ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໗ ຕຸລາ ໒໐໒໔

ອັງກິດ ປົກປ້ອງ ອິສຣາແອລ ກ່ຽວກັບການຫ້າມສົ່ງອອກອາວຸດ ຂະນະທີ່ ຢູໂຣບ ພິຈາລະນາ ວາງມາດຕະການລົງໂທດ


ວີດີໂອ ກ່ຽວກັບ ລາຍງານ ອັງກິດ ປົກປ້ອງການຫ້າມສົ່ງອອກອາວຸດໃຫ້ອິສຣາແອລ ຂະນະທີ່ ຢູໂຣບ ພິຈາລະນາ ມາດຕະການລົງໂທດ

ອັງກິດ ໃນວັນຈັນຜ່ານມາ ໄດ້ໂຈະໃບອະນຸຍາດໃຫ້ສົ່ງອອກອາວຸດປະມານ 30 ລາຍການ ຈາກຈຳນວນ 350 ລາຍການ ໄປໃຫ້ອິສຣາແອລ - ຫຼັງຈາກທີ່ໄດ້ ສະຫລຸບການທົບທວນຄືນດ້ານກົດໝາຍ ແລ້ວເປັນທີ່ຈະແຈ້ງວ່າ ມີຄວາມສ່ຽງທີ່ ພວກເຂົາອາດນຳໄປໃຊ້ເພື່ອດຳເນີນການລະເມີດຕໍ່ກົດໝາຍສາກົນດ້ານມະນຸສະທຳຢ່າງຮ້າຍແຮງຢູ່ໃນເຂດກາຊາ.

ນາຍົກລັດຖະມົນຕີ ເຄຍ ສຕາຣເມີ ໄດ້ກ່າວໃນວັນພຸດວານນີ້ວ່າ ອັງກິດ ຍັງສະໜັບສະໜູນສິດຂອງ ອິສຣາແອລ ໃນການປ້ອງກັນຕົວຢູ່.

ທ່ານສຕາຣເມີ ໄດ້ກ່າວວ່າ “ແຕ່ໃນແງ່ຂອງໃບອະນຸຍາດແລ້ວ, ອັນນີ້ບໍ່ແມ່ນ ບັນຫາຂອງອິສຣາແອລ. ມັນເປັນໂຄງຮ່າງສຳລັບໃບອະນຸຍາດທັງຫຼາຍທີ່ ຈະຕ້ອງຢູ່ພາຍໃຕ້ການທົບທວນຄືນ. ພວກເຮົາຄວນປະຕິບັດຕາມກົດໝາຍສາກົນ ຫຼື ບໍ່ປະຕິບັດຕາມ. ພວກເຮົາພຽງແຕ່ມີຄວາມໜັກແໜ້ນໃນການໂຕ້ແຍ້ງຕ່າງໆ ເພາະວ່າ ພວກເຮົາປະຕິບັດຕາມກົດໝາຍສາກົນ.”

ການຫ້າມສົ່ງອອກນັ້ນ ລວມມີພວກອຸປະກອນຕ່າງໆທີ່ຖືກນຳໃຊ້ໃນຈຳພວກ ເຮລິຄັອບເຕີ, ເຮືອບິນລົບ ແລະ ໂດຣນ ທັງຫຼາຍ. ມັນຈະມີຜົນກະທົບເລັກນ້ອຍຕໍ່ການປະຕິບັດງານຂອງກອງກຳລັງປ້ອງກັນຊາດຂອງ ອິສຣາແອລ ນັກວິເຄາະ ທ່ານໂຢສຊີ ແມກແຄລເບີກ ກ່າວ.

ທ່ານໂຢສຊີ ແມກແຄລເບີກ ປະຈຳຢູ່ ອົງການ Chatham House ກ່າວຜ່ານທາງຊູມ ວ່າ “ພວກອາວຸດແລະລູກປືນສ່ວນໃຫຍ່ຂອງ ອິສຣາແອລ ແທ້ຈິງແລ້ວ ມາຈາກ ສະຫະລັດ ແລະເຢຍຣະມັນ. ມັນກວມເອົາເກືອບ 99 ເປີເຊັນຂອງການສະໜອງອາວຸດທັງຫຼາຍແກ່ ອິສຣາແອລ.”

ແຕ່ການເຄື່ອນໄຫວທີ່ເປັນສັນຍາລັກຂອງອັງກິດ ແມ່ນມີຄວາມສຳຄັນຫຼາຍ ທ່ານແມກແຄລເບີກ ກ່າວ.

ທ່ານແມກແຄລເບີກ ກ່າວຜ່ານທາງຊູມຕື່ມວ່າ “ການໂຈະນັ້ນ ໄດ້ສົ່ງສັນຍານ ອັນຈະແຈ້ງວ່າ ເຈົ້າສາມາດເປັນເພື່ອນຂອງຣິສຣາແອລ, ເຈົ້າສາມາດສະໜັບ ສະໜູນ ອິສຣາແອລ ແລະ ອັງກິດ -ລວມທັງ ພັກການເມືອງ ແຮງງານ (ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ) - ກໍສະໜັບສະໜູນ ອິສຣາແອລ, ໂດຍສະເພາະຫຼັງ ຈາກ ວັນທີ 7 ຕຸລາ, ແລະສະນັ້ນ ມັນເປັນທີ່ຖືກຕ້ອງ. ແຕ່ໃນເວລາດຽວກັນ ໂດຍພື້ນຖານແລ້ວ ​ກໍບໍ່ເຫັນພ້ອມກັບວິທີທາງທີ່ອິສຣາແອລ ດຳເນີນການ ໃນສົງຄາມ ແລະວິທີທີ່ ອິສຣາແອລ ໃຊ້ອາວຸດທັງຫຼາຍ.”

ການເຄື່ອນໄຫວອາດມີຜົນສະທ້ອນທີ່ກວ້າງຂວາງ ນັກວິເຄາະ ອານເດຣສ ຄຣີກ ກ່າວ.

ທ່ານ ອານເດຣສ ຄຣີກ ປະຈຳຢູ່ ວິທະຍາໄລ ລອນດອນ ຂອງກະສັດ ກ່າວ ຜ່ານທາງຊູມວ່າ “ມັນສະແດງໃຫ້ເຫັນວ່າ ເປັນຄັ້ງທຳອິດເລີຍ ທີ່ຄູ່ພາຄີທີ່ໃກ້ຊິດ ຫຼາຍ ແລະເປັນພັນທະມິດຂອງອິສຣາແອລ ບໍ່ເຊື່ອໝັ້ນລັດຖະບານຂອງ ອິສຣາແອລ ເມື່ອພວກເຂົາເຈົ້າກ່າວວ່າ ພວກເຂົາປະຕິບັດຕາມກົດໝາຍວ່າດ້ວຍສົງຄາມ. ບັນດາປະເທດຂອງຢູໂຣບອື່ນໆ ບັດນີ້ ອາດຢາກກັບຄືນໄປເບິ່ງ ໃບອະນຸຍາດການສົ່ງອອກອາວຸດທັງຫຼາຍຂອງພວກເຂົາເຈົ້າ.”

ອິສຣາແອລ ປະຕິເສດຕໍ່ການລະເມີດກົດໝາຍສາກົນໃດໆໃນເຂດກາຊາ ແລະ ກ່າວວ່າ ຕົນພຽງແນເປົ້າໃສ່ພວກຫົວຮຸນແຮງກຸ່ມຮາມາສເທົ່ານັ້ນ, ຜູ້ທີ່ຕົນກ່າວ ຫາວ່າ ຫລົບລີ້ຢູ່ໃນໂຮງຮຽນ ແລະໂຮງໝໍທັງຫຼາຍ ແລະ ໃຊ້ມະນຸດເປັນສິ່ງກັນ ບັງ. ບັນດາຜູ້ວິພາກວິຈານ ກ່າວຫາ ກອງກຳລັງຂອງອິສຣາແອລ ກ່ຽວ​ກັບການໂຈມຕີໂດຍບໍ່ເລືອກໜ້າຢູ່ໃນບັນຫາຂັດແຍ້ງທີ່ເລີ້ມຂຶ້ນ ຫຼັງຈາກກຸ່ມ ຮາມາສ ໄດ້ສັງຫານປະຊາຊົນອິສຣາແອລ 1,200 ຄົນໃນວັນທີ 7 ຕຸລາ.

ກະຊວງສາທາລະນະສຸກ ທີ່ບໍລິຫານໂດຍກຸ່ມຮາມາສ ກ່າວວ່າ ຊາວປາແລັສໄຕນ໌ ຫຼາຍກວ່າ 40 ພັນຄົນໄດ້ຖືກຂ້າຕາຍ ນັບຕັ້ງແຕ່ ອິສຣາແອລ ເລີ້ມປະຕິບັດການເປັນຕົ້ນມາ.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນທັນຢາຮູ ໄດ້ອະທິບາຍ ເຖິງການເຄື່ອນໄຫວຂອງອັງກິດ ທີ່ຈະຫ້າມການສົ່ງອາວຸດບາງສ່ວນນັ້ນວ່າ “ໜ້າອັບອາຍ.”

ທ່ານເນທັນຢາຮູ ກຳລັງປະເຊີນກັບກຸ່ມຄັດຄ້ານຢູ່ພາຍໃນປະເທດ ຕໍ່ສົງຄາມໃນ ກາຊາ ແລະຄວາມລົ້ມແຫຼວຂອງທ່ານ ໃນການໄດ້ມາຊຶ່ງການປ່ອຍພວກໂຕ ປະກັນ, ນັກວິເຄາະ ທ່ານຄຣີກ ກ່າວ.

ທ່ານຄຣີກ ກ່າວຜ່ານທາງຊູມ ວ່າ “ຂະບວນການຕໍ່ຕ້ານລັດຖະບານ ທ່ານ ເນທັນຢາຮູ ບັດນີ້ແມ່ນເຫັນໄດ້ວ່າ ເປັນຂະບວນການຕໍ່ຕ້ານອິສຣາແອລ ທີ່ໜ້ອຍລົງ ແລະໜ້ອຍລົງ ໂດຍລວມ ຫຼື ມະຫາຊົນຂອງ ອິສຣາແອລ.”

ໃນຂະນະດຽວກັນ ຫົວໜ້າດ້ານນະໂຍບາຍການຕ່າງປະເທດຂອງ ສະຫະພາບ ຢູໂຣບ ທ່ານໂຈເສັບ ໂບຣແຣລ ເມື່ອອາທິດແລ້ວນີ້ ໄດ້ສະເໜີມາດຕະການ ລົງໂທດຕໍ່ສອງລັດຖະມົນຕີຂອງລັດຖະບານອິສຣາແອລ ທີ່ບໍ່ໄດ້ລະບຸຊື່ ຍ້ອນສົງຄາມໃນກາຊາ ສຳລັບຂໍ້ຫາການລະເມີດສິດທິມະນຸດ.

ການຕັດສິນໃດໆກ່ຽວກັບມາດຕະການລົງໂທດນັ້ນ ຈະຕ້ອງໄດ້ຮັບສຽງເປັນ ເອກະພາບກັນພາຍໃນບັນດາປະເທດສະມາຊິກຂອງສະຫະພາບຢູໂຣບ.

ທ່ານໂບຣແຣລ ໄດ້ກ່າວວ່າ ການ​ເລີ່ມ​ຕົ້ນ​ແມ່ນຍັງບໍ່ໄດ້ບັນ​ລຸ​ເທື່ອ.

Britain on Monday suspended around 30 of the 350 licenses for weapons exports to Israel — after a legal review concluded there was a clear risk they might be used to commit serious violations of international humanitarian law in Gaza.

Prime Minister Keir Starmer said Wednesday Britain still supported Israel’s right to self-defense.

(Keir Starmer, British Prime Minister)

“But in relation to licenses, this isn't an Israel issue. It's the framework for all licenses that have to be kept under review. // We either comply with international law or we don't. We only have strength in our arguments because we comply with international law.”

The export bans include components used in helicopters, fighter jets and drones. It will have little impact on the Israeli Defense Forces’ operations, says analyst Yossi Mekelberg.

(Yossi Mekelberg, Chatham House)

“Most of Israel's weapons and ammunition come actually from the United States and Germany. It amounts to nearly 99% of the arms supplied to Israel.”

But the symbolism of Britain’s move is more significant, Mekelberg says.

(Yossi Mekelberg, Chatham House)

“Suspension sends a clear message that you can be a friend of Israel, you can support Israel and the UK — including [the ruling party] Labour — supportive of Israel, especially after October 7, and rightly so. But at the same time to disagree fundamentally with the way Israel conducts the war and how it uses weapons.”

The move could have wider consequences, says analyst Andreas Krieg.

(Andreas Krieg, King’s College London)

“It shows that for the very first time that a very close partner and ally of Israel doesn't trust the Israeli government when they're saying that they are complying with the laws of armed conflict. Other European countries might want to now revisit their arms export licenses.”

Israel denies breaking international law in Gaza and says it only targets Hamas militants, whom it accuses of hiding in schools and hospitals and using human shields. Critics accuse Israeli forces of indiscriminate attacks in the conflict that began after Hamas killed 1,200 in Israel on October 7.

The Hamas-run health ministry says more than 40-thousand Palestinians have been killed since the Israeli operation began.

Israeli Prime Minister Benjamin Netanyahu described Britain’s move to ban some arms exports as “shameful.”

Netanyahu is facing domestic opposition to the war in Gaza and his failure to secure the release of hostages, says analyst Krieg.

(Andreas Krieg, King’s College London)

“Moving against the Netanyahu government is now seen less and less so as moving against Israel as a whole, or the Israeli public.”

Meanwhile, the European Union’s foreign policy chief Josep Borrell last week proposed sanctioning two unnamed Israeli government ministers over the war in Gaza, for allegedly violating human rights.

Any decision on sanctions would have to be unanimous among EU member states. Borrell said that threshold had not been met.

ຟໍຣັມສະແດງຄວາມຄິດເຫັນ

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG