ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ຂອງອັງກິດ ລອດພົ້ນ ຈາກການລົງ ຄະແນນສຽງ ບໍ່ໄວ້ວາງໃຈ ແຕ່ບໍ່ສາມາດ ເອົາຊະນະຈິດໃຈ ຂອງພວກຕິຕຽນໄດ້


ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ ກ່າວຖະແຫລງ ຢູ່ນອກບ້ານເລກທີ່ 10 ຖະໜົນດາວນິ້ງ ໃນນະຄອນຫຼວງ ລອນດອນ ຂອງອັງກິດ, ວັນທີ 12 ທັນວາ 2018.
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ ກ່າວຖະແຫລງ ຢູ່ນອກບ້ານເລກທີ່ 10 ຖະໜົນດາວນິ້ງ ໃນນະຄອນຫຼວງ ລອນດອນ ຂອງອັງກິດ, ວັນທີ 12 ທັນວາ 2018.

ມັນບໍ່ແມ່ນເລື້ອງຂອງການສະເຫຼີມສະຫຼອງເລີຍ ສຳລັບ ທ່ານນາງ ເທີຣີຊາ ເມ ຂອງ
ອັງກິດ ຫຼັງຈາກທີ່ ໄດ້ລອດພົ້ນມາຈາກການໂຈມຕີເພື່ອປົດທ່ານນາງ ອອກຈາກຕຳແໜ່ງ
ໃນວັນພຸດວານນີ້ ໂດຍກຸ່ມຕິຕຽນ ພາຍໃນພັກອະນຸລັກນິຍົມຂອງທ່ານເອງ.

ໃນຂະນະທີ່ຢືນຢູ່ດ້ານນອກ ບ້ານເລກທີ່ 10 ຖະໜົນດາວນິ້ງ ຫຼັງຈາກການລົງຄະແນນ
ສຽງ ພາຍໃນພັກແລ້ວ ທ່ານນາງໄດ້ຮັບໄຊຊະນະ ແຕ່ບໍ່ຄ່ອຍໜັກແໜ້ນປານໃດ ທ່ານ
ນາງ ເມ ໄດ້ປະຕິຍານວ່າ ທ່ານຈະ “ເດີນໜ້າຕໍ່ໄປ ກັບວຽກງານການຖອນໂຕອອກ
ຈາກສະຫະພາບຢູໂຣບ ທີ່ເອີ້ນວ່າ Brexit ນັ້ນ.”

ແຕ່ກຸ່ມຝ່າຍຄ້ານ ຂອງຜູ້ນຳອັງກິດ ຈາກທັງສອງຟາກ ພາຍໃນພັກຂອງທ່ານເອງ ທີ່ບໍ່
ເຊື່ອໝັ້ນສະຫະພາບຢູໂຣບ ແລະພວກທີ່ສະໜັບສະໜຸນ ສະຫະພາບຢູໂຣບ ກໍບໍ່ໄດ້
ມິດງຽບຢູ່ ແລະເຕືອນວ່າ ການລອດພົ້ນມາໄດ້ ຂອງທ່ານນາງນັ້ນ ກໍບໍ່ໄດ້ເຮັດໃຫ້ໂອ
ກາດ ທີ່ສະພາຕ່ຳ ຈະຮັບຮອງເອົາຂໍ້ສະເໜີ Brexit ເພື່ອຖອນໂຕອອກຈາກສະຫະພາບ
ຢູໂຣບນັ້ນ ວ່າມີຫຍັງດີຂຶ້ນ.

ຫຼາຍກວ່ານຶ່ງສ່ວນສາມ ຂອງບັນດາສະມາຊິກສະພາພັກອະນຸລັກນິຍົມ ໄດ້ລົງຄະແນນ
ສຽງຕໍ່ຕ້ານທ່ານນາງ ໂດຍຢາກເຫັນວ່າ ພັກເລືອກເອົາຜູ້ນຳຄົນໃໝ່ ຊຶ່ງໄດ້ເນັ້ນໃຫ້ເຫັນ
ເຖິງບັນຫາທີ່ທ່ານນາງ ຍັງຈະຕ້ອງໄດ້ແກ້ໄຂ ເພື່ອຈະໃຫ້ ຂໍ້ສະເໜີ Brexit ຂອງທ່ານ
ນາງນັ້ນ ຜ່ານສະພາແຫ່ງຊາດໄປໄດ້ ຊຶ່ງສະພານີ້ ຍັງມີຄວາມສົງໄສກ່ຽວກັບຂໍ້ຕົກລົງຢູ່.

ບັນດານັກວິເຄາະ ກ່າວວ່າ ບັນດາສະມາຊິກສະພາຫົວອະນຸລັກນິຍົມ ໄດ້ປະຕິເສດ
ຍັດຕິບໍ່ໄວ້ວາງໃຈ ຕໍ່ການນຳພາຂອງທ່ານນາງ ເມ ດ້ວຍຄະແນນສຽງ 200 ຕໍ່ 117 ສຽງ
ແຕ່ໄຊຊະນະນີ້ ກໍພຽງແຕ່ເປີດເຜີຍຄວາມແຕກແຍກທີ່ຂົມຂື່ນ ພາຍໃນພັກຂອງທ່ານ
ນາງ ກ່ຽວກັບ ການຖອນໂຕອອກຈາກສະຫະພາບຢູໂຣບ ຂອງອັງກິດນັ້ນ ແລະ ກໍບໍ່ໄດ້ໃຫ້ຮ່ອງຮອຍໃດໆເລີຍ ວ່າ ທ່ານນາງ ເມ ຈະສາມາດວາງແຜນການຕໍ່ໄປ
ແນວໃດ ກ່ຽວກັບບັນຫາ Brexit ນີ້.

ໂດຍມີລາງບໍ່ດີຢູ່ແລ້ວ ບັນດາສະມາຊິກສະພາ ຜູ້ທີ່ບໍ່ມີໜ້າທີ່ ໃນລັດຖະບານ ຫຼື ບໍ່ມີ
ຕຳແໜ່ງທັງຫຼາຍ ໄດ້ລົງຄະແນນສຽງ ເພື່ອໃຫ້ ທ່ານນາງ ເມ ອອກຈາກຕຳແໜ່ງ.

ເຖິງແມ່ນວ່າ ພວກທີ່ຈົງຮັກພັກດີ ຕໍ່ທ່ານນາງ ເມ ໄດ້ຍອມຮັບພາຍໃນກຸ່ມວ່າ ໄຊຊະນະ
ຂອງທ່ານນາງ ບໍ່ແມ່ນສັນຍານສຽງ ຂອງການຮັບຮອງທ່ານນາງ ກໍຕາມ. ພວກທີ່ຕິຕຽນ
ທ່ານນາງ ພ້ອມດ້ວຍບັນດາພັກຝ່າຍຄ້ານຕ່າງໆ ໄດ້ຊີ້ໃຫ້ເຫັນຢ່າງວ່ອງໄວວ່າ ການລອດ
ພົ້ນມາໄດ້ ຈາກການພະຍາຍາມໂຄ່ນລົ້ມທ່ານນາງນັ້ນ ກໍບໍ່ໄດ້ປ່ຽນແປງຫຍັງເລີຍ ເມື່ອ
ເວົ້າເຖິງເລື້ອງການຄິດໄລ ໃນສະພາຕ່ຳ ບ່ອນທີ່ສຽງຄັດຄ້ານຕໍ່ການຖອນຂໍ້ສະເໜີ
Brexit ແມ່ນມີສຽງສ່ວນຫຼາຍ ຊຶ່ງໄດ້ທຳການຕໍ່ລອງກັບສະຫະພາບຢູໂຣບ ມາໄດ້ຫຼາຍ
ເດືອນ ເພື່ອໃຫ້ມາເຈລະຈາກັນ.

Embattled British PM Survives Confidence Vote
please wait

No media source currently available

0:00 0:02:33 0:00


​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG