ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຈິມມີ່ ຫຼາຍ ມະ​ຫາ​ເສດ​ຖີດ້ານສື່ມວນຊົນ ຂອງ​ຮົງ​ກົງ ຖືກ​ເລີ້ມ​ດຳ​ເນີນ​ຄະ​ດີ ​ໃນ​ມື້ນີ້


ແຟ້ມຮູບ-ຜູ້ປະກອບການດ້ານສື່ມວນຊົນທີ່ຮັ່ງມີ ທ່ານຈິມມີ່ ຫຼາຍຖືກນໍາໂຕເຂົ້າໄປໃນລົດຕູ້ ດ້ານນອກຂອງສານອຸທອນຂັ້ນສຸດທ້າຍ ໃນ ຮົງກົງ ເມື່ອວັນທີ 1 ກຸມພາ 2021.
ແຟ້ມຮູບ-ຜູ້ປະກອບການດ້ານສື່ມວນຊົນທີ່ຮັ່ງມີ ທ່ານຈິມມີ່ ຫຼາຍຖືກນໍາໂຕເຂົ້າໄປໃນລົດຕູ້ ດ້ານນອກຂອງສານອຸທອນຂັ້ນສຸດທ້າຍ ໃນ ຮົງກົງ ເມື່ອວັນທີ 1 ກຸມພາ 2021.

ຜູ້ປະກອບການທີ່ຮັ່ງມີດ້ານສື່ມວນຊົນທີ່ສະໜັບສະໜູນປະຊາທິປະໄຕ ທ່ານຈິມມີ່ ຫຼາຍ (Jimmy Lai) ໄດ້ຖືກພິຈາລະນາຄະດີຢູ່ ຮົງກົງ ໃນວັນຈັນມື້ນີ້ ໃນຂໍ້ຫາດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ສາມາດເຮັດໃຫ້ທ່ານຖືກຈຳຄຸກຕະຫຼອດຊີວິດໄດ້, ເຊິ່ງສະຫະລັດ ແລະອັງກິດ ໄດ້ຮຽກຮ້ອງໃຫ້ປ່ອຍໂຕທ່ານ, ອີງຕາມລາຍງານຂອງອົງການຂ່າວ AFP.

ທ່ານ ຫຼາຍ ອາຍຸ 76 ປີ, ຖືກກ່າວຫາວ່າ "ດໍາເນີນການສົມຮູ້ຮ່ວມຄິດ" ກັບກອງກໍາລັງຕ່າງປະເທດ ພາຍໃຕ້ກົດຫມາຍກວດລ້າງດ້ານຄວາມປອດໄພແຫ່ງຊາດ ທີ່ປັກກິ່ງໄດ້ກໍານົດຂຶ້ນ ຢູ່ຮົງ​ກົງ​ ທີ່​ເປັນສູນກາງການເງິນເມື່ອປີ 2020.

ທ່ານເປັນຜູ້ກໍ່ຕັ້ງໜັງສືພິມ ແອັບໂປ ເດລີ (Apple Daily) ເປັນພາສາຈີນ ປັດຈຸບັນໄດ້ຖືກປິດໂຕລົງແລ້ວ, ເຊິ່ງເປັນໜັງສືພິມທີ່ມັກຈະວິຈານປັກກິ່ງ ແລະສະໜັບສະໜຸນການເຄື່ອນໄຫວປະທ້ວງາ​ຂະ​ໜາດໃຫຍ່ ທີ່ນອງນັນຢູ່​ໃນຮົງກົງ ໃນປີ 2019.

ການ​ດຳ​ເນີນ​ຄະດີດັ່ງກ່າວ ຄາດ​ວ່າ​ຈະ​ໄດ້​ຮັບ​ຟັງ​ຄຳ​ໃຫ້​ການ​ແບບເປີດເຜີຍໃນ​ສານພາຍ​ໃນ 80 ວັນຂອງມື້ເຮັດ​ວຽກ​ຂ້າງ​ໜ້ານີ້ ເຊິ່ງຈະ​ໄດ້ຮັບການ​ຕິດຕາມ​ຢ່າງໃກ້ຊິດໂດຍເຄື່ອງວັດແທກ ເພື່ອ​ຊີ້​ວັດດ້ານ​ເສລີພາບ​ທາງ​ການ​ເມືອງ ​ແລະອິດ​ສະ​ຫຼະ​ດ້ານ​ຕຸລາການ​ ຂອງ​ຮົງ​ກົງ.

ມະຫາເສດຖີຈາກຄົນທຸກຍາກທີ່ສ້າງໂຊກລາບຄວາມ​ລ້ຳ​ລວຍຂອງຕົນເອງດ້ວຍ ການຂາຍເສື້ອຜ້າ ກ່ອນຈະຂະຫຍາຍອອກມາສູ່ສື່ມວນ​ຊົນ, ທ່ານຫຼາຍ ຈະຖືກພິຈາລະນາຄະດີໂດຍບໍ່ມີຄະນະຕຸລາການ ແລະໄດ້ຖືກປະຕິເສດ ໃນການເລືອກທະນາຍຄວາມຂອງທ່ານ ມາກ່ອນ​ແລ້ວນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG