ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ຈະນັດຢຸດງານ ນຶ່ງມື້ ກ່ອນການແຂ່ງຂັນ ໂອລິມປິກ


ການແຂ່ງຂັນກິລາໂອລິມປິກ ທີ່ກຸງລອນດອນ ຈະເລີ້ມຂຶ້ນໃນວັນທີ 27 ກໍລະກົດນີ້
ການແຂ່ງຂັນກິລາໂອລິມປິກ ທີ່ກຸງລອນດອນ ຈະເລີ້ມຂຶ້ນໃນວັນທີ 27 ກໍລະກົດນີ້

ພວກ​ເຈົ້າໜ້າ​ທີ່​ຊາຍ​ແດນ​ຂອງ​ອັງກິດ​ປະກາດ​ວ່າ ຕົນ​ຈະ​ທຳ​ການ​ນັດ​ຢຸດ​ງານ​ເປັນ​ເວລາ 24
ຊົ່ວ​ໂມງ ນຶ່ງ​ມື້ກ່ອນ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ທີ່ກຸງ​ລອນ​ດອນ ​ຈະ​ເລີ່​ມຂຶ້ນ ຊຶ່ງ
ຂົ່ມຂູ່​ວ່າ​ຈະ​ສ້າງ​ຄວາມ​ຍຸ່ງຍາກ​ສັບສົນ​ໃຫ້​ແກ່​ພວກນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຈຳນວນ​ຫຼາຍ
ພັນ​ຄົນທີ່​ເດີນທາງ​ໄປ​ເບິ່ງ​ການ​ແຂ່ງຂັນດັ່ງກ່າວ.

ສະຫະພັນ​ກຳມະບານ​ ໃຫ້​ບໍລິການ​ແກ່​ສາທາລະນະ​ຊົນ​ແລະ​ການ​ຄ້າ​ ທີ່​ເອີ້ນຫຍໍ້ວ່າ PCS
ນັ້ນປະກາດ​ວ່າ ສະມາຊິກ​ຂອງ​ຕົນ​ຈະ​ທຳ​ການ​ນັດ​ຢຸດ​ງານ​ໃນ​ວັນ​ທີ 26 ກໍລະກົດແລະກໍ​ປະ
ຕິ​ເສດ​ບໍ່​ຍອມ​ເຮັດ​ວຽກ​ລ່ວງ​ເວລາ​ໃນ​ລະຫວ່າງ​ທີ່​ມີ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ໄປ​ຈົນ​ຮອດ​
ວັນ​ທີ 20 ສິງຫາເພື່ອ​ປະ​ທ້ວງ​ຕໍ່​ການ​ຕັດວຽກ​ເຮັ​ດງານ​ທຳ​ແລະ​ບັນຫາເລື່ອງການ​ຈ່າຍ​ເງິນ.

ບັນດາ​ລັດຖະມົນຕີ​ໃນ​ຄະນະ​ລັດຖະບານ​ອັງກິດ ​ໄດ້​ປະນາມ​ແຜນການ​ປະ​ທ້ວງດັ່ງກ່າວ.

ນອກ​ນັ້ນ​ແລ້ວ ສະຫະພັນ​ກຳມະບານ​ຄົນ​ຂັບ​ລົດ​ໄຟ Aslef ກໍ​ກ່າວ​ວ່າ ສະມາຊິກ​ຂອງຕົນ
450 ຄົນຈະ​ພາກັນນັດ​ຢຸດ​ງານ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 8 ສິງຫາຍ້ອນ​ບັນຫາ​ຂັດ​ແຍ້​ງກ່ຽວ
​ກັບ​ເລື່ອງ​ເງິນ​ບຳນານ ຊຶ່ງ​ຈະ​ເປັ​ນການ​ລົບ​ກວນ​ຕໍ່​ການ​ເດີນທາງ​ໄປ​ມາ​ລະຫວ່າງ​ບ່ອນ​ແຂ່ງ
ຂັນ​ກິລາ​ໂອ​ລິ​ມ​ປິກ​ແຫ່ງ​ຕ່າງໆ.

XS
SM
MD
LG