ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ການຕັດສິນໃຈ ກ່ຽວກັບ ບໍລິສັດຫົວເຫວີຍ ຂອງອັງກິດ ຈະຕັ້ງຕົ້ນຄືນໃໝ່ ສາຍສຳພັນກັບຈີນ


ພວກຄົນຍ່າງຜ່ານປ້າຍໂຄສະນາ ບໍລິສັດ ຫົວເຫວີຍ ຢູ່ທີ່ບ່ອນຈອດລົດເມ ໃນໃຈກາງນະຄອນຫຼວງລອນດອນ ຂອງອັງກິດ, ວັນທີ 29 ເມສາ 2019.

ບັນດາເຈົ້າໜ້າທີ່ອັງກິດກຳລັງກຽມຮັບມືກັບຜົນສະທ້ອນຢ່າງຮຸນແຮງຂອງລັດຖະບານຈີນ ແລະເປັນໄປໄດ້ວ່າ ເປັນການຕອບໂຕ້ຕໍ່ການຕັດສິນໃຈຂອງອັງກິດໃນວັນອັງຄານວານນີ້ ທີ່ຈະກີດກັນ ຫົວເຫວີຍ ຊຶ່ງເປັນບໍລິສັດເທັກໂນໂລຈີຍັກໃຫຍ່ຂອງຈີນ ບໍ່ໃຫ້ມີບົດບາດໃດໆໃນການພັດທະນາເຄືອຂ່າຍໂທລະສັບລະບົບ 5G ລຸ້ນໃໝ່ຂອງອັງກິດນັ້ນ.

ລັດຖະມົນຕີກະຊວງວັດທະນະທຳຂອງອັງກິດ ທ່ານ ອໍລີເວີ ດາວເດັນ ໄດ້ກ່າວຕໍ່ສະພາຕ່ຳ ຫຼື House of Commons ກ່ຽວກັບການຕັດສິນໃຈ ທີ່ຈະຖອນບໍລິສັດຫົວເຫວີຍອອກຈາກເຄືອຂ່າຍໂດຍກ່າວວ່າ ອຸປະກອນໃດໆທັງຫຼາຍຂອງບໍລິສັດດັ່ງກ່າວ ທີ່ໄດ້ຖືກຕິດຕັ້ງໄປແລ້ວ ຈະຖືກມ້າງອອກຈາກເຄືອຂ່າຍ ພາຍໃນປີ 2027.

ນະໂຍບາຍການຕ່າວຄືນທີ່ສຳຄັນນີ້ ແມ່ນກໍ່ໃຫ້ເກີດຄວາມຢ້ານກົວຢູ່ໃນທຳນຽບນາຍົກລັດຖະມົນຕີ ຫຼືທີ່ຮູ້ຈັກກັນຄື ຖະໜົນດາວນິ້ງ ທີ່ວ່າ ອັງກິດອາດເປັນໄປໄດ້ ທີ່ຈະຕົກເປັນເປົ້າໝາຍຂອງການໂຈມຕີທາງໄຊເບີຈາກໜ່ວຍງານທີ່ສະໜັບສະໜຸນໂດຍຈີນ ແບບຄ້າຍຄືກັນກັບທີ່ອອສເຕຣເລຍໄດ້ຖືກໂຈມຕີມາແລ້ວເມື່ອເດືອນແລ້ວນີ້ ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມຂຶ້ນ ລະຫວ່າງແຄນເບີຣາກັບປັກກິ່ງ.

ບັນດາເຈົ້າໜ້າທີ່ຂອງຈີນ ປະກອບດ້ວຍເອກອັກຄະລັດຖະທູດຂອງປັກກິ່ງປະຈຳ ນະຄອນຫຼວງລອນດອນ ໄດ້ກ່າວເຕືອນຢ່າງຕໍ່ເນື່ອງໃນສອງສາມເດືອນມໍ່ໆມານີ້ ແລະຂົ່ມຂູ່ເຖິງຜົນສະຖ້ອນທີ່ຮ້າຍແຮງຖ້າຫາກບໍລິສັດຫົວເຫວີຍ ນຶ່ງໃນບໍລິສັດທີ່ມີຊື່ສຽງຂອຈີນ ຖືກກີດກັນບໍ່ໃຫ້ມີສ່ວນຮ່ວມ ໃນການພັດທະນາເຄືອຂ່າຍລະບົບ 5G ຂອງອັງກິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG