ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກິດ ໄດ້ຈັບກຸມ ທ່ານ ຈູລຽນ ອາຊານຈ໌ ຜູ້ກໍ່ຕັ້ງ ອົງການ ວິກີລີກສ໌ ຢູ່ໃນສະຖານທູດ ເອກົວດໍ


ທ່ານຈູລຽນ ອາຊານຈ໌ ຜູ້ກໍ່ຕັ້ງ ອົງການວິກີລີກສ໌ ແມ່ນເຫັນໄດ້ ຢືນຢູ່ລະບຽງ ສະຖານທູດ ຂອງເອກົວດໍ ໃນນະຄອນຫຼວງ ລອນດອນ ຂອງອັງກິດ, ວັນທີ 19 ພຶດສະພາ 2017.
ທ່ານຈູລຽນ ອາຊານຈ໌ ຜູ້ກໍ່ຕັ້ງ ອົງການວິກີລີກສ໌ ແມ່ນເຫັນໄດ້ ຢືນຢູ່ລະບຽງ ສະຖານທູດ ຂອງເອກົວດໍ ໃນນະຄອນຫຼວງ ລອນດອນ ຂອງອັງກິດ, ວັນທີ 19 ພຶດສະພາ 2017.

ເຈົ້າໜ້າທີ່ຕຳຫຼວດ ອັງກິດ ໄດ້ຈັບກຸມ ທ່ານ ຈູລຽນ ອາຊານຈ໌ ຜູ້ກໍ່ຕັ້ງອົງການ ວິກີລີກສ໌
ໃນວັນພະຫັດມື້ນີ້ ຊຶ່ງເປັນບາດກ້າວຫຼ້າສຸດ ໃນເລື້ອງນອງນັນ ທາງດ້ານກົດໝາຍ ທີ່
ແກ່ຍາວມາໄດ້ເຈັດປີກວ່າ ​ແລ້ວ.

ທ່ານອາຊານຈ໌ ໄດ້ເຂົ້າໄປຂໍ​ຫລົບລີ້ ໃນສະຖານທູດຂອງປະເທດເອກົວດໍ ໃນນະຄອນ
ຫຼວງລອນດອນ ນັບຕັ້ງແຕ່ປີ 2012 ເປັນ​ຕົ້ນ​ມາ ເພື່ອທີ່ຈະຫລີກລ່ຽງ ຕໍ່ ການຖືກສົ່ງຜູ້
ຮ້າຍຂ້າມແດນໄປໃຫ້ ສະວີເດັນ ເພື່ອປະເຊີນກັບຂໍ້ກ່າວຫາໃນການລວນລາມທາງເພດ.

ສະວີເດັນ ໃນໄລຍະຫຼັງໆ ໄດ້ຍຸຕິການສືບສວນສອບສວນຂອງຕົນ ແຕ່ທ່ານອາຊານຈ໌
ກໍຍັງຄົງປັກຫຼັກ ຢູ່ໃນສະຖານທູດດັ່ງກ່າວຕໍ່ໄປ ຍ້ອນຢ້ານວ່າ ອັງກິດ ອາດຈະສົ່ງໂຕ
ຜູ້ກ່ຽວ ມາໃຫ້ ສະຫະລັດ ໃນການພົວພັນກັບ ອົງການວິກີລີກສ໌ ​ທີ່ໄດ້​ພິມເຜີຍແຜ່
ເອກກະສານລັບ ຂອງລັດຖະບານ ສະຫະລັດ.

ຖະແຫລງການຂອງຕຳຫຼວດນະຄອນຫຼວງອັງ​ກິດ ໄດ້ກ່າວວ່າ ພວກເຈົ້າໜ້າທີ່ຕຳຫຼວດ
ໄດ້ຈັບກຸມ ທ່ານອາຊານຈ໌ ຢູ່ທີ່ສະຖານທູດ ໃນການມີສ່ວນກ່ຽວຂ້ອງ ກັບໝາຍຈັບຂອງ
ອັງກິດ ທີ່ອອກເມື່ອ ເດືອນມິຖຸນາ ປີ 2012 ໃນ “ການບໍ່ໄປມອບໂຕຕໍ່ສານ.”

ກົມຕຳຫຼວງດັ່ງກ່າວ ໄດ້ກ່າວວ່າ ພວກເຂົາເຈົາ ໄດ້ຖືກເຊື້ອເຊີນໃຫ້ເຂົ້າໄປໃນ ສະຖານ
ທູດ ໂດຍເອກອັກຄະລັດຖະທູດຂອງເອກົວດໍ ຫຼັງຈາກທີ່ ລັດຖະບານ ຂອງເອກົວດໍ
ໄດ້ຖອນການ​ໃຫ້​ບ່ອນລີ້ໄພ​ແກ່ ທ່ານອາຊານຈ໌.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG