ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນ. ຍ. ​ອັງ​ກິດ ຈະ​ຂັບໄລ່​ ຜູ້ຄັດ​ຄ້ານ ​ແຜນ​​ການ Brexit ອອ​ກຈາກ​ພັກ​ຂອງ​ທ່ານ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ, ທ່ານ ໂບ​ຣິ​ສ ຈອນ​ສັນ (Boris Johnson) ​ກ່າວ​ຕໍ່​ນັກ​ຂ່າວ ຢູ່ນອກ​ຕຶກເລກ​ທີ 10 Downing Street ໃນ​ນະ​ຄອນ​ລອນດອນ, ວັນ​ທີ 2 ກັນ​ຍາ 2019 ວ່າ​ໂອ​ກາດ​ທີ່​ຈະ​ເອົາ​ອັງ​ກິດ ອອກ​ຈາກ ອີ​ຢູ ແມ່ນ​ມີ​ຫລາຍ​ຂຶ້ນ
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ, ທ່ານ ໂບ​ຣິ​ສ ຈອນ​ສັນ (Boris Johnson) ​ກ່າວ​ຕໍ່​ນັກ​ຂ່າວ ຢູ່ນອກ​ຕຶກເລກ​ທີ 10 Downing Street ໃນ​ນະ​ຄອນ​ລອນດອນ, ວັນ​ທີ 2 ກັນ​ຍາ 2019 ວ່າ​ໂອ​ກາດ​ທີ່​ຈະ​ເອົາ​ອັງ​ກິດ ອອກ​ຈາກ ອີ​ຢູ ແມ່ນ​ມີ​ຫລາຍ​ຂຶ້ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ, ທ່ານ ໂບ​ຣິ​ສ ຈອນ​ສັນ (Boris Johnson) ນາບ​ຂູ່​ໃນ​ວັນ​ຈັນ​ວານນີ້​ວ່າ ທ່ານຈະ​ຂັບ​ໄລ່​ພວກ​ຕໍ່​ຕ້ານ​ຈາກ​ພັກ​ອະ​ນຸ​ລັກ​ນິ​ຍົມອອກ ບໍ່​ວ່າ ຈະ​ແມ່ນ​ໃຜ​ກໍ​ຕາມ ຖ້າ​ຫາກ​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະຂັດ​ຂວາງ​ການ​ພັກ​ດັນ​ຂອງ​ທ່ານ​ໃຫ້​ມີ​ການເອົາ​ອັງ​ກິດອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບໂດຍບໍ່​ມີ​ຂໍ້​ຕົກ​ລົງ ໃນ​ເດືອນ​ໜ້ານີ້.

ທ່ານ​ຈອນ​ສັນ ມີບ່ອນ​ນັ່ງ​ສຽງ​ສ່ວນ​ຫລາຍ ​ພຽງ​ບ່ອນ​ດຽວເທົ່າ​ນັ້ນ​ຢູ່​ໃນ​ສະ​ພາຕ່ຳ ຫລື House of Commons. ແຕ່​ວ່າ ໃນ​ຂະ​ນະ​ທີ່ລັດ​ຖະສະ​ພາໄດ້​ກັບຄືນ​ເຂົ້າ​ມາ​ເຮັດ​ວຽກ​ອີກ ​ໃນ​ວັນ​ອັງ​ຄານມື້ນີ້ ຫລັງຈາກ​ໄປ​ພັກ​ລະ​ດູ​ຮ້ອນ ກໍ​ມີສະ​ມາ​ຊິກຕໍ່​ຕ້ານໃນພັກ​ອະ​ນຸ​ລັກ​ນິ​ຍົມ​ຫລາຍ​ເຖິງ 20 ຄົນ ທີ່​ໄປ​ເຂົ້າ​ຮ່ວມ​ກັບ​ສະ​ມາ​ຊິກ​ສະ​ພາຝ່າຍ​ຄ້ານ​ ທີ່​ມັດ​ມື​ຂອງ​ລັດ​ຖະ​ບານໃຫ້​ຄັດ​ຄ້ານ​ການ​ດຳ​ເນີນ​ຄວາ​ມ​ພະ​ຍາ​ຍາມ​ຂອງ​ທ່ານຈອນ​ສັນ​ທີ່​ຈະ​ອອກ​ຈາກອີ​ຢູ (EU) ໃຫ້​ໄດ້ໃນ​ວັນ​ທີ 31 ຕຸ​ລາ​ຈະ​ມາ​ເຖິງນີ້ ໂດຍ​ປາດ​ສະ​ຈາກຂໍ້​ກຳ​ນົດ​ໃດໆ ​ໃນ​ການອອກ​ໄປ.

ທ່ານ​ໄດ້ໂຈມ​ຕີຄວາມ​ພະ​ຍາ​ຍາມຕ່າງໆ​ທີ່ຈະ​ເຮັດ​ໃຫ້​ການ​ອອກ​ຈາກ EU ຊັກ​ຊ້າ​ລົງ, ໂດຍ​ການ​ໂຕ້​ຖຽງ​ວ່າການ​ເຮັດ​ແນວນັ້ນຈະເປັນ​ການ "ຕັດ​ຂາ" ຂອງ​ການ​ດຳ​ເນີນຄວາ​ພະ​ຍາ​ຍາມ​ຂອງ​ອັງ​ກິດໃນ​ການ​ເຈ​ລະ​ຈາ​ໃຫ້​ມີ​ເງື່ອນ​ໄຂ​ທີ່​ດີກວ່າໃນເລື້ອງ​ແຍກ​ຕົວອອກ​ຈາກ​ກຸ່ມ​ດັ່ງ​ກ່າວ.

ທ່ານ​ຈອນ​ສັນໄດ້​ພົບ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ໃນ​ລັດ​ຖະ​ບານ​ຂອງ​ທ່ານ, ຊຶ່ງ​ເປັນ​ການເຮັດ​ໃຫ້​ມີ​ການ​ກ່າວ​ຂານ​ກັນ​ຫລາຍ​ຂຶ້ນ​ວ່າທ່ານ​ຈະ​ຮຽກ​ຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ກະ​ທັນ​ຫັນ​ຂຶ້ນ​ໃນ​ເດືອນ​ໜ້ານີ້ ຖ້​າຫາກລັດ​ຖະ​ສະ​ພາ​ປະ​ຕິ​ເສດບໍ່​ຮັບ​ເອົາ​ແຜນ​ການ​ເອົາ​ອັງ​ກິດອອກ​ຈາກ​ອີ​ຢູ່ ຫລື Brexit ຂອງ​ທ່ານ, ທີ່​ອາດ​ຈະ​ເປັນ​ການ​ລົງ​ຄະ​ແນນ​ສຽງກ່ອນກອງ​ປະ​ຊຸມ​ສຸດຍອດ​ກາງ​ເດືອນ​ຕຸລາ​ຂອງບັນ​ດາ​ຜູ້​ນຳ EU ກ່ຽວ​ກັບ​ຂໍ້​ກຳ​ນົດສຸດ​ທ້າຍຕໍ່​ການ​ເອົາ​ອັງ​ກິດອອກ​ຈາກກຸ່ມ​ທີ່​ມີ​ສະ​ມາ​ຊິກ 28 ປະ​ເທດໄປ ພາຍ​ຫລັງ​ທີ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ເປັນ​ສະມາ​ຊິກ​ຂອງ​ກຸ່ມນັ້ນມາ​ເປັນ​ເວ​ລາ 46 ປີແລ້ວນັ້ນ. ແຕ່​ວ່າ ທ່ານຈອນ​ສັນກໍ​ເວົ້າ​ວ່າ ທ່ານບໍ່​ຢາກ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່ອີກ.

"ມາ​ພາ​ກັນ​ປ່ອຍ​ໃຫ້​ນັກເຈ​ລະ​ຈາ​ຂອງ​ພວກ​ເຮົາໄດ້​ພາ​ກັນ​ເຮັດ​ວຽກໂດຍ​ປາດ​ສະ​ຈາກ​ “ດາບ​ແຫ່ງ Damocles' ວາງ​ໃສ່​ຄໍ​ຂອງ​ພວກ​ເຂົາ​ເຈົ້າ​ໄວ້ ແລະ​ປາດ​ສະ​ຈາກການ​ເລືອກ​ຕັ້ງໃໝ່” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຈອນ​ສັນ ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່​ໄປ​ວ່າ "ຂ້າ​ພະ​ເຈົ້າ​ບໍ່ຢາກ​ໃຫ້​ມີ​ການ​ເລືອກ​ຕັ້ງ, ທ່ານ​ກໍ​ບໍ່​ຢາກ​ໃຫI​ມີ​ການ​ເລືອກ​ຕັ້ງ. ເຮົາມາ​ພາ​ກັນ​ເຮັດ​ຕາມ​ຄວາມ​ມຸ້ງ​ຫວັງ​ຂອງ​ປະ​ຊາ​ຊົນ​ນຳ​ກັນ​ເທາະ."

ທ່ານ​ຈອນ​ສັນໄດ້​ກາຍ​ມາ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລັງ​ຈາກທ່ານ​ນາງ ເທ​ຣີ​ຊາ ເມ, ອະ​ດີດ​ຜູ້​ນຳ​ຂອງ​ອົງ​ກິດບໍ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ລົງ​ຄະ​ແນນ​ສຽງຢູ່​ໃນ​ລັດ​ຖະ​ສະ​ພາ 3 ຄັ້ງ ເພື່ອ​ໃຫ້​ໄດ້​ຮັບ​ການ​ອະ​ນຸ​ມັດ​ຕໍ່​ຂໍ້​ຕົກ​ລົງ​ຂອງການ​ເອົາ​ອັງ​ກິດ​ອອກ​ຈາກອີ​ຢູ ທີ່​ທ່ານ​ນາງ​ໄດ້​ເຈ​ລະ​ຈາ​ກັບອີ​ຢູ​ແລ້ວນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG