ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໄດ້ເຕືອນ
ສຣີລັງກາ ໃຫ້ເລັ່ງລັດ ຂັ້ນຕອນໃນການປັບປຸງ ດ້ານສິດທິມະ
ນຸດແລະການສ້າງຄວາມປອງດອງຊາດຈາກສົງຄາມກາງເມືອງ
ຫລືບໍ່ດັ່ງນັ້ນກໍຈະປະເຊີນໜ້າກັບການສືບສວນຂອງນາໆຊາດ.
ໃນການຖະແຫຼງ ທີ່ກອງປະຊຸມສຸດຍອດເຄືອຈັກກະພົບອັງກິດ
ທີ່ນະຄອນຫຼວງ ໂຄລົມໂບ ໃນວັນເສົາມື້ນີ້ ທ່ານ Cameron
ກ່າວຕໍ່ບັນດານັກຂ່າວວ່າ ບັນຫາ ການກໍ່ອາຊະຍາກຳສົງຄາມ
ແລະການລະເມີດສິດທິມະນຸດ ໃນລະຫວ່າງ ແລະຫລັງທີ່ໄດ້
ເກີດບັນຫາຂັດແຍ້ງ ມາເປັນເວລາ 27 ປີ ໃນສຣີລັງການັ້ນຈະ
ບໍ່ໜີໄປໃສ. ທ່ານກ່າວວ່າ ຖ້າຫາກສຣີລັງກາບໍ່ແກ້ໄຂບັນຫາ
ຄວາມວິຕົກກັງວົນຂອງ ນາໆຊາດ ກ່ຽວກັບການເຄົາລົບນັບຖືສິດທິມະນຸດແລ້ວ ປະເທດຂອງທ່ານ ຈະເປັນຜູ້ຊຸກຍູ້ໃຫ້ມີການສືບສວນ ທີ່ນຳພາໂດຍອົງການສະຫະປະຊາຊາດ.
ນອກນັ້ນ ທ່ານຍັງກ່າວວ່າ ທ່ານໄດ້ສົນທະນາຢ່າງກົງໄປກົງມາກັບປະທານິບໍດີ ສຣີລັງກາ ທ່ານມາຮິນດາ ຣາຊາພັກ ຫລັງຈາກນາຍົກລັດຖະມົນຕີ Cameron ໄດ້ກັບຄືນມາຈາກການເດີນທາງໄປຊອກຄົ້ນຫາຄວາມຈິງ ຈາກເຂດ Jaffna ທີ່ ໄດ້ປະສົບກັບໄພສົງຄາມ ໃນວັນສຸກວານນີ້ ແລະມີຄວາມຮູ້ສຶກວ່າ ລັດຖະບານ ສຣີລັງກາ ບໍ່ຕ້ອງການຢາກສ້າງຄວາມກ້າວໜ້າ ກ່ຽວກັບບັນຫາດັ່ງກ່າວ.
ເຖິງຢ່າງໃດກໍດີ ລັດຖະມົນຕີກະຊວງນໍ້າ ທ່ານ Siripalade Silva ໄດ້ປະຕິເສດຕໍ່ການ
ໃຫ້ຄວາມເຫັນຂອງທ່ານ Cameron ໂດຍກ່າວວ່າ ສຣີລັງກາຈະຕ້ານຢັນ ບໍ່ໃຫ້ມີການສືບສວນຂອງນາໆຊາດ.