ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ ທ່ານ Michael Fallon ໄດ້ລາອອກ
ຫຼັງຈາກ ທີ່ໄດ້ມີການກ່າວຫາ ກ່ຽວກັບການປະພຶດທີ່ບໍ່ເໝາະສົມ.
ທ່ານ Fallon ໄດ້ກ່າວ ໃນຈົດໝາຍລາອອກຂອງທ່ານ ຕໍ່ນາຍົກລັດຖະມົນຕີ Therasa
May ວ່າ “ການປະພຶດປະຕິບັດຕົວ ກ່ອນໜ້ານີ້ ອາດຈະຕ່ຳກວ່າລະດັບມາດຕະຖານ
ສູງ ທີ່ໄດ້ບັນຍັດໄວ້ສຳລັບກອງທັບ.”
ທ່ານນາງ May ໄດ້ຮັບເອົາໃບລາອອກໃນວັນພຸດວານນີ້ ໂດຍກ່າວວ່າ ທ່ານນາງ
ໄດ້ຂອບໃຈ “ເຖິງການສະແດງອອກ ຊຶ່ງມາລະຍາດທີ່ດີຢ່າງຈິງຈັງ” ໃນອັນທີ່ທ່ານ
Fallon ໄດ້ພິຈາລະນາໃນໜ້າທີ່ບົດບາດຂອງທ່ານ.
ການກ່າວຫາ ກ່ຽວກັບການລວນລາມທາງເພດ ແລະການລ່ວງລະເມີດຢ່າງອື່ນ ໄດ້ປາ
ກົດອອກມາຕໍ່ຜູ້ກຳກັບຍັກໃຫຍ່ຂອງ Hollywood ທ່ານ Harvey Weinstein ໄດ້ສົ່ງຜົນ
ໃຫ້ພວກແມ່ຍິງໃນຫຼາຍໆປະເທດທົ່ວໂລກ ມີຄວາມກ້າຫານຫຼາຍຂຶ້ນ ອອກມາກ່າວກ່ຽວ
ກັບປະສົບການທີ່ຜ່ານມາຂອງພວກເຂົາເຈົ້າ.
ໃນອັງກິດ ມັນໄດ້ສ້າງພະລັງຈິດໃນການບອກຄົ້ນຫາ ຂອງຈຳນວນລາຍງານກ່ຽວກັບ
ການລວນລາມທາງເພດ ແລະການລ່ວງລະເມີດອື່ນໆທາງການເມືອງ. ທ່ານນາງ May
ໄດ້ຮຽກຮ້ອງໃຫ້ມີກອງປະຊຸມຂອງບັນດາຜູ້ນຳພັກເພື່ອປຶກສາຫາລືກ່ຽວກັບການກຳກັບ
ໃນເລື່ອງນີ້.
ທ່ານ Fallon ໄດ້ກ່າວຂໍຂະມາໂທດໃນສັບປະດານີ້ ທີ່ໄດ້ເອົາມືຂອງທ່ານຈັບຫົວເຂົ່າ
ຂອງນັກຂ່າວ ທ່ານນາງ Julia Hartley-Brewer ໃນປີ 2002 ແຕ່ວ່າ ທ່ານບໍ່ໄດ້ຖືກ
ສືບສວນກ່ຽວກັບເລື່ອງນີ້.
ທ່ານນາງ Hartley-Brewer ໄດ້ກ່າວວ່າ ທ່ານນາງ “ໄດ້ຕົກໃຈແບບບໍ່ເຊື່ອ” ກ່ຽວກັບ
ການລາອອກຂອງທ່ານ Fallon ແລະບໍ່ໄດ້ຄິດວ່າ ການຕັດສິນໃຈຂອງທ່ານນັ້ນ ແມ່ນ
ອິງຕາມເຫດການທີ່ເກີດຂຶ້ນໃນປີ 2002 ທັງໝົດ.
“ຂ້າພະເຈົ້າ ຄາດວ່າ ມັນຄົງຈະມີການກ່າວຫາອື່ນໆອີກ,” ຊຶ່ງທ່ານນາງ ໄດ້ບອກກັບ
ອົງການຂ່າວ Sky News ແລະທ່ານນາງຍັງກ່າວອີກວ່າ “ຂ້າພະເຈົ້າບໍ່ຄິດວ່າ ມັນເປັນ
ຍ້ອນຫົວເຂົ່າຂອງຂ້າພະເຈົ້າ ດອກ.”