ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງ​ກິດ, ສະ​ຫະ​ພາບ​ຢູ​ໂຣບ ຂະ​ຫຍາຍ​ມາດ​ຕະ​ການ​ລົງ​ໂທດ​ຕໍ່ ຣັດ​ເຊຍ


ພາບ​ສະ​ແດງ​ໃຫ້​ເຫັນ​ຂະ​ບວນ​ລົດ​ໄຟ​ຂົນ​ສິນ​ຄ້າ, ເມືອງ ຄາ​ລີ​ນິນກ​ຣາດ, ຣັດ​ເຊຍ, 21 ມິ​ຖຸ​ນາ 2022.
ພາບ​ສະ​ແດງ​ໃຫ້​ເຫັນ​ຂະ​ບວນ​ລົດ​ໄຟ​ຂົນ​ສິນ​ຄ້າ, ເມືອງ ຄາ​ລີ​ນິນກ​ຣາດ, ຣັດ​ເຊຍ, 21 ມິ​ຖຸ​ນາ 2022.

ອັງ​ກິດ ແລະ ສະ​ຫະ​ພາບ ຢູ​ໂຣບ ໄດ້​ຂະ​ຫຍາຍ​ມາດ​ຕະ​ການ​ລົງ​ໂທດ​ຕໍ່ ຣັດ​ເຊຍ ໃນ​ການ​ຕອບ​ໂຕ້​ຕໍ່​ການ​ບຸກ​ລຸກ​ຂອງ ມົ​ສ​ກູ ໃນ ຢູ​ເຄ​ຣນ.

ຫ້ອງ​ການ​ຕ່າງ​ປະ​ເທດ​ຂອງ ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດ ໄດ້​ກ່າວ​ໃນ​ເວັບ​ໄຊ້​ຂອງ​ເຂົາ​ເຈົ້າ​ວ່າ ມາດ​ຕະ​ການ​ລົງ​ໂທດ, ເຊິ່ງ​ລວມ​ມີ​ການ​ຫ້າມ​ເດີນ​ທາງ ແລະ ການກັກຊັບ​ສິນ, ໄດ້​ຖືກ​ກຳ​ນົດໃໝ່ຕໍ່ 42 ຄົນ ແລະ ໜ່ວຍ​ງານ​ຕ່າງໆ, ລວມ​ທັງ​ຜູ້​ປົກ​ຄອງຫຼາຍ​ພາກ​ພື້ນ​ຂອງ ຣັດ​ເຊຍ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ວັງ​ເຄ​ຣັມ​ລິນ ຂອງ​ພາກ​ພື້ນ ໂດ​ເນັດ​ສ໌ ທີ່​ຖືກ​ຄວບ​ຄຸມ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ ທ່ານ ວິ​ຕາ​ລີ ຄົດ​ເຊັນ​ໂກ.

ໃນ​ຂະ​ນະ​ດຽວ​ກັນ, ສະ​ຫະ​ພາບ ຢູ​ໂຣບ ໄດ້​ອະ​ນຸ​ມັດ​ການ​ຂະ​ຫຍາຍ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ເຂົາ​ເຈົ້າ​ ສຳ​ລັບ​ອີກ 6 ເດືອນ​ ຈົນ​ຮອດ​ວັນ​ທີ 31 ມັງ​ກອນ, ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ສະ​ພາ​ຢູ​ໂຣບ.

ສະ​ຫະ​ຣາ​ຊະ​ອານ​າ​ຈັກ ອັງ​ກິດ ໄດ້​ກ່າວ​ວ່າ​ລາຍ​ຊື່​ຂອງ​ເຂົາ​ເຈົ້າ​ຍັງ​ລວມ​ມີ​ທ່ານ ວ​ລາ​ດິ​ສ​ລ​າ​ຟ ຄຸ​ສ​ເນັດ​ຊອ​ຟ, ຮອງ​ປະ​ທານ​ທີ​ນຶ່ງ​ຂອງ​ພາກ​ພື້ນ​ລູ​ຮານ​ສ໌ ທີ່​ຖືກແຕ່ງ​ຕັ້ງ​ໂດຍ ມົ​ສ​ກູ ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, ເຊິ່ງ​ຖືກ​ຄວບ​ຄຸມ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ຣັດ​ເຊຍ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ທ່ານນາງ ລິ​ສ ທ​ຣັ​ສ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ຈະ​ບໍ່​ມິດ​ຢູ່ ແລະ ເບິ່ງ​ພວກປົກ​ຄອງ​ລັດທີ່​ຖືກວັງ​ເຄ​ຣັມ​ລິນ​ແຕ່ງຕັ້ງ​ກົດ​ຂີ່​ປະ​ຊາ​ຊົນ​ແຫ່ງ​ຢູ​ເຄ​ຣນ ຫຼື ເສ​ລີ​ພາບ​ຂອງ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ເອງ. ພວກ​ເຮົາ​ຈະ​ສືບ​ຕໍ່​ວາງ​ມາດ​ຕະ​ການ​ລົງ​ໂທດ​ທີ່​ຮຸນ​ແຮງ​ຕໍ່​ພວກ​ທີ່​ພະ​ຍາ​ຍາມ​ໃຫ້​ຄວ​າມ​ເຫັນ​ຊອບ​ຕໍ່​ການ​ບຸກ​ລຸກ​ທີ່​ຜິດ​ກົດ​ໝາ​ຍ​ຂອງ​ທ່ານ ປູ​ຕິນ ຈົນ​ກວ່າ ຢູ​ເຄ​ຣນ​ ຈະ​ຊະ​ນະ.”

ນັບ​ຕັ້ງ​ແຕ່ ມົ​ສ​ກູ ໄດ້​ເປີດ​ການ​ບຸກ​ລຸກ​ຢູ​ເຄ​ຣນ ໃນ​ວັນ​ທີ 24 ກຸມ​ພາ​ທີ່​ຜ່ານ​ມາ, ອັງ​ກິດ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່ຫຼາຍກວ່າ 1,100 ຄົນ ແລະ ທຸ​ລະ​ກິດຫຼາຍ​ກວ່າ 100 ແຫ່ງ.

ສະ​ຫະ​ພາບ​ຢູ​ໂຣບ ໄດ້​ນຳ​ສະ​ເໜີ​ມາດ​ຕະ​ການ​ລົງ​ໂທດ 6 ຮອບ​ຕໍ່ ຣັດ​ເຊຍ ໃນ​ການ​ປະ​ສານ​ງານ​ກັບ​ຄູ່​ຮ່ວມ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG