ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພັກອະນຸລັກນິຍົມຂອງ ອັງກິດ ຍັງພະຍາຍາມ ເຈລະຈາ ກ່ຽວກັບ ລັດຖະບານໃໝ່


ນາຍົກລັດຖະມົນຕີຂອງ ອັງກິດ ທ່ານນາງ Theresa May ລໍຖ້າຜົນຂອງການລົງຄະແນນສຽງຢູ່ສູນນັບຄະແນນສຳລັບ
ການເລືອກຕັ້ງທົ່ວໄປໃນເມືອງ Maidenhead, 9 ມິຖຸນາ, 2017.
ນາຍົກລັດຖະມົນຕີຂອງ ອັງກິດ ທ່ານນາງ Theresa May ລໍຖ້າຜົນຂອງການລົງຄະແນນສຽງຢູ່ສູນນັບຄະແນນສຳລັບ ການເລືອກຕັ້ງທົ່ວໄປໃນເມືອງ Maidenhead, 9 ມິຖຸນາ, 2017.

ນາຍົກລັດຖະມົນຕີ ຫົວອະນຸລັກນິຍົມຂອງ ອັງກິດ ຍັງພວມຊອກຫາວິທີຕົກລົງກັບພັກ ສະຫະພາບປະຊາທິປະໄຕໄອແລນເໜືອຢູ່ ຊຶ່ງວ່າຈະໃຫ້ການສະໜັບສະໜູນແກ່ທ່ານ
ນາງທີ່ຕ້ອງການເປັນຢ່າງຍິ່ງ ເພື່ອຈະປະກອບລັດຖະບານ.

ຖ້ອຍຄຳຖະແຫຼງຕອນນຶ່ງ ຈາກສຳນັກງານຂອງທ່ານນາງ Theresa May ໃນວັນອາ
ທິດມື້ນີ້ເວົ້າວ່າ ການໂອ້ລົມກັນ ກ່ຽວກັບ ຂໍ້ຕົກລົງບັ້ນສຸດທ້າຍເພື່ອ “ຄວາມໄວ້ວາງໃຈ ແລະການສະນັບສະໜູນ” ມີທ່າທາງວ່າ ຈະມ້ວນທ້າຍລົງ ໃນທ້າຍສັບປະດານີ້. ນັ້ນກໍ ໝາຍຄວາມວ່າພັກ DUP ຂອງ ໄອແລນເໜືອ ຈະສະໜັບສະໜູນລັດຖະບານ ໃນດ້ານ ງົບປະມານແລະຄວາມໄວ້ວາງໃຈຕ່າງໆ ແຕ່ວ່າ ສຳລັບເລື່ອງອື່ນໆແລ້ວ ແມ່ນຈະເບິ່ງ
ເປັນແຕ່ລະກໍລະນີໄປ.

ຖະແຫຼງການຂອງພັກ DUP ເວົ້າວ່າ ເທົ່າທີ່ຜ່ານມາ ການໂອ້ລົມກັນໄດ້ເປັນໄປໃນທາງ
ສ້າງສັນ.

ທ່ານນາງ ເມ ຈຳເປັນຈະຕ້ອງໄດ້ຮັບການສະໜັບສະໜູນຈາສະມາຊິກໃນສະພາຢ່າງ
ໜ້ອຍ 326 ທ່ານ ເພື່ອປະກອບລັດຖະບານ. ພັກອະນຸລັກນິຍົມໄດ້ຮັບ 318 ບ່ອນນັ່ງ ໃນການເລືອກຕັ້ງ ແລະພັກ DUP ໄດ້ຮັບ 10 ບ່ອນ.

ຈຳເປັນຈະຕ້ອງໄດ້ມີຂໍ້ຕົກລົງກັນຂຶ້ນ ພາຍໃນວັນທີ 19 ມິຖຸນານີ້ ເວລາພະລາຊິນີ
Elizabethຈະກ່າວຄຳປາໄສວາງໂຄງການຂອງລັດຖະບານ.

ນອກຈາກນັ້ນແລ້ວ ການໂອ້ລົມເລື່ອງ Brexit ກັບສະຫະພາບ ຢູໂຣບ ກໍມີກຳນົດວ່າ ຈະຈັດຂຶ້ນພາຍໃນອີກ 10 ມື້ນີ້. ທ່ານນາງ ເມ ໄດ້ເນັ້ນຢໍ້າ ກັບທ່ານນາງ Angela
Merkel ນາຍົກລັດຖະມົນຕີ ເຢັຍຣະມັນ ວ່າ ອັງກິດ ຈະລົງມືເຈລະຈາຕາມກຳນົດ ທີ່ໄດ້ວາງເອົາໄວ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG