ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການເລືອກຕັ້ງ ໃນອັງກິດ


ຄວາມບໍ່ແນ່ນອນ ຍັງດຳເນີນຢູ່ຕໍ່ມາ ໃນປະເທດອັງກິດ ໃນວັນສຸກມື້ນີ້ ລຸນຫລັງ ການເລືອກຕັ້ງ ສະພາແຫ່ງຊາດ ທີ່ພັກນິຍົມແນວທາງເດີມ ຊຶ່ງເປັນພັກຝ່າຍຄ້ານ ໄດ້ຮັບບ່ອນນັ່ງ ຫຼາຍກວ່າໝູ່ ແຕ່ບໍ່ພຽງພໍ ສຳລັບການຈັດຕັ້ງ ລັດຖະບານ.

ຈາກບັດຄະແນນສຽງ ເກືອບທັງໝົດ ທີ່ນັບໄປແລ້ວນັ້ນ ປາກົດວ່າ ພັກນິຍົມແນວທາງເດີມ ຈະໄດ້ຊະນະບ່ອນນັ່ງ ເກືອບ 300 ບ່ອນ ໃນສະພາແຫ່ງຊາດ ທີ່ມີທັງໝົດ 650 ບ່ອນນັ່ງ ຂອງອັງກິດ ຂະນະທີ່ພັກແຮງງານ ຂອງນາຍົກລັດຖະມົນຕີ ກໍໍດອັນ ບຣາວນ໌ ໄດ້ຊະນະ 250 ບ່ອນ. ທັງສອງພັກ ຕ່າງກໍບໍ່ມີ ບ່ອນນັ່ງພຽງພໍ ໃນຈຳນວນ 326 ບ່ອນ ທີ່ຈຳເປັນ ເພື່ອກຳສຽງສ່ວນຫລາຍ ຢ່າງເດັດຂາດ ຢູ່ໃນສະພາແຫ່ງຊາດນັ້ນ.

ໃນເມື່ອ ບໍ່ມີພັກໃດພັກນຶ່ງ ເປັນຜູ້ຊະນະ ຢ່າງຈະແຈ້ງ ອັງກິດ ຈຶ່ງປະເຊີນກັບ ສະພາບບໍ່ມີພັກ ກຳສຽງສ່ວນຫລາຍ ຢ່າງເດັດຂາດ ເປັນເທື່ອທຳອິດ ນັບແຕ່ປີ 1974 ເປັນຕົ້ນມາ. ຜູ້ນຳຂອງ ພັກນິຍົມແນວທາງເດີມ ທ່ານ ເດວິດ ຄາເມຣອນ ກ່າວໃນວັນສຸກ ມື້ນີ້ວ່າ ທ່ານເຊື່ອວ່າ ພັກແຮງງານ ໄດ້ສູນເສຍອຳນາດ ໃນການປົກຄອງປະເທດ ແລະອັງກິດ ພ້ອມແລ້ວ ສຳລັບການປ່ຽນແປງ ໃນຄະນະນຳພາໃໝ່.

ແຕ່ແນວໃດກໍຕາມ ທ່ານ ບຣາວນ໌ ສະແດງຮ່ອງຮອຍ ໃຫ້ເຫັນວ່າ ທ່ານອາດຈະພະຍາຍາມ ຈັດຕັ້ງລັດຖະບານປະສົມ ກັບພັກເສລີປະຊາທິປັດ ທີ່ໄດ້ຊະນະແຕ່ພຽງ 50 ບ່ອນນັ່ງເທົ່ານັ້ນ ເພື່ອບໍ່ໃຫ້ ພັກນິຍົມແນວທາງເດີມ ເຂົ້າກຳອຳນາດ.

XS
SM
MD
LG