ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລມຕ ຮັບຜິດຊອບ ໃນເລື້ອງ Brexit ລາອອກ ຂະນະທີ່ ນາຍົກ ອັງກິດ ຊອກຫາ ການສະໜັບສະໜຸນ ຈາກ ສະພາ


ລັດຖະມົນຕີ ຮັບຜິດຊອບເລື້ອງ EU Brexit ທ່ານ ໂດມີນິກ ຣາບ ກຳລັງກ່າວ ຄຳປາໄສ ທີ່ສຳຄັນ ຕໍ່ ກອງປະຊຸມ ພັກອະນຸລັກນິຍົມ ໃນນະຄອນ ເບີມິງແຮມ ຂອງອັງກິດ, ວັນທີ 1 ຕຸລາ 2018.
ລັດຖະມົນຕີ ຮັບຜິດຊອບເລື້ອງ EU Brexit ທ່ານ ໂດມີນິກ ຣາບ ກຳລັງກ່າວ ຄຳປາໄສ ທີ່ສຳຄັນ ຕໍ່ ກອງປະຊຸມ ພັກອະນຸລັກນິຍົມ ໃນນະຄອນ ເບີມິງແຮມ ຂອງອັງກິດ, ວັນທີ 1 ຕຸລາ 2018.

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ ມີວຽກງານທີ່ຫຍຸ້ງຍາກ ຢູ່ແລ້ວ ໃນ
ການຊັກຊວນໃຫ້ສະພາ ຮັບຮອງເອົາຂໍ້​ຕົກ​ລົງ ກ່ຽວກັບການຖອນໂຕອອກຈາກ ສະຫະ
ພາບຢູໂຣບ ຂອງອັງກິດ ຫຼື EU Brexit ນັ້ນ ກໍໄດ້ປະສົບກັບບັນຫາ ໃນວັນພະຫັດມື້ນີ້
ໃນຂະນະທີ່ ທ່ານ ໂດມີນິກ ຣາບ ລັດຖະມົນຕີ ທີ່ຮັບຜິດຊອບເລື້ອງ Brexit ໄດ້ລາອອກ
ຈາກຕຳແໜ່ງ.

“ໃນສະພາບຈິດສຳນຶກທີ່ດີ ຂ້າພະເຈົ້າ ບໍ່ສາມາດສະໜັບສະໜຸນ ຂໍ້ກຳນົດທັງຫຼາຍ
ທີ່ໄດ້ສະເໜີໄປ ສຳລັບການຕົກລົງຂອງພວກເຮົາກັບ ສະຫະພາບຢູໂຣບ”
ທ່ານ
ຣາບ ໄດ້ກ່າວໄປ ໃນຂະນະທີ່ ທ່ານ ໄດ້ເປີດເຜີຍຖະແຫຼງການ ສະບັບ ນຶ່ງ ທີ່ໄດ້​ເວົ້າ
​ເຖິງ ການຄັດຄ້ານຂອງທ່ານຕໍ່​ຂໍ້​ຕົກ​ລົງສະບັບດັ່ງກ່າວ ທີ່ທ່ານໄດ້ ຊ່ອຍເຈ​ລະ​ຈາ ນັ້ນ.

ທ່ານ ຣາບ ບໍ່ເຫັນດີນຳໂດຍສະເພາະຕໍ່ຂໍ້ກຳນົດທີ່ສຳຄັນອັນນຶ່ງ ໃນການຈັດຕັ້ງເຂດ
ອາກອນ ແລະການຄ້າ ທີ່ຈະລົບລ້າງຄວາມຈຳເປັນຕ້ອງມີເຂດຄຸ້ມຄອງ ລະຫວ່າງ
ໄອຣ໌ແລນເໜືອຂອງອັງກິດ ແລະ ໄອ​ຣ໌ແລນ ທີ່ເປັນສະມາຊິກ ຂອງສະຫະພາບຢູໂຣບ
ໃນຂະນະທີ່ ອັງກິດ ແລະ ສະຫະພາບຢູໂຣບ ພວມເຮັດວຽກ ໃນເລື້ອງຂໍ້ຕົກລົງການຄ້າ
ສະບັບໃໝ່.

ທ່ານ ໄດ້ກ່າວອີກວ່າ ໂດຍບໍ່ມີວັນທີ່ສິ້ນສຸດ ອັນຄັກແນ່ ສຳລັບການຈັດການນີ້ ຈຶ່ງຈະ
ເຮັດໃຫ້ອັງກິດ ປາດສະຈາກ ການຄວບຄຸມ ແບບ​ປະ​ຊາ​ທິ​ປະ​ໄຕ ຕໍ່ກົດໝາຍຕ່າງໆ
ທີີ່ປົກຄອງເຂດແດນຂອງຕົນ ແລະຈະເຮັດໃຫ້ການເຈລະຈາດ້ານ ການຄ້າໃນ
ອະນາຄົດ “ມີຄວາມລຳອຽງຢ່າງໜັກໜ່ວງ.”

ເງິນພາວຂອງອັງກິດ ໄດ້ຕົກລາຄາຢ່າງໜັກ ໃນ​ການ​ແລກ​ປ່ຽນ​ກັບເງິນໂດລາ
ສະຫະລັດ ຫຼັງຈາກການຂໍລາອອກຈາກຕຳແໜ່ງ ຂອງ ທ່ານ ຣາບ.

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ ອອກມາຈາກ ທຳນຽບນາຍົກ ທີ່ບ້ານເລກທີ 10 ຖະໜົນ ດາວນິ້້ງ ໃນນະຄອນຫຼວງ ລອນດອນ ເມື່ອວັນທີ 14 ພະຈິກ 2018, ເພື່ອໄປເຂົາຮ່ວມ ກອງປະຊຸມ ຖາມນາຍົກລັດຖະມົນຕີ ປະຈຳສັບປະດາ ຢູ່ທີ່ສະພາຕ່ຳ.
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ ອອກມາຈາກ ທຳນຽບນາຍົກ ທີ່ບ້ານເລກທີ 10 ຖະໜົນ ດາວນິ້້ງ ໃນນະຄອນຫຼວງ ລອນດອນ ເມື່ອວັນທີ 14 ພະຈິກ 2018, ເພື່ອໄປເຂົາຮ່ວມ ກອງປະຊຸມ ຖາມນາຍົກລັດຖະມົນຕີ ປະຈຳສັບປະດາ ຢູ່ທີ່ສະພາຕ່ຳ.

ໃນ​ການ​ຖະ​ແຫຼງ​ຕໍ່​ສະ​ພາ​ໃນ​ວັນ​ພະ​ຫັດ​ມື້ນີ້ ຜູ້​ນຳ​ພັກ​ແຮງ​ງານ ຊຶ່​ເປັນ​ພັກ​ຝ່າຍຄ້າຍ
ທ່ານ ​ເຈ​ເຣີ​ມີ ຄໍ​ບິນ ເອີ້ນ​ຮ່າງ​ຂໍ້​ຕົກ​ລົງ​ນີ້​ວ່າ “ເປັນ​ຄວາມ​ລົ້ມ​ແຫຼວ​ ແລະສ້າງ​ຄວາມ
​ເສຍ​ຫາຍ ຢ່າງ​ໜັກ.”

ທ່ານນາງ ເມ ໄດ້ຮັບການຮັບຮອງເອົາຂໍ້ຕົກລົງດັ່ງກ່າວຈາກຄະນະລັດຖະບານ ຂອງ
ທ່ານນາງ ຫຼັງຈາກທີ່ໄດ້ເຂົ້າປະຊຸມເປັນເວລາ 5 ຊົ່ວໂມງໃນວັນພຸດວານນີ້ ທີ່ທ່ານນາງ
ໄດ້ບັນລະຍາຍ ວ່າ “ດົນ ລະອຽດ ແລະ ເຕັມໄປດ້ວຍອາລົມ.”

ສິ່ງກີດຂວາງເສັ້ນທາງທີ່ໃຫຍ່ ໃນປັດຈຸບັນນີ້ ຂອງ ສັນຍາ Brexit ກ່ອນໜ້າ ການແຍກ
ອອກນັ້ນ ກໍແມ່ນມີກຳນົດຈະມີຜົນບັງຄັບໃຊ້ ໃນວັນທີ 29 ມີນາ ປີໜ້າ ແມ່ນໄດ້ຮັບ ການລົງຄະແນນສຽງເຫັນດີຕໍ່ຂໍ້ຕົກລົງ ຢ່າງຫຼວງຫຼາຍ ຈາກສະພາຂອງອັງກິດ.

ທ່ານນາງ ເມ ກຳລັງສະເໜີເຫດຜົນຂອງທ່ານນາງ ຕໍ່ບັນດາສະມາຊິກສະພາ ໃນວັນ
ພະຫັດມື້ນີ້ ແມ່ນກະທັງກ່ອນໜ້າ ການລາອອກຂອງທ່ານ ຣາບ ຊ້ຳ ແລະ ກ່ອນມີພວກ
ວິຈານຫຼາຍໆຄົນ ໃນທັງກຸ່ມທີ່ເຫັນດີກັບການຖອນໂຕອອກ ຈາກສະຫະພາບຢູໂຣບ
ແລະ ພາຍໃນກຸ່ມພວກຜູ້ທີ່ ຢາກໃຫ້ອັງກິດຢູ່ເປັນສະ ມາຊິກ ສະຫະພາບຢູໂຣບຕໍ່ໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG