ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປູຕິນ ເວົ້າວ່າ "ບໍ່ມີຫຍັງ ຮ້າຍແຮງ" ກ່ຽວກັບ ຜູ້ຕ້ອງສົງໄສ ວາງຢາພິດໃນ ອັງກິດ


ຕຳຫຼວດຄົນນຶ່ງ ຢືນຢູ່ເຊດປິດລ້ອມ ຢູ່ອ້ອມຕັ່ງມ້າ ບ່ອນທີ່ອະດີດ ເຈົ້າໜ້າທີ່ສືບລັບ ຣັດເຊຍ, ທ່ານ ເຊີເກ ສກຣິປາລ ກັບ ລູສາວຂອງທ່ານ, ນາງ ຢູເລຍ ຖືກພົບເຫັນ ຫຼັງຈາກເຂົາເຈົ້າຖືກວາງຢາພິດ ທີ່ເມືອງໂຊລສແບຣີ, ອັງກິດ. 11 ມີນາ, 2018.
ຕຳຫຼວດຄົນນຶ່ງ ຢືນຢູ່ເຊດປິດລ້ອມ ຢູ່ອ້ອມຕັ່ງມ້າ ບ່ອນທີ່ອະດີດ ເຈົ້າໜ້າທີ່ສືບລັບ ຣັດເຊຍ, ທ່ານ ເຊີເກ ສກຣິປາລ ກັບ ລູສາວຂອງທ່ານ, ນາງ ຢູເລຍ ຖືກພົບເຫັນ ຫຼັງຈາກເຂົາເຈົ້າຖືກວາງຢາພິດ ທີ່ເມືອງໂຊລສແບຣີ, ອັງກິດ. 11 ມີນາ, 2018.

ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ກ່າວໃນວັນພຸດມື້ນີ້ວ່າ ລັດຖະ
ບານຂອງທ່ານ ຮູ້ຊື່ຂອງຜູ້ຊາຍອັງກິດສອງຄົນ ຜູ້ທີ່ຖືກກ່າວຫາວ່າ ວາງຢາພິດໃສ່ອະ
ດີດນັກສືບຄົນ ຣັດເຊຍ ໃນເດືອນມີນາທີ່ຜ່ານມາ.

ຣັດເຊຍ ໄດ້ປະຕິເສດຕໍ່ການກ່າວຫາຂອງ ອັງກິດ ທີ່ວ່າເຂົາເຈົ້າເປັນຜູ້ຢູ່ເບື້ອງຫຼັງໃນ
ການໂຈມຕີດ້ວຍຢາພິດທຳລາຍເສັ້ນປະສາດ ທີ່ໄດ້ເຮັດ ໃຫ້ທ່ານ ເຊີເກ ສກຣິປາລ
(Sergei Skripal) ກັບລູກສາວຂອງລາວ ນາງ ຢູເລຍ ບໍ່ສະບາຍ.

ທ່ານ ປູຕິນ ໄດ້ກ່າວວ່າມັນ “ບໍ່ມີຫຍັງພິເສດ ຫຼື ຮ້າຍແຮງ” ກ່ຽວກັບ ຜູ້ຊາຍສອງຄົນນັ້ນ,
ພ້ອມກັບວ່າ ພວກເຂົາແມ່ນພົນລະເຮືອນ ແລະ ທ່ານຫວັງວ່າ ພວກເຂົາຈະ “ອອກມາ
ເປີດເຜີຍ ກ່ຽວກັບ ຕົນເອງ.”

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທຣີຊາ ເມ ໄດ້ປະກາດໃນສັບ ປະດາທີ່ຜ່ານ
ມາວ່າ ບັນດານັກສືບສວນສອບສວນ ໄດ້ລະບຸເຈົ້າໜ້າທີ່ສອງຄົນຈາກ ອົງການສືບລັບ
GRU ຂອງ ຣັດເຊຍ ນັ້ນວ່າ ເປັນຜູ້ຮັບຜິດຊອບສຳລັບການໂຈມຕີໃນເດືອນມີນາທີ່
ຜ່ານມາຢູ່ເມືອງ ໂຊລສ໌ເບີຣີ ຂອງອັງກິດ ແລະ ໄດ້ຕັ້ງຂໍ້ກ່າວຫາຕໍ່ພວກເຂົາ ກ່ຽວກັບ
ການປອງຮ້າຍ ແລະ ພະຍາຍາມຂ້າຄົນ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ຜູ້ຕ້ອງສົງໄສໄດ້ເດີນທາງຮອດສະໜາມບິນ ແກັດວິກ
(Gatwick) ໃນນະຄອນຫຼວງ ລອນດອນ ສອງວັນກ່ອນການວາງຢາພິດຈະເກີດຂຶ້ນ.

ການເດີນທາງຂອງພວກເຂົາຈາກໂຮງແຮມ ໃນນະຄອນຫຼວງ ລອນດອນ ໄປຫາຈຸດ
ເກີດເຫດໃນເມືອງ ໂຊລສ໌ເບີຣີ ນັ້ນ ແມ່ນໄດ້ຖືກຕິດ ຕາມໂດຍກ້ອງວົງຈອນປິດ. ຫຼັງ
ຈາກນັ້ນຜູ້ຊາຍສອງຄົນດັ່ງກ່າວກໍໄດ້ເດີນທາງກັບໄປ ຣັດເຊຍ ຈາກສະໜາມບິນ
ຮີດໂຣ ໃນຕອນແລງຂອງວັນດຽວກັນ.

ຊື່ໃນໜັງສືເດີນທາງຂອງຜູ້ຕ້ອງສົງໄສ ແມ່ນທ້າວ ອາເລັກແຊນເດີ ເປຕຣອຟ
(Alexander Petrov) ກັບ ທ້າວ ຣັສແລັນ ໂບຊີຣອຟ (Ruslan Boshirov). ແນວ
ໃດກໍຕາມ, ເຈົ້າໜ້າທີ່ຕຳຫຼວດເຊື່ອວ່າ ຊື່ທີ່ວ່ານັ້ນ ແມ່ນຊື່ປອມ ແລະ ໄດ້ຂໍຄວາມ
ຊ່ວຍເຫຼືອ ໃນການຊອກຫາຊື່ແທ້ຂອງພວກເຂົາ.

ການາດາ, ຝຣັ່ງ, ເຢຍຣະມັນ, ອັງກິດ ແລະ ສະຫະລັດ ໄດ້ອອກຖະ ແຫຼງການຮ່ວມ
ທີ່ຊົມເຊີຍ ການຕັ້ງຂໍ້ກ່າວຫາ ຕໍ່ຜູ້ຕ້ອງສົງໄສສອງຄົນນັ້ນ. ພວກເຂົາເຈົ້າຍັງໄດ້ສະ
ແດງຄວາມເຊື່ອໝັ້ນ ໃນການຄົ້ນຫາຂອງບັນດານັກສືບສວນສອບສວນ ອັງກິດ.

ຖະແຫຼງການໄດ້ກ່າວວ່າ “ພວກເຮົາມີຄວາມເຊື່ອໝັ້ນ ຢ່າງເຕັມທີ່ ໃນການປະເມີນ
ຜົນຂອງອັງກິດ ທີ່ຜູ້ຕ້ອງສົງໄສສອງຄົນນັ້ນແມ່ນເຈົ້າໜ້າທີ່ຈາກໜ່ວຍສືບລັບຂອງ
ກອງທັບ ຣັດເຊຍ, ເຊິ່ງຮູ້ຈັກໃນຊື່ຫຍໍ້ GRU, ແລະ ວ່າການປະຕິບັດການນີ້ ແມ່ນ
ເກືອບແນ່ນອນວ່າ ໄດ້ຮັບການອະນຸມັດ ໃນລະດັບອາວຸໂສຂອງລັດຖະບານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG