ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜນການປະ​ທ້ວງຂອງ​ນັກ​ເຄື່ອນ​ໄຫວ ດ້ານ​​ດິນ​ຟ້າ​ອາ​ກາດ ​ຢູ່​ສະ​ໜາມ​ບິນຮີດ​ໂຣ ໃນ ລອນດອນ ຖືກ​ລົ້ມ​ເລີກ​ໄປ


ນາງ Valerie Milner-Brown ແລະ​ນາງ Linda Davidsen ​ນັກ​ເຄື່ອນ​ໄຫວ ດ້ານ​​ດິນ​ຟ້າ​ອາ​ກາດ ຖື​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ໄວ້ ຢູ່​ໃກ້​ສະ​ໜາມ​ບິນ Heathrow ໃນ​ນະ​ຄອນລອນດອນຂອງ​ອັງ​ກິດວັນ​ວັນ​ທີ 12 ກັນ​ຍາ, 2019
ນາງ Valerie Milner-Brown ແລະ​ນາງ Linda Davidsen ​ນັກ​ເຄື່ອນ​ໄຫວ ດ້ານ​​ດິນ​ຟ້າ​ອາ​ກາດ ຖື​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ໄວ້ ຢູ່​ໃກ້​ສະ​ໜາມ​ບິນ Heathrow ໃນ​ນະ​ຄອນລອນດອນຂອງ​ອັງ​ກິດວັນ​ວັນ​ທີ 12 ກັນ​ຍາ, 2019

ສະ​ໜາມ​ບິນຮີດ​ໂຣ (Heathrow) ຂອງ​ນະ​ຄອນ​ລອນດອນ ຍັງ​ເປີດ​ໃຫ້​ບໍ​ລິ​ການ​ຢູ່​ໃນ​ວັນ​ສຸກມື້ນີ້ ເຖິງ​ແມ່ນ​ວ່າຈະ​ມີ​ແຜນ​ການ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດວ່າ ຈະ​ເຂົ້າ​ໄປ​ຂັດ​ຂວາງ​ຖ້ຽວ​ບິນ​ຕ່າງໆ ໂດຍ​ການ​ໃຊ້ເຮືອ​ບິນບໍ່ມີ​ຄົນ​ຂັບ ຢູ່​ໃກ້​ກັບ​ສູນ​ກາງ​ການ​ເດີນ​ທາງແຫ່ງນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ, ຊຶ່ງ​ເປັນກຸ່ມ​ທີ່ຊື່​ວ່າ ຮີ​ດໂຣ ພອ​ສ (Heathrow Pause) ຊຶ່ງ​ແປ​ວ່າເຮັດ​ໃຫ້ສະ​ໜາມ​ບິນຮີ​ດໂຣ (Heathrow) ຢຸດ​ສະ​ງັກ​ລົງ ​ມີ​ແຜນ​ທີ່​ຈະສະ​ກັດ​ກັ້ນຖ້ຽວ​ບິນຕ່າງໆ ໂດຍ​ການ​ໃຊ້​ເຮືອ​ບິນບໍ່​ມີ​ຄົນ​ຂັບຢູ່​ພາຍ​ໃນບໍ​ລິ​ເວນ 5 ກິ​ໂລ​ແມັດ​ໃກ້ກັບ​ສະ​ໜາມ​ບິນ​ດັ່ງ​ກ່າວ. ຈຸດ​ປະ​ສົງ​ກໍ​ແມ່ນ​ວ່າຢາກ​ຜັດ​ດັນ​ລັດ​ຖະ​ບານ​ໃຫ້​ດຳ​ເນີນ​ການ ​ຢ່າງເຄັ່ງຄັດ​ຫລາຍ​ຂຶ້ນ​ ໃນ​ການ​ຫລຸດການ​ປ່ອຍ​ອາຍ​ແກັ​ສຄາ​ບອນ​ລົງ, ແຕ່​ວ່າ ອົງ​ການ​ຂ່າວ​ຣອຍ​ເຕີ ລາຍ​ງານ​ໃນ​ວັນ​ສຸກມື້ນີ້​ວ່າ ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມໄດ້​ຖືກ​ສະ​ກັດ​ກັ້ນ​ໄວ້ ເມື່ອ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ບໍ່​ໄດ້​ມາບິນຢູ່​ເຂດນັ້ນ ແລະ​ສະ​ໜາມ​ບິນ​ກໍດຳ​ເນີນ​ງານ​ຕາມ​ປົກ​ກະ​ຕິ.

ສະ​ໜາມ​ບິນ​ດັ່ງ​ກ່າວເວົ້າຢູ່​ໃນເວັບ​ໄຊ​ທ໌ຂອງ​ຕົນວ່າ ທາງ​ແລ່ນ​ຂຶ້ນລົງ​ຂອງ​ເຮືອ​ບິນ ແລະທາງ​ເຮືອ​ບິນ​ແລ່ນ​ລໍ​ຖ້າ​ຈອດຂອງ​ຕົນ “ຍັງ​ສືບ​ຕໍ່​ເປີດ ແລະມີ​ການ​ປະ​ຕິ​ບັດ​ງານ​ຢ່າງ​ເຕັມ​ສ່ວນ ເຖິງ​ແມ່ນ​ວ່າ ມີ​ການ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ການ​ປະ​ຕິ​ບັດງານ​ຂອງສະ​ໜາມ​ບິນຢຸດ​ສະ​ງັກລົງ​ຍ້ອນ​ການ​ໃຊ້​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ທີ່​ຜິດ​ກົດ​ໝາຍ​ຢູ່ໃນ​ການ​ປະ​ທ້ວງທີ່ຢູ່​ໃກ້ກັບ​ສະ​ໜາມ​ບິນນັ້ນ​ກໍ​ຕາມ."

ກຸ່ມ​ຮີດ​ໂຣ ພອ​ສ (Heathrow Pause) ເວົ້າ​ວ່າສະ​ໜາມ​ບິນ ກຳ​ລັງ​ໃຊ້ສັນ​ຍານ​ວ່າ​ມີ​ຄວາມ​ແອ​ອັດ ເພື່ອ​ເຮັດ​ໃຫ້ຖ້ຽວ​ບິນ​ທີ່​ບິນ​ໃນ​ເຊົ້າໆ ມີ​ຄວາມ​ອຶດ​ອັດ​ໃຈ; ສ່ວນ​ສະ​ໜາມ​ບິນ​ເວົ້າ​ວ່າຕົນ​ຈະ "ສືບ​ຕໍ່​ປະ​ຕິ​ບັດ​ງານຮ່ວມ​ກັບ​ພວກ​ເຈົ້າ​ໜ້າ​ທີ່ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດໂຄງ​ການ​ປະ​ເມີນ​ຄວາມ​ສ່ຽງ​ທີ່​ສຳ​ຄັນຢູ່​ຕະ​ຫລອດເວ​ລາ ແລະເຮັດ​ໃຫ້​ຜູ້​ໂດຍ​ສານ​ທັງ​ຫລາຍ​ ຂອງ​ພວກ​ເຮົາ​ມີ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃນ​ມື້ນີ້.”

ມີ​ຜູ້​ຊາຍ​ສອງ​ຄົນ​ທີ່​ມີ​ການ​ພົວ​ພັນ​ກັບ​ການ​ປະ​ທ້ວງນັ້ນຖືກ​ຈັບໃນ​ວັນ​ສຸກມື້ນີ້ ພາຍ​ຫລັງ​ທີ່​ມີ​ການ​ຈັບ​ກຸມ​ຜູ້​ຊາຍອີກ 5 ຄົນໃນ​ວັນ​ພະ​ຫັດ​ວານນີ້​ແລ້ວ.

ພວກ​ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນເອີ້ນ​ການ​ປະ​ທ້ວງທີ່​ໃຊ້​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ວ່າ "ຂາດ​ຄວາມ​ໄຕ່​ຕອງ" ໂດຍ​ເວົ້າ​ວ່າພວກ​ເຂົາ​ “ສາ​ມາດທີ່​ຈະ​ເຮັດ​ໃຫ້ ​ຊີ​ວິດ​ຂອງຜູ້​ຄົນ ທົ່ວ​ໄປ​ທີ່​ເດີນ​ທາງ​ໄປ​ມາ ແລະ​ຂອງ​ເພື່ອນ​ຮ່ວມ​ງານ​ຂອງ​ພວກ​ເຮົາ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ​ ກໍ​ເປັນ​ໄດ້" ແລະ​ຢູ່​ໃນຄຳ​ຖະ​ແຫລງ​ການຂອງ​ສະ​ໜາມ​ບິນ​ໃນ​ວັນ​ສຸກມື້ນີ້ ເວົ້າ​ວ່າ “ພວກ​ເຮົາ​ເຫັນ​ດີ​ນຳ​ທີ່ວ່າຈຳ​ເປັນຕ້ອງ​ມີ​ການ​ເຄື່ອນ​ໄຫວ​ໃນ​ດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແຕ່​ວ່າ ການ​ປະ​ທ້ວງ​ທີ່​ຜິ​ດ​ກົດ​ໝາຍ ທີ່​ເຮັດ​ຂຶ້ນ​ມາ​ໂດຍ​ມີ​ເຈດ​ຕະ​ນາເພື່ອ​ລົບ​ກວນ​ຄົນ​ຫລາຍ​ພັນ​ຄົນ ບໍ່​ແມ່ນ​ຄຳ​ຕອບ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ໄດ້​ເລີຍ."

ກົດ​ໝາຍ​ອັງ​ກິດທີ່​ໄດ້​ຮັບ​ການຮອງ​ເອົາ​ໃນ​ປີ​ກາຍນີ້ ຫ້າມບໍ່ໃຫ້​ມີ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ບິນ​ໄປ​ໃກ້​ສະ​ໜາມ​ບິນ​ເກີນຂອບເຂດ 5 ກິໂລ​ແມັດ. ກົດ​ໝາຍນີ້​ໄດ້​ວາງ​ອອກ​ມາ​ຍ້ອນມີ​ການ​ປະ​ທ້ວງຂອງເຮືອ​ບິນບໍ່​ມີ​ຄົນ​ຂັບໃນ​ເດືອນ​ທັນ​ວາ 2018 ແລະ​ໃນດືອນ​ມັງ​ກອນ 2019 ຜ່ານ​ມານີ້ ຊຶ່ງໄດ້​ເຮັດ​ໃຫ້​ຖ້ຽວ​ບິນຫລາຍກວ່າ 1,000 ຖ້ຽວ ​ລົງ​ຈອດ ຫລືບໍ່​ກໍບິນ​ເວັ້ນອອກ​ໂດຍບໍ່​ຜ່ານສະ​ໜາມ​ບິນຮີດ​ໂຣ (Heathrow) ແລະ​ສະ​ໜາມ​ບິນແກັດ​ວິກ​ຄ໌ (Gatwick) ຂອງ​ນະ​ຄອນ​ລອນ ດອນ, ຊຶ່ງ​ເຮັດ​ໃຫ້​ຄົນ​ໂດຍ​ສານ​ຫລາຍ​ສິບ​ພັນ​ຄົນ​ໄດ້​ຮັບ​ຜົນ​ກະ​ທົບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG