ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເມືອງ ໃນ ອັງກິດ


ຄະນະລັດຖະບານ ປະສົມຊຸດໃໝ່ ຂອງອັງກິດ ໄດ້ຕົກລົງ ທີ່ຈະຕັດເງິນເດືອນ ລັດຖະມົນຕີທັງໝົດ ລົງ 5 ເປີເຊັນ ໃນຖານະທີ່ເປັນ ພາກສ່ວນນຶ່ງ ຂອງມາດຕະການ ຫລຸດ ຜ່ອນການຂາດດຸນ ງົບປະມານ ທີ່ຫຼາຍເປັນ ປະວັດການ ຂອງອັງກິດ 235 ພັນລ້ານໂດລານັ້ນ.

ທຳນຽບຂອງ ນາຍົກລັດຖະມົນຕີອັງກິດ ໄດ້ທຳການ ປະກາດ ໃນວັນພະຫັດມື້ນີ້ ຫລັງຈາກ ຄະນະລັດຖະບານຊຸດໃໝ່ ໄດ້ປະຊຸມກັນ ເປັນເທື່ອທຳອິດ.
ນາຍົກລັດຖະມົນຕີອັງກິດ ທີ່ມາຈາກ ພັກນິຍົມແນວທາງເດີມ ຫລືພັກອະນຸລັກນິຍົມ ທ່ານເດວິດ ຄາເມີຣອັນ ກ່າວວ່າ ການຕັດ ການຂາດດຸນງົບປະມານ ຫຼາຍເປັນປະວັດການ ຂອງອັງກິດນັ້ນ ແມ່ນເລື່ອງຮີບດ່ວນສຸດ ສຳລັບ ລັດຖະບານປະສົມຊຸດໃໝ່ ຮວມທັງການຕັ້ງເປົ້າໝາຍ ຕັດງົບປະມານ 9 ພັນລ້ານໂດລານຳ.

ນອກນັ້ນ ທ່ານຄາເມີຣອັນ ຍັງໄດ້ໃຫ້ຄຳໝັ້ນສັນຍາ ຈຳນວນນຶ່ງ ກ່ຽວກັບການປະຕິຮູບ ທະນາຄານ ແລະຈະຮັກສາ ລະບົບເງິນຕາອັງກິດ ໄວ້ຕ່າງຫາກ ແຍກຈາກເງິນຢູໂຣ ສຳຫລັບໄລຍະ 5 ປີຂ້າງໜ້າ.

XS
SM
MD
LG