ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼັງຈາກ ການເຈລະຈາ Brexit ຢຸດສະງັກ, ອັງກິດ ກໍພິຈາລະນາ ຢ່າງລັບໆ ກ່ຽບກັບ ການເປັນ ສະມາຊິກຂອງ EU


ທ່ານ David Davis, ລັດຖະມົນຕີການຕ່າງປະເທດຂອງ ອັງກິດ ຄວບຄຸມການເຈລະຈາ Brexit ກ່າວຄຳປາໄສທີ່ສະພາການຄ້າ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ. 1 ກັນຍາ, 2017.
ທ່ານ David Davis, ລັດຖະມົນຕີການຕ່າງປະເທດຂອງ ອັງກິດ ຄວບຄຸມການເຈລະຈາ Brexit ກ່າວຄຳປາໄສທີ່ສະພາການຄ້າ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ. 1 ກັນຍາ, 2017.

ປາກົດວ່າ ອັງກິດ ຈະທຳການເຄື່ອນໄຫວໄປສູ່ຂໍ້ຕົກລົງ Brexit ໃນຮູບແບບຂອງປະເທດ
ນໍເວ ເຊິ່ງຈະເຮັດໃຫ້ ອັງກິດ ເຂົ້າເຖິງຕະຫຼາດສະຫະພາບ ຢູໂຣບ ວ່າເປັນຕະຫຼາດດຽວ
ກັນ.

ໃນການກ່າວທີ່ນະຄອນຫຼວງ ວໍຊິງຕັນ ໃນຕອນຄໍ່າຂອງວັນສຸກແລ້ວນີ້ ຫລັງຈາກ 4 ວັນ
ຂອງການເຈລະຈາທີ່ອຶດອັດ ແລະ ບໍ່ເດັດຂາດໃນນະຄອນຫຼວງ Brussels ກັບບັນດາ
ນັກເຈລະຈາ ສະຫະພາບ ຢູໂຣບ ຫຼື EU ນັ້ນແລ້ວ, ລັດຖະມົນຕີ ອັງກິດ ທີ່ຄວບຄຸມ
ການເຈລະຈາ Brexit ທ່ານ David Davis ກໍໄດ້ສະເໜີຂໍ້ອະນຸຍາດທີ່ ອັງກິດ ກຳລັງ
ພິຈາລະນາວ່າ ຈະເຂົ້າຮ່ວມໃນສະມາຄົມການຄ້າເສລີ ຢູໂຣບ ຫຼື EFTA ຫຼືບໍ່ນັ້ນ.

ການຈັດການດັ່ງກ່າວຢ່າງໜ້ອຍອາດເປັນພຽງຊົ່ວຄາວເທົ່ານັ້ນ ໃນຂະນະທີ່ ອັງກິດ ໄດ້
ພະຍາຍາມທີ່ຈະເຈລະຈາສຳລັບຂໍ້ຕົກລົງທີ່ດີກວ່າເພື່ອພວກເຂົາເຈົ້າເອງກັບ EU, ເຊິ່ງ
ເປັນຄູ່ຮ່ວມການຄ້າທີ່ໃຫຍ່ທີ່ສຸດຂອງປະເທດດັ່ງກ່າວ.

ການເຂົ້າຮ່ວມ EFTA ຈະອະນຸຍາດໃຫ້ ອັງກິດ ສາມາດເຂົ້າເຖິງຕະຫຼາດດຽວຂອງ EU
ແລະ ສະຫະພາບພາສີ ແລະ ຫຼີກລ່ຽງພາສີຢ່າງຫຼວງຫຼາຍ ແລະ ຂໍ້ຫ້າມດ້ານການຄ້າ
ຕ່າງໆ ເມື່ອເຂົາເຈົ້າອອກຈາກ ສະຫະພາບ ຢູໂຣບ ໃນເດືອນ ມີນາ 2019.

ຂໍ້ສະເໜີເປີດຂອງທ່ານ ໄດ້ສ້າງຄວາມຕົກໃຈໃຫ້ຜູ້ຟັງບາງຄົນໃນສະພາການຄ້າ
ສະຫະລັດ ເຊິ່ງໃນການກ່າວຄຳປາໄສນັ້ນ, ທ່ານຍັງປາກົດວ່າຈະເພັ່ງເລັງໃສ່ປະທານາ
ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ໄດ້ເຕືອນກ່ຽວກັບ ປະເທດຕາເວັນຕົກທີ່ຫັນ
ຫຼັງໃຫ້ກັບຍຸກໂລກາພິວັດ ແລະ ການຄ້າເສລີ. ໂດຍການປາສະຈາກການກ່າວເຖິງ
ປະທານາທິບໍດີ ທຣຳ ໂດຍກົງນັ້ນ, ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຮູ້ສຶກວ່າ ມັນມີຄວາມ
ຈຳເປັນທີ່ຈະສ້າງຕົວຢ່າງຂຶ້ນມາອີກຄັ້ງນຶ່ງ ສຳລັບການຄ້າເສລີ ແລະ ລັດທິທຶນນິຍົມ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG