ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ​ຈັບຊາຍສະກັນ​ 12 ຄົນ ໃນການປະຕິບັດ​ງານ ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​


ຕໍາຫລວດອັງກິດປະຕິບັດງານ
ຕໍາຫລວດອັງກິດປະຕິບັດງານ


ຕໍ​າຫລວດອັງກິດກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຈັບກຸມຊາຍສະກັນ​ 12 ຄົນ ໃນການປະຕິບັດ​
ງານ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ ຂັ້ນໃຫ່ຽບັ້ນ​ນຶ່ງ.

ອະທິບໍດີ​ຊ່ວຍ​ຂອງ​ກົມ​ຕໍາ​ຫລວດ​ອັງກິດ ທ່ານ John Yates ຊຶ່ງຫົວໜ້າ​ຝ່າຍ​ຕໍ່ຕ້ານ
ການ​ກໍ່​ການ​ຮ້າຍກ່າວວ່າ ພວກ​ຕ້ອງ​ສົງ​ໄສ ອາຍຸໃນລະຫວ່າງ 17-28 ປີ ​ໄດ້​ຖືກ​ຈັບ​ກຸມ
ໃນ​ເຊົ້າ​ວັນ​ຈັນ​ມື້ນີ້ ທີ່​ນະຄອນຫລວງ​ London, ​ເມືອງ Stoke, ​ແລະທີ່​ເມືອງ Cardiff
ໃນ​ແຄວ້ນ Wales.

ທ່ານ Yates ກ່າວ​ວ່າ ການ​ຈັບ​ກຸມ​ຄັ້ງ​ນີ້​ແມ່ນ​ພາກ​ສ່ວນນຶ່ງຂອງການ​ປະຕິບັດງານ
ຂະໜາດ​ໃຫຍ່ ທີ່​ມີການວາງ​ແຜນລ່ວງ​ໜ້າ ​ແລະ​ອິງ​ໃສ່​ຂ່າວ​ລັບ​ທີ່​ໄດ້​ມາ​. ທ່ານກ່າວ
ອີກ​ວ່າ ພວກ​ຕ້ອງ​ສົງ​ໄສ​ນັ້ນ​ຈະຖືກສອບ​ສວນຢ່າງໜັກ ຍ້ອນ​ສົງ​ໃສ​ວ່າ​ພວກ​ເຂົາ​ເຈົ້າ
ກໍາລັງວາງແຜນຈະ​ທໍາການ​ກໍ່​ການ​ຮ້າຍ.

ທ່ານ Yates ປະຕິ​ເສດທີ່​ຈະ​ໃຫ້ລາຍ​ລະອຽດ​ເພີ່ມ​ຕື່ມໆ ພຽງແຕ່​ກ່າວວ່າ ການ​ຈັບ​ກຸມ​
ຄັ້ງ​ນີ້ ແມ່ນມີ​ຄວາມຈໍາ​ເປັນ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ.

XS
SM
MD
LG