ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ໃນອັງກິດ



ການປ່ອນບັດ ໃນການເລືອກຕັ້ງທົ່ວໄປຂອງປະເທດອັງກິດ ໄດ້ເລີ້ມຂຶ້ນແລ້ວ ໃນການແຂ່ງຂັນທີ່ຄາດວ່າຈະມີຄະແນນ ສຽງໃກ້ຄຽງກັນຫຼາຍທີ່ສຸດ ໃນຮອບຫລາຍໆ ທົດສະວັດ.

ນາຍົກລັດຖະມົນຕີອັງກິດພ້ອມທັງເປັນຜູ້ນຳ ຂອງພັກແຮງ ງານ ທ່ານ GORDON BROWN ປະເຊີນກັບການ ທີ່ ອາດຈະສູນເສຍ ບ່ອນນັ່ງຂອງທ່ານ ຊຶ່ງຈະເຮັດໃຫ້ ການກຳອຳນາດ ເປັນເວລາ 13 ປີ ຂອງພັກການເມືອງ ຂອງທ່ານ ສິ້ນສຸດລົງ. ການຢັ່ງຫາງສຽງ ປະຊາຊົນ ສະແດງໃຫ້ເຫັນວ່າ ພັກນິຍົມແນວ ທາງເດີມ ຊຶ່ງເປັນພັກຝ່າຍຄ້ານ ຂອງອັງກິດ ພາຍໃຕ້ການນຳພາ ຂອງທ່ານ DAVID CAMERON ມີຄະແນນສຽງນຳໜ້າ ພຽງເລັກນ້ອຍ.

ແຕ່ການຢັ່ງຫາງສຽງ ທີ່ວ່ານີ້ ຍັງສະແດງໃຫ້ເຫັນວ່າ ທັງພັກແຮງງານ ແລະພັກນິຍົມ ແນວທາງເດີມ ຈະບໍ່ໄດ້ຮັບ ຄະແນນສຽງ ສະໜັບສະໜຸນພຽງພໍ ເພື່ອຈະກຳສຽງສ່ວນ ຫລາຍ ຢ່າງເດັດຂາດ ຢູ່ໃນສະພາໄດ້.

ການແຂ່ງຂັນ ທີ່ວ່ານີ້ ໄດ້ມີຄວາມ ສະລັບຊັບຊ້ອນ ຍ້ອນການລົງແຂ່ງຂັນ ຂອງພັກເສລີ ປະຊາທິປັດ ພາຍໃຕ້ການນຳພາ ຂອງທ່ານ NICK CLEGG ຊຶ່ງເປັນບຸກຄົນທີ່ຍັງໜຸ່ມ ແໜ້ນ ແລະມີຄວາມສາມາດ ໃນການກ່າວຈູງໃຈ ເປັນພິເສດ. ທ່ານ CLEGG ຊຶ່ງເປັນ ບຸກຄົນທີ່ຂ້ອນຂ້າງ ບໍ່ມີຜູ້ໃດຮູ້ຈັກ ກ່ອນການແຂ່ງຂັນນັ້ນ ເຮັດໃຫ້ ພັກຂອງທ່ານ ໄດ້ຮັບ ຄະແນນສຽງ ເພີ້ມຂຶ້ນ ຢ່າງຫລວງຫລາຍ ລຸນຫລັງທີ່ໄດ້ ມີການໂຕ້ວາທີ ທາງໂທລະພາບ ເທື່ອທຳອິດ ຂອງອັງກິດ.

ພວກຜູ້ນຳສ່ວນໃຫຍ່ຂອງພັກແຮງງານ ແລະພັກນິຍົມແນວທາງເດີມ ກ່າວວ່າ ການປ່ອນ ບັດ ເອົາພັກເສລີ ປະຊາທິປັດນັ້ນມີແຕ່ຈະເຮັດໃຫ້ ເປັນການຍາກຕື່ມຂຶ້ນສຳລັບ ພວກເຂົາ ເຈົ້າໃນການທີ່ຈະຈັດຕັ້ງ ລັດຖະບານ.

XS
SM
MD
LG