ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ເລີ່ມສະຫຼອງ ການຂຶ້ນຄອງຣາດ ຄົບຮອບ 60 ປີ ຂອງພະຣາຊີນີ ເອລີຊາແບັດ (ວີດີໂອ)


ປະຊາ​ຊົນ​ອັງ​ກິດ ເລີ້ມ​ພາກັນສະ​ເຫຼີມສະ​ຫລອງ​ເປັນ​ເວລາ​ສີ່​ມື້ໃນ​ວັນ​ເສົາ​ມື້ນີ້ ເພື່ອ​ເປັນຂີດ​
ໝາຍຄົບຮອບ 60 ປີໃນ​ການ​ຂຶ້ນຄອງ​ລາດ​ຂອງ​ພະຣາຊີ​ນີ​ເອລີຊາ​ແບັດດ້ວຍ​ພິທີ​ທີ່​ຍິ່ງ​ໃຫຍ່
ການ​ແຫ່​ແຫນ​ຢ່າງ​ງົດ​ງາມ ​ແລະການ​ໄປ​ຮ່ວມສະ​ໜັບສະໜູນ​ຢ່າງ​ຫຼວງຫຼາຍຂອງ​ປະຊາຊົນ.

ບັນດາທຸງ​ຂອງ​ຣາຊອານາຈັກ​ອັງ​ກິດຊຶ່ງ​ເປັນ​ທີ່​ຮູ້ກັນ​ອີກ​ວ່າ Union Jack​ ນັ້ນໄດ້ປັກລຽນ
ກັນ​ຢູ່​ຕາມ​ຖະໜົນຫົນທາງ​ສາຍ​ຕ່າງໆ​ໃນ​ກຸງ​ລອນ​ດອນ ບ່ອນທີ່​ຄາດ​ວ່າຝູງຊົນຈະ​ພາກັນ
ໄປເຕົ້າ​ໂຮມກັນເພື່ອ​ເຂົ້າຮ່ວມ​ພິທີ​ແຫ່​ສະ​ເຫລີ​ມສະຫລອງແລະກິດຈະການ​ຕ່າງໆ​ໃນ​ສອງ​
ສາມ​ວັນ​ຂ້າງ​ໜ້ານີ້.

ເປັນ​ທີ່​ປະກົດ​ວ່າ ພະຣາຊີ​ນີ​ທີ່​ມີ​ພະ​ຊົນມາຍຸ 86 ພັນ​ສາ ພວມ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​
ເພີ່ມ​ຂຶ້ນ ​ແລະ​ປະຊາຊົນ​ຫລາຍໆ​ຄົນ​ຢູ່​ໃນ​ປະ​ເທດ​ທີ່​ຍັງພາກັນ​ດີ້ນຮົນ​ກັບ​ບັນຫາ​ດ້ານເສດ
ຖະກິດນັ້ນກໍກໍາລັງພາກັນກຽມ​ການ​ສະຫລອງ.

​ເຈົ້າ​ຊາຍ Charles ຣາຊະ​ໂອຣົດຂອງ​ພະຣາຊີ​ນີ ​ຊຶ່ງ​ເປັນ​ຣັດຊະ​ທາຍາດ​ທີ່​ຈະສືບ​ທອດ
​ບັນລັງ​ນັ້ນຊົງ​ກ່າ​ວວ່າ ການ​ສະຫລອງ​ການ​ຂຶ້ນຄອງ​ລາດ ​ຄົບຮອບ 60 ປີນີ້ ​ແມ່ນ​ໂອ
ກາດ​ການສະ​ເຫຼີມສະ​ຫລອງ​ ທີ່​ບອກ​ເຖິງ​ຄວາມໝາຍທີ່​ພະນາ​ງມີຕໍ່ປະ​ເທດ​ຊາດ ​ແລະ
ບັນດາໂອຣົດຂອງ​ພະນາ​ງ.

ພະຣາດຊວັງອັງກິດ ​ໄດ້​ເປີດ​ເຜີຍ​ເປັນ​ຄັ້ງ​ທໍາ​ອິດ ​ຮູບ​ເງົາ​ຈຳນວນ​ນຶ່ງທີ່​ຖ່າຍ​ທໍາເອົາເອງ
ກ່ຽວ​ກັບພະຣາຊີ​ນີ Elizabeth ​ເພື່ອໃຫ້​ຮູ້ຈັກ ຊີວິດ​ສ່ວນ​ຕົວ ແລະ ​ຊີວິດໃນ​ເບື້ອງທີ່​
ອ່ອນ​ໂຍນຂອງ​ພະນາ​ງ​.

ພະຣາຊີ​ນີ Elizabeth ​ໄດ້​ຂຶ້ນຄອງ​ຣາດແທນ​ພະ​ບິດາຂອງ​ພະນາ​ງຄື​ພະ​ເຈົ້າ George
ຫລັງ​ຈາກ​ພະ​ອົງໄດ້​ສີ້​ນພະ​ຊົນ​ໃນ​ປີ 1952 ​ແລະ​ໃນ​ປີ​ຕໍ່​ມາ​ໄດ້​ສວມ​ມົງກຸດເປັນ​ພະຣາຊີ​
ນີຂອງ 7 ປະ​ເທດ​ເຄືອ​ຈັກກະ​ພົບ​ປະກອບ​ດ້ວຍອັງກິດ ກາ​ນາ​ດາ ອອສ​ເຕ​ຣ​ເຣຍ ນີວ
ຊີ​ແລນ ອາ​ຟຣິກາ​ໃຕ້ ປາ​ກິ​ສຖານ ​ແລະ ​ຊີ​ລອນ ຊຶ່ງ​ເປັນ​ທີ່​ຮູ້​ກັນ​ໃນ​ປັດຈຸບັນນີ້​ວ່າ ສີ​ຣ
ລັງ​ກາ.

XS
SM
MD
LG