ບັນດາສະມາຊິກສະພາ ຂອງອັງກິດ ໄດ້ລົງຄະແນນສຽງ ໃນວັນພຸດວານນີ້ ເພື່ອອະນຸ
ຍາດ ໃຫ້ນາຍົກລັດຖະມົນຕີ Theresa May ດຳເນີນການຕໍ່ໄປໃນການຖອນໂຕຂອງ
ອັງກິດ ອອກຈາກສະຫະພາບຢູໂຣບ ຫຼື Brexit.
ການລົງຄະແນນສຽງ ໃນສະພາແຫ່ງຊາດຂອງອັງກິດ ໝາຍເຖິງຄວາມພະຍາ ຍາມ
ໂດຍກຸ່ມ ຝ່າຍຄ້ານຕໍ່ Brexit ເພື່ອຫລຸດຜ່ອນເງື່ອນໄຂຕ່າງໆ ຂອງການຖອນໂຕ
ໄດ້ຮັບການຄັດຄ້ານ. ພວກເຂົາເຈົ້າໄດ້ພະຍາຍາມທີ່ຈະກຳນົດເງື່ອນ ໄຂຈຳນວນນຶ່ງ ໃສ່ກັບຮ່າງກົດໝາຍ ເພື່ອຖ່ວງເວລາ ການເລີ້ມຕົ້ນເຈລະຈາ ກ່ຽວກັບ Brexit ທີ່ໄດ້
ກຳນົດໃສ່ ວັນທີ 31 ເດືອນມີນາ ຕາມແຜນ ການທີ່ໄດ້ວາງໄວ້.
ການລົງຄະແນນສຽງ ໃນແລງວັນພຸດວານນີ້ ໄດ້ສິ້ນສຸດລົງ ໂດຍມີສະມາຊິກ 494 ທ່ານ
ເຫັນພ້ອມກັບຮ່າງກົດໝາຍ ແລະ 122 ທ່ານ ຄັດຄ້ານ.
ເຊີນຊົມ: ສະພາອັງກິດ ເຫັນພ້ອມຢ່າງເປັນຈຳນວນຫຼວງຫຼາຍ ໃນມະຕິ Brexit
ຮ່າງກົດໝາຍດັ່ງກ່າວ ບັດນີ້ ຈະຖືກສົ່ງໄປຍັງສະພາສູູງ ຊຶ່ງເປັນສະພາທີ່ສະມາຊິກ
ບໍ່ໄດ້ຖືກເລືອກ ຕັ້ງໂດຍກົງ ທີ່ຄາດກັນວ່າ ຈະຮັບຮອງເອົາ ຮ່າງກົດໝາຍນີ້ ເຖິງແມ່ນວ່າ
ພວກເຂົາເຈົ້າກໍເຊັ່ນດຽວກັນ ທີ່ອາດຈະພະຍາຍາມເພີ່ມເງື່ອນໄຂທີ່ຈະບັງຄັບໃຫ້ມີການ
ຊັກຊ້າ. ເງື່ອນໄຂໃດໆ ທີ່ພວກເຂົາເຈົ້າ ຈະເພີ້ມເຂົ້າໃສ່ນັ້ນແມ່ນຈະຕ້ອງໄດ້ຮັບການອະນຸມັດໂດຍສະພາແຫ່ງຊາດ ຊຶ່ງໝາຍຄວາມວ່າພວກ ເຂົາເຈົ້າ ອາດຈະບໍ່ປະສົບຜົນ
ສຳເລັດ.
ສະມາຊິກພັກແຮງງານຈຳນວນນຶ່ງ ຜູ້ຊຶ່ງໃນປັດຈຸບັນນີ້ບໍ່ເຫັນພ້ອມກັບສຽງສ່ວນຫຼາຍ
ໄດ້ລົງຄະແນນສຽງ ຄັດຄ້ານຕໍ່ຄຳແນະນຳຈາກຜູ້ນຳພັກ ທ່ານ Jeremy Corbyn ທີ່ໄດ້
ກ່າວວ່າ ພວກເຂົາເຈົ້າ ຄວນສະໜັບສະໜູນ ຮ່າງກົດໝາຍດັ່ງ ກ່າວ. ບັນດາສະມາຊິກ ຈຳນວນນຶ່ງ ໃນຄະນະທີມງານດ້ານນະໂຍບາຍ ຂອງທ່ານ Corbyn ໄດ້ລາອອກຈາກ
ຕຳແໜ່ງ ກ່ອນໜ້າການລົງຄະແນນສຽງ ໂດຍກ່າວວ່າ ພວກເຂົາເຈົ້າບໍ່ສາມາດສະໜັບ
ສະໜູນ ຈຸດຢືນຂອງທ່ານ Corbyn.