ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັງກິດ ຕັດການເຊື່ອມໂຍງ ດ້ານທຸລະກິດ ກັບແຂວງຊິນຈຽງຂອງຈີນ ຍ້ອນການລະເມີດສິດທິມະນຸດ


ແຜນທີ່ເຂດທະວີບເອເຊຍ ທີ່ສະແດງໃຫ້ເຫັນເຂດແດນແຂວງຊິນຈຽງຂອງຈີນ.
ແຜນທີ່ເຂດທະວີບເອເຊຍ ທີ່ສະແດງໃຫ້ເຫັນເຂດແດນແຂວງຊິນຈຽງຂອງຈີນ.

ລັດຖະບານຂອງອັງກິດ ໃນວັນອັງຄານວານນີ້ ໄດ້ປະກາດວ່າ ຕົນຈະອອກກົດລະບຽບໃໝ່ ໃຫ້ພວກບໍລິສັດທັງຫຼາຍ ພະຍາຍາມກີດກັນສິນຄ້າຕ່າງໆທີ່ມາຈາກແຂວງຊິນຈຽງຂອງຈີນ ບໍ່ໃຫ້ເຂົ້າມາໃນລະບົບຕ່ອງໂສ້ການສະໜອງ ຫຼັງຈາກທີ່ມີຂໍ້ກ່າວຫາຕ່າງໆຂອງການບັງຄັບອອກແຮງງານ ແລະການລະເມີດອື່ນໆ.

ໃນການກ່າວຖະແຫລງຕໍ່ລັດຖະສະພາ ລັດຖະມົນຕີກະຊວງການຕ່າງປະເທດຂອງອັງກິດ ທ່ານໂດມີນິກ ຣາບ ໄດ້ກ່າວວ່າ ມີຫຼັກຖານຢ່າງຫຼວງຫຼາຍ ແລະ “ໜ້າໂສກເສົ້າ” ຂອງການບັງຄັບໃຫ້ອອກແຮງງານ ພາຍໃນພວກຊາວມຸສລິມວີເກີໃນແຂວງຊິນຈຽງ ຫຼັງຈາກທີ່ອົງການສະຫະປະຊາຊາດ ກະປະມານວ່າ ມີຢ່າງໜ້ອຍ 1 ລ້ານຄົນຈຳພວກນັ້ນ ແລະພວກຊົນເຜົ່າກຸ່ມນ້ອຍອື່ນໆທີ່ໄດ້ຖືກກັກໂຕຢູ່ໃນຄ້າຍຄຸມຂັງ.

ທ່ານຣາບ ໄດ້ກ່າວວ່າ ການລະເມີດອື່ນໆປະກອບດ້ວຍ ການບັງຄັບໃຫ້ເຮັດ
ໝັນ ການຄຸມຂັງແບບຮວບຮັດຕັດຕອນ ການສຳມະນາດ້ານການເມືອງ ການສອດແນມຢ່າງກວ້າງຂວາງ ແລະແບບລ່ວງລ້ຳໂດຍ ແນເປົ້າໝາຍໃສ່ພວກຊົນເຜົ່າກຸ່ມນ້ອຍ ແລະການຈຳກັດຮັດແຄບແບບເປັນລະບົບຕໍ່ວັດທະນະທຳ ການສຶກສາ ແລະສາສະໜາຂອງພວກຊາວວີເກີ.

ຈີນ ໄດ້ປະຕິເສດຕໍ່ຂໍ້ກ່າວຫາທັງຫຼາຍ ໂດຍກ່າວວ່າ ຕົນ ໄດ້ “ປ່ຽນແນວຄິດ” ຂອງພວກຊາວຊິນຈຽງ ແລະວ່າ ຂົງເຂດດັ່ງກ່າວ ບໍ່ໄດ້ມີການໂຈມຕີກໍ່ການຮ້າຍມາໄດ້ສີ່ປີແລ້ວ.

ທ່ານຣາບ ໄດ້ກ່າວວ່າ ລັດຖະບານຕ້ອງເອົາມາດຕະການເພື່ອເຮັດໃຫ້ແນ່ໃຈວ່າ ພວກທຸລະກິດຂອງອັງກິດທັງຫຼາຍ “ບໍ່ແມ່ນສ່ວນນຶ່ງຂອງລະບົບຕ່ອງໂສ້ການສະໜອງ ທີ່ນຳໄປສູ່ປະຕູແຫ່ງຄ້າຍກັກຂັງທັງຫຼາຍຢູ່ໃນເຂດຊິນຈຽງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG