ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງທະຫານພິເສດອັງກິດ 8 ຄົນ ຖືບຈັບຢູ່ລີເບຍ


ພວກກະບົດລີເບຍ
ພວກກະບົດລີເບຍ

ລັດຖະມົນຕີປ້ອງກັນປະເທດຂອງອັງກິດ ກ່າວວ່າ ຄະນະ
ນັກການທູດອັງກິດນ້ອຍໆຄະນະນຶ່ງ ກໍາລັງຢູ່ໃນພາກຕາ
ເວັນອອກຂອງລີເບຍ ເພື່ອພະຍາຍາມທີ່ຈະເຈລະຈາກັບ ພວກກະບົດຢູ່ທີ່ນັ້ນ.

ທ່ານ Liam Fox ບອກກັບວິທະຍຸ ບີບີຊີ ​ໃນວັນອາທິດ
ມື້ນີ້ວ່າ ອັງກິດໄດ້ຕິດຕໍ່ກັບຄະນະການທູດດັ່ງກ່າວ ໃນ
ເມືອງ Benghazi ແຕ່ກໍ​ເວົ້າວ່າ ເວລານີ້ ຍັງບໍ່ເປັນການ
ເໝາະສົມທີ່ຈະໃຫ້ຄວາມເຫັນເພີ່ມຕື່ມອີກ.

ແຕ່ໜັງສືພິມ Sunday Times ລາຍງານວ່າ ຊາວລີ​ເບຍ
ຝ່າຍ​ຕໍ່ຕ້ານໄດ້ຈັບກຸມພວກໜ່ວຍກໍາລັງທະຫານພິເສດຂອງ
ອັງກິດ ຫລາຍເຖິງ 8 ຄົນ ແລະນັກການທູດຄົນນຶ່ງໃນເຂດ ຕາເວັນອອກຂອງລີເບຍນັ້ນ.

ໜັງສືພິມ ຊັນເດ ທາຍສ໌ ກ່າວວ່າ ພວກກໍາລັງທະຫານ
ພິເສດດັ່ງກ່າວນີ້ ຖືກມອບໝາຍພາລະກິດລັບ ​ໃຫ້ນໍາພາ​ຄະນະນັກການທູດ​ໄປຕິດຕໍ່ກັບ
ພວກຜູ້ນໍາຂອງ​ຝ່າຍ​ຕໍ່ຕ້ານ. ​ແຕ່ທ່ານຟ໊ອກບໍ່ຍອມໃຫ້ຄວາມເຫັນໃດໆກ່ຽວ​ກັບລາຍງານ ດັ່ງກ່າວ.

ໜັງສືພິມນີ້ກ່າວອີກວ່າ ພວກຝ່າຍ​ຕໍ່ຕ້ານແມ່ນໂກດແຄ້ນນໍາການມີໜ້າຂອງກໍາລັງທະຫານ
ຕ່າງປະເທດຢູ່ດິນແດນຂອງລີເບຍ ເພາະວ່າພວກເຂົາເຈົ້າຢ້ານວ່າ ຜູ້ນໍາລີເບຍ ມວມມາ
ກາດດາຟີ ອາດໃຊ້ການມີໜ້າຂອງກໍາລັງທະຫານຂອງຝ່າຍຕາເວັນຕົກຢູ່ໃນລີເບຍ ເພື່ອລະ
ດົມ​ເອົາ​ການສະໜັບສະໜຸນຈາກ​ພວກ​ທີ່ຮັກຊາດ ໃຫ້ແກ່ລະບອບປົກຄອງຂອງທ່ານ.

ໜັງສືພິມທາຍສ໌ ກ່າວຕື່ມວ່າ ຊາວອັງກິດຖີ່ຖືກຈັບ ໄດ້ຖືກນໍາຕົວໄປຍັງທີ່ໝັ້ນຂອງຝ່າຍ
ຕໍ່ຕ້ານ ທີ່ເມືອງເບນກາຊີ ເພື່ອສອບປາກຄໍາ.

XS
SM
MD
LG