ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ​ຮັກສາ​ຄວາມ​ສະຫງົບຢ່າງ ເຄັ່ງຄັດໃນມື້ກ່ອນການເລືອກຕັ້ງໃຫຍ່


ຄົນຍ່າງໄປເທິງຂົວໃນນະຄອນ London ແລະເບິ່ງການວາງ
ດອກໄມ້ໄວ້ອາໄລແກ່ຜູ້ເສຍຊີວິດ ຢູ່ໃກ້ສະຖານທີ່ເກີດເຫດ ຢູ່ເທິງຂົວ London ແລະຕະຫລາດ Borough ໃນນະຄອນ London ໃນວັນທີ 6 ມິຖຸນາ, 2017.
ຄົນຍ່າງໄປເທິງຂົວໃນນະຄອນ London ແລະເບິ່ງການວາງ ດອກໄມ້ໄວ້ອາໄລແກ່ຜູ້ເສຍຊີວິດ ຢູ່ໃກ້ສະຖານທີ່ເກີດເຫດ ຢູ່ເທິງຂົວ London ແລະຕະຫລາດ Borough ໃນນະຄອນ London ໃນວັນທີ 6 ມິຖຸນາ, 2017.

ພາຍຫລັງ​ທີ່ໄດ້​ມີການ​ສະທ້ານ​ໃຈ ​ແລະ​ຄວາມ​ເຈັບ​ປວດ​ລວດ​ລ້າວ​ຕິດຕໍ່ກັນ​ຫລາຍ​ຄັ້ງ
​ເນື່ອງ​ມາຈາກ​ການໂຈມ​ຕີ​ຂອງ​ພວກ​ກໍ່ການ​ຮ້າຍ​ໃນ​ສອງ​ສາມອາທິດຜ່ານ​ມານີ້ ອັງກິດ
​ຈະ​ຈັດການ​ເລືອກ​ຕັ້ງ​ໃຫຍ່​ຂຶ້ນ ​ໃນ​ວັນ​ພະຫັດ​ມື້ອື່ນ​ນີ້ ​ແລະ​ການ​ຮັກສາ​ຄວາມ​ສະຫງົບ
​ໄດ້​ກາຍ​ເປັນ​ເລື້ອງສໍາຄັນ​ສູງ​ສຸດຂອງ​ປະ​ເທດ.

ເນື່ອງ​ຈາກມີ​ການ​ໂຈມ​ຕີ​ດັ່ງກ່າວ ທ່ານ​ນາງ Theresa May ນາຍົກ​ລັດຖະມົນຕີ ​ເວົ້າວ່າ
“ຄັນວ່າພໍ​ແລ້ວ​ກໍ​ຕ້ອງ​ພໍ” ​ແລະ​ໄດ້​ເຕືອນວ່າ ​ອັງກິດ​ ຈະ​ຕ້ອງ​ໄດ້ປ່ຽນ​ແປງ​ວິທີ​ການໃໝ່
ຢ່າງ​ໃຫຍ່​ເລີຍ.

​ໃນ​ຂະນະ​ດຽວກັນ ນະຄອນຫລວງ​ຂອງ​ອັງກິດ ກໍາລັງ​ປັບ​ຕົວ​ເຂົ້າກັບ​ສະພາບ​ທີ່​ປະກົດ​
ວ່າຈະມີໄພ​ນາບ​ຂູ່ຄັ້ງ​ໃໝ່. ​ໄດ້​ມີ​ການ​ເອົາຕໍາຫລວດ​ທີ່​ປະກອບ​ອາວຸດ​ໄປປະ​ຈໍາຢູ່ບ່ອນ​ທີ່​
ຂ້ອນ​ຂ້າງ​ ​ຈະ​ເປັນ​ເປົ້າໝາຍ​ໃນ​ການ​ໂຈມ​ຕີ ​ເຊັ່ນ​ສະຖານີ​ລົດໄຟ ​ແລະ​ສູນ​ກາງ​ທີ່​ນັກ​ທ່ອງ
​ທ່ຽວມັກ​ໄປ. ໄດ້​ມີ​ການ​ເອົາ​ໄມ້ຂັ້ນລະຫວ່າງ ​ເລນ​ການ​ສັນຈອນຂອງ​ລົດ ​ແລະ​ບ່ອນ​ຄົນ
​ຍ່າງ​ຢູ່​ເທິງ​ຂົວ​ແມ່​ນໍ້າ Thames ​ເພື່ອປ້ອງ​ກັນສ່ວນ​ໃດ​ສ່ວນ​ນຶ່ງ ​ບໍ່​ໃຫ້​ມີ​ການ​ໂຈມ​ຕີ ທີ່​ມາ​
ຈາກ​ລົດຕໍ່ວິທີ​ການ​ທໍາ​ງານ ​ໃນເຫດການກໍ່ການ​ຮ້າຍ​ສອງ​ຄັ້ງ ທີ່​ຫາກໍ່​ເກີດ​ຂຶ້ນ​ໃນ​ນະຄອນ
ຫລວງ​ດັ່ງກ່າວ​ຫວ່າງໝໍ່ໆມານີ້.

​ແຕ່​ວ່າ ນອກ​ເໜືອຈາກ​ການ​ປ້ອງ​ກັນ​ທາງ​ດ້ານ​ສະຖານ​ທີ່​ແລ້ວ ປະ​ເທດ​ອັງກິດ ຈະ​ປົກ
​ປ້ອງ​ຕົນ​ເອງ​ໄດ້​ແນວ​ໃດ? ຄໍາ​ຖາມ​ດັ່ງກ່າວ​ນັ້ນ​ແມ່ນ ຄໍາ​ຖາມ​ທີ່​ສໍາຄັນ​ທີ່​ສຸດ ​ໃນ​ຂະນະ​ທີ່
ປະຊາຊົນ​ໃນປະ​ເທດ ກະກຽມ​ໄປ​ປ່ອນ​ບັດ.

​ໃນ​ວັນ​ອັງຄານ​ວານ​ນີ້ ຢູ່​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງຢູ່ນັ້ນ ນາຍົກ​ລັດຖະມົນຕີ
Theresa May ​ໄດ້​ໃຫ້​ຄໍາໝັ້ນສັນຍາ​ວ່າ ຈະ​ໃຫ້​ເຄື່ອງມື​ ແກ່​ພວກ​ໃຫ້ການ​ບໍລິການ​ດ້ານ​
ປ້ອງ​ກັນຄວາມ​ສະຫງົບຕາມ​ຄວາມ​ຕ້ອງການ.

ທ່ານ​ນາງ​ກ່າວວ່າ "ຂ້າພະ​ເຈົ້າຈະ​ພິຈາລະນາ​ໃຫ້​ອໍານາດ​ເພີ້ມຂຶ້ນ ​ແກ່​ຕໍາຫລວດ ​ແລະ
​ພວກ​ໃຫ້​ບໍລິການ​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ​ໃຫ້​ມີ​ການ​ລົງ​ໂທດ​ທີ່​ດົນ​ຂຶ້ນຕໍ່ການ
​ກະທໍາ​ຜິດ​ທີ່​ກ່ຽວຂ້ອງ​ກັບ​ການກໍ່ການ​ຮ້າຍ, ຮັບ​ມື​ກັບ​ບັນຫາ​ທາງ​ອິນ​ເຕີ​ແນັດ ​ແລະ​ຮັບ
ປະກັນ​ວ່າ ບໍ່ມີ​ຊ່ອງ​ຫວ່າງ ​ທີ່​ປອດ​ໄພ ​ແກ່​ພວກ​ກໍ່ການ​ຮ້າຍ​ທາງ​ອອນ​ລາຍ."

ລັດຖະບານ​ກໍາລັງ​ທໍາ​ການ​ກົດ​ດັນ​ເວັບ​ໄຊ ​ເຊັ່ນ YouTube ​ໃຫ້​ສິ້ງຊອມ​ກວດ​ເບິ່ງ​ເນື້ອ​ໃນ ​
ໃຫ້​ເຂັ້ມງວດ​ຂຶ້ນກວ່າ​ເກົ່າ. Hamdi Abdalla Mohamud ນັກ​ເຄື່ອນ​ໄຫວ​ໃນປະຊາ​ຄົມ​
ຊາວ​ມຸສລິ​ມ ມີ​ຄວາມ​ຍິນ​ດີ​ຕໍ່ການ​ສຸມໃຈ​ໃສ່​ລະບົບ​ຫົວ​ຮຸນ​ແຮງ ທາງ​ອິນ​ເຕີ​ແນັດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG