂ້າງເຂົາເຈົ້າໄດ້ຮັບການສັກຢາປ້ອງກັນ.

ສູນຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດກ່າວໃນວັນຈັນວານນີ້ວ່າ 70% ຂອງຜູ້ໃຫຍ່ຂອງສະຫະລັດໄດ້ຮັບການສັກຢາວັກຊີນປ້ອງກັນໄວຣັດຢ່າງ ໜ້ອຍ ໜຶ່ງ ຄັ້ງ. ໃນເບື້ອງຕົ້ນປະທານາທິບໍດີໂຈໄບເດັນມີເປົ້າtoາຍທີ່ຈະຜ່ານຈຸດ ສຳ ຄັນດັ່ງກ່າວໃຫ້ໄດ້ພາຍໃນວັນທີ 4 ກໍລະກົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG