ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກອັງກິດກ່າວວ່າ ການເພີ່ມຂຶ້ນ ຂອງຈຳ​ນວນຄົນຕິດ ສາຍພັນໂອໄມຄຣອນ ຈະພາໃຫ້ມີຄວາມກົດດັນ ຕໍ່ລະບົບສາທາລະນະສຸກ


ນາ​ຍົກ Boris Johnson ຂອງອ​ັງ​ກິດ (ຂວາ) ຢ້ຽມ​ຢາມ​ສູນ​ສັກ​ຢາ​ວັກ​ຊີນ ທີ່​ສະ​ໜາມ​ກິ​ລາ Stoke Mandeville ໃນ​ເມືອງ Aylesbury ຂອງ​ອັງ​ກິດ, ວັນ​ທີ 3 ມັງ​ກອນ, 2022.
ນາ​ຍົກ Boris Johnson ຂອງອ​ັງ​ກິດ (ຂວາ) ຢ້ຽມ​ຢາມ​ສູນ​ສັກ​ຢາ​ວັກ​ຊີນ ທີ່​ສະ​ໜາມ​ກິ​ລາ Stoke Mandeville ໃນ​ເມືອງ Aylesbury ຂອງ​ອັງ​ກິດ, ວັນ​ທີ 3 ມັງ​ກອນ, 2022.

ນາຍົກລັດຖະມົນຕີອັງກິດ, ທ່ານບໍ​ຣິ​ສ ຈອນ​ສັນ (Boris Johnson) ກ່າວໃນ ວັນຈັນວານນີ້ວ່າ ການເພີ່ມຂຶ້ນຂອງກໍລະນີຄົນເປັນ​ພະ​ຍາດໂຄວິດ-19 ຂອງ ປະເທດໃນປັດຈຸບັນ ທີ່ຜັກ​ດັນໂດຍສາຍ​ພັນໂອ​ໄມ​ຄ​ຣອນຈະເຮັດໃຫ້ເກີດຄວາມ ກົດດັນ "ຢ່າງຫຼວງຫຼາຍ" ຕໍ່ການບໍລິການດ້ານສຸຂະພາບຂອງຊາດ ແຕ່ກໍ​ເວົ້າ ວ່າ ຍັງບໍ່ມີຄວາມຈໍາເປັນທີ່​ຈະຕ້ອງວາງຂໍ້ຈໍາກັດໃຫມ່ອອກ​ມາ ໃນເວລານີ້.

ທ່ານ​ຈອນ​ສັນໄດ້ສະແດງຄວາມຄິດເຫັນດັ່ງ​ກ່າວ ຕໍ່ນັກຂ່າວໃນຂະນະທີ່ໄປຢ້ຽມ ຢາມສູນສັກຢາວັກຊີນໃນເມືອງບັກ​ຄິງ​ແຮມ​ເຊຍ (Buckinghamshire). ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ວ່າ​ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ຂອງ​ທ່ານ​ຈະ​ຕິດ​ຕາມ​ສະ​ຖາ​ນະ​ການຢູ່​ຕະ​ຫລອດ​, ມາດ​ຕະ​ການ​ໃນ​ປັດ​ຈຸ​ບັນ​ຂອງ​ອັງ​ກິດ​ທີ່ມີ​ຢູ່​ແມ່ນ​ເປັນ​ສິ່ງ​ທີ່​ເຫມາະ​ສົມ​ເພື່ອ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວຣັສ​ທີ່​ວ່ານີ້ໄດ້​.

ໃນເດືອນແລ້ວນີ້, ໃນ​ຂະ​ນະ​ທີ່ມີການຕິດເຊື້ອໃຫມ່ທີ່ຜັກ​ດັນໂດຍສານຍພັນໂອ​ໄມຄ​ຣອນເລີ້ມຖີບ​ຕົວ​ສູງຂຶ້ນ, ລັດຖະບານໄດ້ປະຕິບັດສິ່ງທີ່ພວກເພິ່ນເອີ້ນວ່າ ມາດຕະການຂອງ "ແຜນການ B" ເຊິ່ງລວມມີການເຮັດວຽກຢູ່ເຮືອນ, ຖ້າເປັນ ໄປໄດ້, ການໃສ່ຫນ້າກາກໃນພາ​ຫະ​ນະຂົນສົ່ງສາທາລະນະ ແລະ ໄດ້ຮັບການ ກວດ​ກ່ອນຖ້າຈະໄປພົບຜູ້​ໃດ​ຜູ້​ນຶ່ງ​ທີ່ທ່ານບໍ່ໄດ້​ຢູ່ຮ່ວມ​ນຳຫລື​ພົບ​ກັນ​ເລື້ອຍ ລວມ​ທັງບັນດາກົດລະບຽບອື່ນໆອີກ​ດ້ວຍ.

ລັດຖະມົນຕີກະຊວງສາທາລະນະສຸກຂອງອັງກິດຍັງໄດ້ອອກຖະແຫຼງການສະ​ບັບ​ນຶ່ງໂດຍກ່າວວ່າ ເລີ້ມ​ຕັ້ງ​ແຕ່ວັນອັງຄານມື້​ນີ້​ເປັນ​ຕົ້ນ​ໄປ, ພວກ ເຂົາເຈົ້າ ແນະນໍາໃຫ້ນັກຮຽນມັດທະຍົມ ໃສ່ຫນ້າກາກຢູ່ໃນຫ້ອງຮຽນ.

ທ່ານ​ຈອນ​ສັນກ່າວວ່າ ຄວາມແຕກຕ່າງລະຫວ່າງອັງກິດກັບ​ປະ​ເທດອື່ນທີ່ ເຫຼືອໃນຢູ​ໂຣບ ​ກໍ​ຄືອັດຕາການສັກຢາປ້ອງກັນພະ​ຍາດສູງ, ແລະພວກເຂົາຍັງ ສືບຕໍ່ສ້າງການປ້ອງກັນເຊື້ອໄວຣັສດ້ວຍການ​ສັກ​ຢາ​ເຂັມທີ​ສາມ​ ຫລື booster.

ທ່ານກ່າວວ່າເຫດຜົນນຶ່ງ ທີ່ທ່ານໄດ້ໄປປາກົດຕົວຢູ່ໃນສູນສັກຢາ ແມ່ນເພື່ອຊຸກ ຍູ້ໃຫ້ຜູ້ຄົນໄດ້ຮັບການສັກຢາ​ເຂັມ​ທີ​ສາມ​ ໂດຍກ່າວວ່າ, "ຢາເຂັມທີສາມ ແມ່ນ​ພາໃຫ້​ເກີດຄວາມແຕກຕ່າງທີ່ໃຫຍ່, ໃຫຍ່ຫລວງ​ອີ່​ຫລີ." ທ່ານນາຍົກລັດຖະມົນ ຕີອັງກິດ ກ່າວວ່າ ປະຊາຊົນສ່ວນໃຫຍ່ ໃນປັດຈຸບັນທີ່ຢູ່ໃນຫ້ອງມໍ​ລະ​ສຸມຂອງ ປະເທດແມ່ນຍັງບໍ່ທັນໄດ້ສັກຢາວັກຊີນ, ແລະປະມານ 90 ເປີ​ເຊັນ​ ແມ່ນບໍ່ໄດ້ ຮັບການສັກ​ຢາ​ເຂັມ​ສາມ​ເທື່ອ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG