ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອັງກິດ ຫຼຸດລະດັບ ໄພຂົ່ມຂູ່ ໃນປະເທດລົງ ໃນຂະນະທີ່ ຕຳຫຼວດຈັບ ຜູ້ຕ້ອງສົງໄສ ຄົນທີສອງໄດ້


ຕຳຫຼວດຄົນໜຶ່ງຢືນຢູ່ນອກເຮືອນທີ່ຖືກຄົ້ນຫຼັງຈາກຜູ້ຊາຍ
ຄົນນຶ່ງໄດ້ຖືກຈັບ ໃນການເຊື່ອມໂຍງກັບການລະເບີດ
ຢູ່ລົດໄຟໃຕ້ດິນ ໃນນະຄອນຫຼວງ ລອນດອນ, ເມືອງ Stanwell, ໃກ້ກັບສະໜາມບິນ Heathrow. ອັງກິດ. 17 ກັນຍາ, 2017.
ຕຳຫຼວດຄົນໜຶ່ງຢືນຢູ່ນອກເຮືອນທີ່ຖືກຄົ້ນຫຼັງຈາກຜູ້ຊາຍ ຄົນນຶ່ງໄດ້ຖືກຈັບ ໃນການເຊື່ອມໂຍງກັບການລະເບີດ ຢູ່ລົດໄຟໃຕ້ດິນ ໃນນະຄອນຫຼວງ ລອນດອນ, ເມືອງ Stanwell, ໃກ້ກັບສະໜາມບິນ Heathrow. ອັງກິດ. 17 ກັນຍາ, 2017.

ອັງກິດ ໄດ້ຫລຸດຜ່ອນ ລະດັບໄພຂົ່ມຂູ່ຂອງຕົນລົງ ໃນວັນອາທິດວານນີ້ ຈາກ ລະດັບ
“ວິກິດ” ລົງມາເປັນລະດັບ “ຮ້າຍແຮງ” ຫຼັງຈາກຕຳຫຼວດ ສາມາດຈັບກຸມຜູ້ຕ້ອງສົງໄສ
ຄົນທີ່ສອງໄດ້ ພວກທີ່ວາງລະເບີດໃສ່ລົດໄຟໃຕ້ດິນ ໃນນະຄອນຫຼວງ ລອນດອນ.

ລັດຖະມົນຕີ ກະຊວງພາຍໃນອັງກິດ ທ່ານນາງ Amber Rudd ກ່າວວ່າ ການຈັບກຸມ
ຄັ້ງທີສອງນີ້ ໄດ້ບົ່ງຊີ້ໃຫ້ເຫັນວ່າ ການສືບສວນແມ່ນກຳລັງ “ຄືບໜ້າໄປເປັນຢ່າງດີ” ໃນ
ການໂຈມຕີ ໃນວັນສຸກຜ່ານມານັ້ນ ທີ່ໄດ້ເຮັດໃຫ້ ມີຜູ້ບາດເຈັບ 30 ຄົນ ເຊິ່ງໃນປັດຈຸບັນ
ເກືອບໝົດທຸກຄົນ ໄດ້ອອກຈາກໂຮງໝໍແລ້ວ ເຫຼືອພຽງແຕ່ຄົນດຽວ.

ລະດັບໄພຂົ່ມຂູ່ທີ່ “ຮ້າຍແຮງ” ບົ່ງຊີ້ວ່າ ປັດຈຸບັນນີ້ ບັນດາເຈົ້າໜ້າທີ່ ອັງກິດ ເຊື່ອວ່າ
ການໂຈມຕີອີກຄັ້ງນຶ່ງ ແມ່ນເປັນໄປໄດ້ສູງ ໃນຂະນະດຽວກັນ ການກຳນົດໃຫ້ເປັນ ລະ
ດັບໄພຂົ່ມຂູ່ທີ່ “ວິກິດ” ແມ່ນໝາຍເຖິງ ການໂຈມຕີນັ້ນ ເຫັນໄດ້ວ່າ ໃກ້ຈະເກີດຂຶ້ນໃນ
ໄວໆນີ້.

ທາງການຕຳຫຼວດ ໄດ້ກ່າວວ່າ ພວກເຂົາເຈົ້າ ໄດ້ຈັບກຸມ ຊາຍອາຍຸ 21 ປີ ຢູ່ໃນເມືອງ Hounslow ຢູ່ທາງພາກຕາເວັນຕົກຂອງນະຄອນຫຼວງລອນດອນ ເຊິ່ງເປັນເຂດທີ່ຕັ້ງ
ຂອງສະໜາມບິນ Heathrow ຂອງນະຄອນຫຼວງ ບໍ່ດົນກ່ອນທ່ຽງຄືນຂອງວັນເສົາຜ່ານ
ມານີ້. ຜູ້ກ່ຽວໄດ້ຖືກຈັບກຸມ ພາຍໃຕ້ ກົດໝາຍ ກໍ່ການຮ້າຍຂອງອັງກິດ.

ບັນດາເຈົ້າໜ້າທີ່ ໄດ້ກວດຄົ້ນເຮືອນຫຼັງນຶ່ງ ທີ່ເມືອງ Stanwell ໃນເຂດຕົວເມືອງ ຂອງ
ນະຄອນ ລອນດອນ ເຊິ່ງມັນຍັງເປັນ ເຂດໃກ້ຄຽງ ສະໜາມບິນ Heathrow ນຳດ້ວຍ
ທີ່ເຊື່ອມໂຍງກັບຜູ້ຕ້ອງສົງໄສ ຄົນທີສອງ ທີ່ທາງການບໍ່ໄດ້ລະບຸຊື່ນັ້ນ.

ເມື່ອຕອນເຊົ້າວັນເສົາຜ່ານມາ ຊາຍອາຍຸ 18 ປີ ໄດ້ຖືກຈັບກຸມ ຢູ່ບໍລິເວນດ່ານແຫ່ງນຶ່ງ
ຂອງເມືອງ Dover ເຊິ່ງເປັນດ່ານເຮືອຂ້າມຟາກ ສຳລັບການເດີນທາງຂ້າມໄປມາ ລະ
ຫວ່າງ ອັງກິດ ກັບ ຝຣັ່ງ.

ຮອງຜູ້ຊ່ວຍ ຜູ້ບັນຊາການຕຳຫຼວດ ທ່ານ Neil Basu ໄດ້ກ່າວຢູ່ກອງປະຊຸມຖະແຫລງ
ຂ່າວໃນວັນເສົາຜ່ານມາວ່າ “ຜູ້ກ່ຽວໄດ້ຖືກຈັບກຸມໃນຂໍ້ຫາສົງໄສວ່າ ເປັນຜູ້ບົງການ
ກະກຽມ ຫຼື ຊຸກຍູ້ກໍ່ການຮ້າຍ.”

ທ່ານ Basu ກ່າວວ່າ ການຈັບກຸມຄັ້ງທຳອິດແມ່ນມີ “ຄວາມສຳຄັນຍິ່ງ.” ຫຼັງຈາກການ
ຈັບນັ້ນ ຕຳຫຼວດໄດ້ຍົກຍ້າຍປະຊາຊົນອອກຈາກດ່ານ Dover ແລະ ຄຸ້ມບ້ານຢູ່ຊານ
ເມືອງຂອງລອນດອນ ໃນຂະນະທີ່ພວກເຂົາເຈົ້າໄດ້ກວດຄົ້ນເຮືອນຫຼັງນຶ່ງ ທີ່ຢູ່ໃກ້ໆ
ແຫ່ງດັ່ງກ່າວ.

ພົນລະເມືອງຂອງຄຸ້ມນັ້ນ ກ່າວວ່າ ເຮືອນຫຼັງດັ່ງກ່າວທີ່ໄດ້ຖືກກວດຄົ້ນ ແມ່ນເປັນເຮືອນ
ຂອງຜູ້ເຖົ້າຄູ່ນຶ່ງຊື່ວ່າ Penelope ກັບ Ronald Jones ຜູ້ທີີ່ໄດ້ເບິ່ງແຍງພວກເດັກກຳ
ພ້າ ມາໄດ້ຫຼາຍທົດສະວັດ. ພະຣາຊີນີ Elizabeth ໄດ້ຍົກຍ້ອງພວກເຂົາເຈົ້າ ສຳລັບ
ມານະພະຍາຍາມຂອງພວກເຂົາເຈົ້າທັງສອງ ໃນປີ 2010.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Scotland Yard Official: 121 Witnesses to Attack Identified
please wait

No media source currently available

0:00 0:00:33 0:00

XS
SM
MD
LG