ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ສະກັດກັ້ນອາວຸດຂອງອີຣ່ານ ຢູ່ອ່າວໂອມານ


ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຖັງ ແລະ​ສ່ວນ​ປະກອບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ທະຫານມາຣີນຂອງອັງກິດ ຍຶດ​ໄດ້​ໃນ​ອ່າວ​ໂອ​ມານ ເມື່ອ​ວັນ​ທີ 26 ກຸມພາ 2023.
ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຖັງ ແລະ​ສ່ວນ​ປະກອບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ທະຫານມາຣີນຂອງອັງກິດ ຍຶດ​ໄດ້​ໃນ​ອ່າວ​ໂອ​ມານ ເມື່ອ​ວັນ​ທີ 26 ກຸມພາ 2023.

ບັນດາ​ປະ​ເທດ​ມະຫາ​ອຳນາດ​ຕາ​ເວັນ​ຕົກ ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ສະກັດ​ກັ້ນ​ການ​ສົ່ງ​ອາວຸດ​ທີ່​ຜິດ​ກົດໝາຍຂອງ​ອີຣ່ານ ​ອີກ​ຄັ້ງໜຶ່ງ​ ຊຶ່ງ​ເປັນ​ການ​ຍຶດ​ໄດ້​ຄັ້ງ​ທີ 7 ​ໃນໄລ​ຍະ​ສາມ​ເດືອນ​ທີ່​ຜ່ານ​ມາ.

ການຍຶດດັ່ງກ່າວ, ເຊິ່ງປະກາດໂດຍອັງກິດໃນວັນພະຫັດ​ວານນີ້, ໄດ້ມີຂຶ້ນໃນເດືອນທີ່ຜ່ານມາ ​ຢູ່ອ່າວໂອມານ (Gulf of Oman).

ກະຊວງ​ປ້ອງ​ກັນ​ປະ​ເທດຂອງ​ອັງກິດ​ກ່າວ​ວ່າ ພວກເຂົາ​ເຈົ້າ​ໄດ້​ເລີ່​ມຕິດຕາມ​ກຳ​ປັ່ນ​ຂອງ​ອີຣ່ານ ​ໃນ​ວັນ​ທີ 23 ກຸມພາ​ນີ້, ​ເມື່ອ​ໄດ້​ສັງ​ເກດ​ເຫັນວ່າ​ກຳ​ປັ່ນ​ລຳ​ນີ້​ເດີນທາງ​ດ້ວຍ​ຄວາມ​ໄວ​ສູງ ​ພາຍ​ໃຕ້​ຄວາມ​ມືດ.

ຫຼັງຈາກນັ້ນ, ທະຫານມາ​ຣີນ​ຂອງ​ອັງ​ກິດ ໄດ້ຂຶ້ນ​ໄປ​ເທິງເຮືອ ຫຼັງຈາກຜູ້ຕ້ອງສົງໄສ​ໃນ​ການລັກລອບອາ​ວຸດ ​ໃນເບື້ອງຕົ້ນ ບໍ່ໄດ້ສົນໃຈຕໍ່​ຄຳ​ສັ່ງ ຈາກເຮືອ HMS Lancaster ຂອງອັງກິດ ແລະພະຍາຍາມກັບຄືນສູ່ເຂດນ່ານນໍ້າຂອງອີຣ່ານ.

ສະຫະລັດ​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ໄດ້​ດຳເນີນການ​ເຝົ້າ​ລະວັງ​ທາງ​ອາກາດ​ ໃນ​ລະຫວ່າງ​ການ​ປະຕິບັດ​ການ ຊຶ່ງ​ໄດ້ມີ​ຂຶ້ນ "ຕາມ​ເສັ້ນທາງ​ທີ່​ເຄີຍ​ໃຊ້​ຂົນສົ່ງອາວຸດ ​ໄປ​ເຢ​ເມນ​ ແບບ​ຜິດ​ກົດໝາຍ."

ທັງ​ກອງ​ບັນຊາ​ການກາງຂອງ​ກອງທັບ​ເຮືອ​ອັງກິດ ​ແລະ​ສະຫະລັດ ທີ່ມີຖານຢູ່​ປະ​ເທດ​ບາຫ໌​ເຣນ ກ່າວ​ວ່າ ກຳ​ປັ່ນ​ຂອງ​ອີຣ່ານ ​ໄດ້​ບັນທຸກ​ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຖັງຂອງ​ອີ​ຣ່ານ ທີ່​ກ່າຍ​ແບບ​ມາ​ຈາກ​ລຸ້ນ 9M133 Kornet ຂອງຣັດ​ເຊຍ ​ແລະ​ສ່ວນ​ປະກອບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ໄລຍະ​ກາງ​.

ອ່ານຂ່າວເປັນພາສາອັງກິດຕື່ມ

XS
SM
MD
LG