ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເມືອງ ໃນອັງກິດ


ພັກເສລີປະຊາທິປັດ ຊຶ່ງເປັນພັກການເມືອງ ໃຫຍ່ອັນດັບ 3 ຂອງອັງກິດ ພວມເລີ້ມເຈລະຈາຫາລື ກັບພັກນິຍົມແນວທາງເດີມ ກ່ຽວກັບການຕົກລົງ ໃນການຄອງອຳນາດຮ່ວມກັນ ຫຼັງຈາກການເລືອກຕັ້ງ ສະພາແຫ່ງຊາດ ໃນມື້ວັນພະຫັດ ຜ່ານມາ ບໍ່ໄດ້ເຮັດໃຫ້ ພັກໃດພັກນຶ່ງ ສາມາດ ກຳສຽງສ່ວນຫລາຍໄດ້.

ຜູ້ນຳ ຂອງພັກເສລີ ປະຊາທິປັດ ທ່ານ ນິຄ ເຄລຄຄ໌ ມີກຳນົດທີ່ຈະ ສົນທະນາຫາລື ກັບສະມາຊິກ ຂອງພັກ ໃນວັນເສົາມື້ນີ້ ກ່ຽວກັບ ຄວາມເປັນໄປໄດ້ ໃນການຈັດຕັ້ງ ລັດຖະບານປະສົມ ຮ່ວມກັບພັກ ນິຍົມແນວທາງເດີມ ຊຶ່ງຈະຂັບໄລ່ ພັກແຮງງານ ຂອງ ນາຍົກລັດຖະມົນຕີ ກໍດອນ ບຣາວນ໌ ອອກຈາກອຳນາດ.

ພວກເຈົ້າໜ້າທີ່ ຂອງພັກການເມືອງ ທັງສອງ ໄດ້ເລີ້ມສົນທະນາ ຫາລືກັນແລ້ວ ແລະມີແຜນການ ທີ່ຈະເຈລະຈາ ຫາລືກັນຕື່ມ ໃນໄລຍະ ສອງສາມມື້ ຂ້າງໜ້ານີ້. ເຖິງແມ່ນວ່າ ພັກນິຍົມ ແນວທາງເດີມ ໄດ້ຮັບບ່ອນນັ່ງ ຫລາຍກວ່າໝູ່ ຢູ່ໃນສະພາຕຳ ຂອງອັງກິດ ທີ່ມີບ່ອນນັ່ງ 650 ບ່ອນ ໃນການເລືອກຕັ້ງ ເມື່ອວັນພະຫັດ ຜ່ານມານີ້ກໍຈິງ ແຕ່ກໍຍັງຂາດຢູ່ 20 ບ່ອນ ທີ່ຈຳເປັນ ໃນການຈັດຕັ້ງ ລັດຖະບານ. ຜູ້ນຳຂອງພັກ ນິຍົມແນວທາງເດີມ ທ່ານ ເດວິດ ຄາເມີຣອນ ກ່າວວ່າ ທ່ານໄດ້ທຳການສະເໜີ ແບບໃຫຍ່ໆ ເປີດກວ້າງ ແລະຮອບດ້ານ ເພື່ອຈັດຕັ້ງ ລັດຖະບານປະສົມ ຮ່ວມກັບພັກ ເສລີປະຊາທິປັດ ຂອງທ່ານ ເຄລຄຄ໌ ທີ່ມີບ່ອນນັ່ງ 57 ບ່ອນ ຢູ່ໃນສະພາ ຂອງອັງກິດ.

ສ່ວນທ່ານ ບຣາວນ໌ ກ່າວຕໍ່ພວກນັກຂ່າວວ່າ ລັດຖະບານ ທີ່ມີຄວາມທຸ່ນທ່ຽງ ໃນອະນາຄົດ ຂອງອັງກິດ ແມ່ນມີຄວາມສຳຄັນ ແລະດ້ວຍເຫດນີ້ ທ່ານ ຄາເມີຣອນ ແລະທ່ານ ເຄລຄຄ໌ ຈຶ່ງຄວນໃຊ້ເວລາ ໃຫ້ຫລາຍ ເທົ່າທີ່ພວກທ່ານ ຮູ້ສຶກວ່າ ມີຄວາມຈຳເປັນ.

ພັກແຮງງານຂອງທ່ານ ໄດ້ເສຍໄຊ ໃນການເລືອກຕັ້ງ ໃນມື້ວັນພະຫັດຜ່ານມາ ໂດຍໄດ້ຮັບບ່ອນນັ່ງ ແຕ່ພຽງ 258 ບ່ອນທໍ່ນັ້ນ ຢູ່ໃນສະພາຕຳ ຂອງອັງກິດ.

XS
SM
MD
LG