ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະລາຊີນີແຫ່ງອັງກິດ ຊົງເຂົ້າຮ່ວມ ຂະບວນແຫ່ເຮືອ ໄປຕາມແມ່ນໍ້າ Thames (ສະໄລດ໌ກັບວີດີໂອ)


ວີດີໂອກ່ຽວກັບຂະບວນລ່ອງເຮືອ ແລະການຂຶ້ນຄອງບັນລັງຂອງລາຊິນີເອລີຊາແບັທ:

​ພະ​ລາ​ຊີ​ນີ Elizabeth ​ໄດ້ຊົງ​ເຂົ້າ​ຮ່ວມ​ໃນ​ຂະບວນແຫ່​ເຮືອ ຈໍານວນ​ຫຼາຍ​ກວ່າ 1 ພັນ​ລໍາ​
ລ່ອງ​ລອຍ​ໄປ​ຕາມ​ແມ່​ນໍ້າ Thames ໃນ​ວັນ​ອາທິດວານ​ນີ້ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ
ສະ​ເຫຼີມສະຫຼອງຄົບຮອບ 60 ປີ ​ແຫ່ງ​ການ​ຂຶ້ນ​ຄອງ​ບັນລັງ​ຂອງພະ​ນາງ.

ປະຊາຊົນ​ຫຼາຍ​ແສນ​ຄົນ​ໄດ້​ພາກັນ​ໄປ​ໂຮມ​ຊຸມນຸມ ຢູ່​ຕາມ​ແຄມ​ແມ່ນໍ້າດັ່ງກ່າວ ​ເຖິງ​ແມ່ນ​ຝົນ
ຕົກ​ກໍ​ຕາມ ​ເພື່ອ​ໄປ​ເຊຍສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ຕໍ່​ລາຊິນີ ສໍາລັບ​ປາກົດການ​ທີ່​ຍິ່ງ​ໃຫຍ່​ທີ່ບໍ່
​ເຄີຍ​ເຫັນ​ມາ​ໃນ​ຮອບປະມານ 350 ປີຜ່ານມາ ​ຂະນະ​ທີ່​ສຽງ​ລະຄັງ​ດັງ​ກ້ອງໃນ​ທົ່ວ​ກຸງ​ລອນ
​ດອນ ​ ພວກ​ຕຶກ​ອາຄານ​ຕ່າງໆແລະຜູ້​ຄົນ​ກໍເອ້ຍ້ອງ​ແລະປະດັບ​ປະດາ​ໄປດ້ວຍ ທຸງຊາດ
Union Jack” ​ສີ​ແດງ ຂາວ ​ແລະ​ຟ້າ​ຂອງ​ອັງກິດ.

ການສະ​ເຫຼີ​ມສະຫຼອງ​ເປັນ​ເວລາ 4 ມື້​ແຫ່ງ​ການ​ຂຶ້ນ​ຄອງ​ບັນລັງ​ຂອງ​ພະລາ​ຊີ​ນີ​ ເປັນ​ເວລາ 60 ປີ ​ໄດ້​ເລີ້ມ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ຕັ້ງ​ແຕ່​ວັນ​ເສົາ ຜ່ານ​ມາ​ນີ້ ຫຼັງ​ຈາກ​ໄດ້​ດຶງ​ດູ​ດ​ເອົາ​ຄວາມ​ສົນ​ໃຈຂອງ​ໂລກຄືນ​ມາອີກ​ເກືອບ​ນຶ່ງ​ປີ​ ຫຼັງ​ຈາກ​ພິທີອະພິ​ເສກ​ສົມລົດ​ຂອງ​ເຈົ້າ​ຊາຍ William ​ແລະ​ນາງ Kate ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ພວກຜູ້​ຊົມ​ຈາກ​ທົ່ວ​ໂລກ​ນັ້ນ. ມື້​ລາງລາ​ຊີ​ນີ Queen Victoria ຊຶ່ງ​ເປັນແມ່ຕູ້​ຂອງພະ​ມານ​ດາ​ຂອງ​ລາ​ຊີ​ນີ Elizabeth ​ເປັນ​ກະສັດພຽງ​ອົງ​ດຽວ​ທີ່ໄດ້ ຄອງ​ບັນລັງ​ດົນເຖິງ 60 ປີ ຊຶ່ງ​ພະນາ​ງ​ໄດ້​ສະ​ເຫຼີ​ມສະຫຼອງ​ໃນ​ປີ 1887 ​ຊຶ່ງ​ໃນເວລານັ້ນ ​ອານາຈັກອັງກິດ​ໄດ້​ແຜ່​ຂະຫຍາຍອອກ​ໄປ​ກວມ​ເອົາ ​ພາກ​ພື້ນ​ສ່ວນຫຼາຍ​ຂອງ​ໂລກ​.

ເບິ່ງວີດີໂອກ່ຽວກັບການກະກຽມ ສະຫລອງຂຶ້ນຄອງບັນລັງໄດ້ 60 ປີຂອງ
ພະລາຊິນີເອລີຊາແບັທ ທີ່ຂຶ້ນສະເຫວີຍລາດຕັ້ງແຕ່ມີພະຊົນມາຍຸພຽງ 26 ພັນສາ:

XS
SM
MD
LG