ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດ ຈັບອີກ 2 ຄົນ ທີ່​ພົວພັນ ​ກັບການ​ໂຈມ​ຕີ ​ໃກ້ສະພາ ຂອງ​ອັງກິດ


ຕໍາຫລວດຖືອາວຸດຍາມປ້ອງກັນຄວາມສະຫງົບ ຢູ່ໃນເຂດໃກ້ ຕຶກສະພາອັງກິດ ຢູ່ໃຈກາງນະຄອນຫລວງລອນດອນໃນວັນທີ 24 ມີນາ 2017 ພາຍຫລັງທີ່ມີການໂຈມຕີ ຂອງຜູ້ກໍ່ການຮ້າຍໃນວັນທີ 22 ມີນາ 2017 ຜ່ານມາ
ຕໍາຫລວດຖືອາວຸດຍາມປ້ອງກັນຄວາມສະຫງົບ ຢູ່ໃນເຂດໃກ້ ຕຶກສະພາອັງກິດ ຢູ່ໃຈກາງນະຄອນຫລວງລອນດອນໃນວັນທີ 24 ມີນາ 2017 ພາຍຫລັງທີ່ມີການໂຈມຕີ ຂອງຜູ້ກໍ່ການຮ້າຍໃນວັນທີ 22 ມີນາ 2017 ຜ່ານມາ

ໃນ​ວັນ​ສຸກມື້ນີ້ ຕໍາຫລວດ​ປະ​ຈໍາ​ນະຄອນ​ລອນ​ດອນ ​ເວົ້າວ່າ​ເຂົາ​ເຈົ້າ​ໄດ້​ທໍາ​ການຈັບກຸມ
ເພີ້ມອີກ 2 ຄົນ ທີ່​ມີ​ການ​ພົວພັນ​ກັບ​ການ​ໂຈມ​ຕີ​ໃກ້ສະພາຂອງ​ອັງກິດ.

ທ່ານ Mark Rowley ຜູ້​ບັນຊາ​ການໜ່ວຍ​ຕໍ່​ຕ້ານ​ການກໍ່ການ​ຮ້າຍ ​ກ່າວ​ວ່າ ການ​ຈັບ
​ກຸມ ດັ່ງກ່າວ​ແມ່ນ “ສໍາ​ຄັນຍິ່ງ” ​ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ບໍ່​ໄດ້​ໃຫ້​ລາຍ​ລະອຽດກໍ​ຕາມ.
ທ່ານ​ກ່າວ​ອີກ​ວ່າ ປັດຈຸບັນມີ 9 ຄົນທີ່​ຖືກ​ຄຸມ​ຂັງ ​ແລະ 1 ຄົນ​ໄດ້​ຖື​ກປ່ອຍ​ຕົວ​ໄປ.

​ເຈົ້າໜ້າທີ່ຕໍາຫລວດ​ໄດ້​ບົ່ງ​ບອກ​ວ່າ ຜູ້​ທໍາ​ການ​ໂຈມ​ຕີ ທີ່ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ​ໄປ
ທີ່ຢູ່​ໃກ້​ສະພານັ້ນ ​ແມ່ນທ້າວ Kahlid Masood, ຊາວ​ອັງກິດ​ຜູ້​ນຶ່ງ​ທີ່​ໄດ້​ປ່ຽນ​ໄປ​ຖື​ສາ
ສະໜາ ອິສລາມ ​ແລະ​ໄດ້​ມີ​ປະ​ຫວັດ​ໃນ​ການກະທໍາ​ຜິ​ດທາງ​ອາຍາ ໃນຂໍ້​ຫາ​ມີອາວຸດ​ຢູ່
​ໃນ​ຄວາມຄອບ​ຄອງ ​ແລະ​ຂໍ້ຫາອື່ນໆ ຢ່າງ​ຍືດຍາວ.

ທ່ານ Rowley ​ເວົ້າວ່າ ຊື່​ຂອງ Masood ທີ່​ມີ​ແຕ່ຕອນ​ເກີດນັ້ນ​ແມ່ນ Adrian Russell Ajao ​ແລະ​ກໍ​ໄດ້​ບອກ​ປະຊາຊົນ​ວ່າ​ ຖ້າໃຜ​ມີ​ຂໍ້ມູນກ່ຽວກັບ​ຜູ້ກ່ຽວຈົ່ງບອກ​ໃຫ້​ທ່ານ​ຮູ້.

ທ່ານກ່າວ​ວ່າ “ພວກ​ເຮົາ​ຍັງຢາກ​ໄດ້ຮັບ​ຂ່າວ​ຈາກ​ຜູ້​ໃດ​ກໍ​ຕາມ ທີ່​ຮູ້ຈັກທ້າວ Kahlid
Masood ດີ ​ເຂົ້າ​ໃຈ​ວ່າ​ຜູ້​ໃດ​ມີ​ການ​ພົວພັນ​ກັບລາວ ​ແລະ​ກໍ​ສາມາດ​ໃຫ້​ຂໍ້​ມູນ​ກ່ຽວກັບ
ບ່ອນ​ທີ່​ລາວ​ໄດ້​ໄປ​ ໃນ​ໄລຍະໝໍ່ໆມານີ້.” ​ແລະ​ວ່າ “ອາດ​ຈະເປັນຜູ້​ໃດ​ຜູ້​ນຶ່ງ​ໃນ​ສັງຄົມທີ່
​ມີ​ຄວາມ​ກັງວົນ​ໃຈກ່ຽວກັບທ້າວ Masood ​ແຕ່ບໍ່ຢາກລາຍງານ​ໃຫ້​ພວກ​ເຮົາ​ຮູ້​ກ່ຽວ
ກັບ​ຂໍ້​ກັງວົນ​ໃຈນັ້ນ​ ເນື່ອງ​ຈາກ​ເຫດຜົນ​ໃດ​ນຶ່ງ.”

ພວກ​ລັດ​ອິສລາມ ຫລື IS ​ເວົ້າວ່າ​ ທ້າວ Masood ອາຍຸ 52 ປີນັ້ນ ​ເປັນ “ທະຫານ" ຂອງ​
ກຸ່ມ​ຫົວ​ຮຸນ​ແຮ​ງຈັດ ທີ່​ໄດ້ປະຕິບັດ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ກຸ່ມ​ດັ່ງກ່າວ ໃຫ້​ໂຈມ​ຕີ​ພົນ
ລະ​ເຮືອນ​ແລະ​ທະຫານ​ຢູ່​ໃນ​ປະ​ເທດ ທີ່​ເປັນ​ພັນທະ​ມິດ​ຂອງ​ສະຫະລັດ ທີ່​ຕໍ່ສູ້​ກັບ​ກຸ່ມ IS.

ທ້າວ Masood ບໍ່​ເຄີຍ​ໄດ້​ຮັບ​ການ​ຕັດສິນ​ວ່າ​ກະທໍາ​ຜິ​ດ​ໃນ​ຖານ​ວ່າ​ເປັນ​ຜູ້ກໍ່ການ​ຮ້າຍ ​
ແຕ່​ວ່າ ພວກ​ເຈົ້າໜ້າທີ່​ດ້ານ​ຄວາມໝັ້ນຄົງ​ຂອງ​ອັງກິດ ​ເວົ້າວ່າ ທີ່​ຜ່ານ​ມາ​ຜູ້ກ່ຽວ​ໄດ້​ຖືກ
ສອບ ​ສວນ​ “ທີ່​ກ່ຽວພັນ​ກັບການ​ກໍ່ຄວາມ​ຮຸນ​ແຮງ ຂອງ​ພວກ​ຫົວ​ຮຸນ​ແຮງ​ຈັດ.” ພວກ​ເຈົ້າ
ໜ້າທີ່​ດັ່ງກ່າວ​ເວົ້າອີກວ່າ ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ຜູ້ກ່ຽວປະຕິບັດ​ການຕາມ​ລຳພັງ ​ໃນ
​ວັນ​ພຸດ​ຜ່ານ​ມາ ຕອນ​ທີ່​ລາວ​ແລ່ນລົດ​ລົງ​ໄປ​ຫາ​ບ່ອນ​ຄົນ​ຍ່າງ ຢູ່​ເທິງ​ຂົວ Westminster
ຂ້າມ​ແມ່​ນໍ້າ Thamas ​ໄປ​ຫາ​ຕຶກ​ສະພາ​ຂອງ​ອັງກິດ, ​ແລະ​ໄດ້ຂັບລົດ​ຕໍາປະຕູ​ຮົ້ວ ​ແລະ
​ກໍ​ເອົາ​ມີດ​ແທງ​ຕໍາຫລວດ​ຜູ້​ນຶ່ງ ທີ່​ພະຍາຍາມ​ຈະ​ຫ້າມ​ລາວ ບໍ່​ໃຫ້​ເຂົ້າ​ໄປ​ນັ້ນ.

ຕຳຫຼວດທີ່​ມີ​ອາວຸດ​ປະຈຳການ​ຢູ່​ທີ່​ນັ້ນ ​ໄດ້​ຍິງ​ທ້າວ Masood ຕາຍ​ໃນ​ເວລາ​ບໍ່​ດົນ​ຕໍ່​ມາ.

ອ່ານຂ່າວນີ້ເພີ້ມຕື່ມອີກເປັນພາສາອັງກິດ

XS
SM
MD
LG