ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ຍັງຈະບໍ່ລິເລີ່ມ ລະບຽບການ ການຖອນໂຕ ອອກຈາກ ອີຢູ ຢ່າງຖາວອນເທື່ອ

ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ Boris Johnson (ຊ້າຍ) ແລະ ສະມາຊິກສະພາສູງ ຂອງສະຫະພາບຢູໂຣບ ທ່ານ Federica Mogherini (ດ້ານຫຼັງ) ກຳລັງຟັງຂະນະທີ່ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ບັນດາລັດຖະມົນຕີ ການຕ່າງປະເທດ ຈາກ ເຢຍຣະມົນ ອັງກິດ ຝຣັ່ງ ອີຕາລີ ແລະ ສະຫະພາບຢູໂລບ ຢູ່ທີ່ມະຫາວິທະຍາໄລ Tufts ໃນເມືອງ Medford ລັດ Massachusetts ຂອງສະຫະລັດ, ວັນທີ 24 ກັນຍາ 2016. REUTERS/Brian Snyder - RTSP9G5

ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ Boris Johnson ໄດ້ກ່າວເມື່ອວັນອາທິດ ວານນີ້ ວ່າ ອັງກິດ ຕ້ອງໄດ້ເຮັດວຽກໃຫ້ຫຼາຍຂຶ້ນ ກ່ອນທີ່ ຈະເປັນຜົນເຮັດ ໃນການເລີ່ມ ຕົ້ນ ລະບຽບການ ຢ່າງເປັນທາງການ ເພື່ອຖອນຕົວອອກຈາກ ການເປັນສະມາຊິກ ຂອງ ສະຫະພາບຢູໂຣບ ແຕ່ໃນເວລາໃດ ທີ່ໄດ້ເຮັດໄປແລ້ວ ປະເທດກໍຈະບໍ່ໃຫ້ຂະບວນການ ນັ້ນ ຍືດເຍື້ອຍາວນານ.

ທ່ານ Johnson ຜູ້ທີ່ໄດ້ນຳພາການລົນນະລົງ ເພື່ອຖອນອອກຈາກສະຫະພາບຢູໂຣບ ໃນການລົງປະຊາມະຕິ ເມື່ອເດືອນມິຖຸນາ ຂອງອັງກິດ ນັ້ນ, ໄດ້ກ່າວ ໃນການໃຫ້ສຳພາດ ກັບ ໂທລະພາບ BBC ວ່າ ປະເທດອັງກິດຄວນ ອອກໄປ ກ່ອນໜ້າການເລືອກຕັ້ງສະພາ ຂອງຢູໂຣບ ຄັ້ງຕໍ່ໄປ ໃນເດືອນພຶດສະພາ ປີ 2019.

ທ່ານ ໄດ້ຖືກຖາມ ສາມເທື່ອ ກ່ຽວກັບ ເວລາ ດັ່ງກ່າວ ແຕ່ທ່ານໄດ້ປະຕິເສດ ທີ່ຈະກ່າວ ຢ້ຳຄືນ ຄຳກ່າວອ້າງຂອງທ່ານ ເມື່ອສັບປະດາແລ້ວນີ້ ທີ່ວ່າ ອັງກິດຄວນອ້າງອິງເຖິງ ມາດຕາ 50 ຂອງສົນທິສັນຍາ Lisbon ຊຶ່ງເປັນລະບຽບການທີ່ເປັນທາງການ ສຳລັບ ການຖອນໂຕອອກ ພາຍໃນສອງສາມເດືອນໃນປີໃໝ່.

ຕໍ່ຈາກນັ້ນມາ ທ່ານ Johnson ກໍບໍ່ໄດ້ຮັບການສະໜັບສະໜູນ ຈາກນາຍົກລັດຖະມົນຕີ ທ່ານນາງ Theresa May ຜູ້ທີ່ໄດ້ເນັ້ນຢ້ຳທ່າທີ ຂອງທ່ານນາງ ຊຶ່ງຂໍ້ກຳນົດຈະບໍ່ປາກົດ ຜົນໃນປີນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG