ບັນດາຜູ້ມີສິດອອກສຽງໃນອັງກິດ ພາກັນອອກໄປປ່ອນບັດ
ໃນວັນພະຫັດມື້ນີ້ ໃນການເລືອກຕັ້ງສະພາ ທີ່ການສຳຫຼວດ
ຫາງສຽງສະແດງໃຫ້ເຫັນວ່າ ມີສຽງສະໜັບສະໜຸນສູສີກັນ
ຫຼາຍ ຈົນຍາກທີ່ຈະທຳນາຍລ່ວງໜ້າໄດ້.
ຜົນຂອງການສຳຫຼວດຫາງສຽງທົ່ວປະເທດ ໃນວັນພຸດວານນີ້
ສະແດງໃຫ້ເຫັນວ່າ ພັກນິຍົມແນວທາງເດີມຂອງນາຍົກລັດຖະ
ມົນຕີ David Cameron ໄດ້ຮັບສຽງສະໜັບສະໜຸນຈາກຜູ້
ປ່ອນບັດອັງກິດ 33 ເປີເຊັນ ແຕ່ທ່ານ Ed Milliband ຜູ້ແຂ່ງ
ຂັນຈາກພັກຝ່າຍຄ້ານທີ່ສຳຄັນ ຄືພັກ Labor ຫຼືແຮງງານ ໄດ້
ຮັບສຽງສະໜັບສະໜຸນນຳຫຼັງພຽງແຕ່ 1 ເປີເຊັນເທົ່ານັ້ນ.
ການສຳຫຼວດຫາງສຽງ ສະເໜີແນະວ່າ ຜົນຂອງການເລືອກຕັ້ງອາດສາມາດບັງຄັບໃຫ້ພັກໃດກໍໄດ້ ໃນບັນດາສອງພັນໃຫຍ່ຄູ່ແຂ່ງກັນນີ້ ປະກອບຄະນະລັດຖະບານປະສົມໃໝ່ຂຶ້ນ ກັບພວກພັກການເມືອງນ້ອຍໆ ທີ່ມີບ່ອນນັ່ງບໍ່ຫລາຍ ໃນສະພາແຫ່ງຊາດທີ່ມີບ່ອນນັ່ງ
ທັງໝົດ 650 ບ່ອນນັ້ນ.
ທ່ານ Cameron ໄດ້ໃຫ້ຄຳໝັ້ນສັນຍາວ່າ ຖ້າຖືກເລືອກຕັ້ງໃໝ່ ຈະຈັດການລົງປະຊາມະຕິຂຶ້ນ ກ່ຽວກັບວ່າ ອັງກິດຄວນຈະຮວມຢູ່ໃນສະຫະພາບຢູໂຣບ ທີ່ມີສະມາຊິກ 28 ປະເທດນັ້ນຕໍ່ໄປຫລືບໍ? ເລື້ອງເອກະລາດຂອງ Scotland ຈາກອັງກິດ ກໍຍັງສືບຕໍ່ເປັນບັນ
ຫາອັນສຳຄັນທີ່ສຸດຢູ່.
ທັງທ່ານ Cameron ທີ່ໄດ້ເປັນຜູ້ນຳອັງກິດມາຕັ້ງແຕ່ປີ 2010 ແລະທ່ານMilliband ຕ່າງກໍຖືວ່າ ການເລືອກຕັ້ງຄັ້ງນີ້ ເປັນການລົງປະຊາມະຕິ ກ່ຽວກັບການເສດຖະກິດຂອງປະເທດ ຊຶ່ງເປັນເສດຖະກິດໃຫຍ່ ອັນດັບ 5 ຂອງໂລກນັ້ນ.