ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ເປີດເຜີຍ ກົດໝາຍ ເພື່ອຈະເລີ້ມຖອນໂຕ ອອກຈາກ ສະຫະພາບຢູໂຣບ


່ນາຍົກລັດຖະມມົນຕີອັງກິດ ທ່ານນາງ Theresa May ກຳລັງລົງຈາກເຮືອບິນ ທີ່ຖານທັບອາກາດ Andrews Air Force ທີ່ລັດ Maryland ວັນທີ 26 ມັງກອນ 2017.
່ນາຍົກລັດຖະມມົນຕີອັງກິດ ທ່ານນາງ Theresa May ກຳລັງລົງຈາກເຮືອບິນ ທີ່ຖານທັບອາກາດ Andrews Air Force ທີ່ລັດ Maryland ວັນທີ 26 ມັງກອນ 2017.

ຄວາ​ມພະຍາຍາມ​ຂອງ​ອັງກິດ ທີ່ຈະ​ຖອນ​ໂຕອອກ​ຈາກ​ສະຫະພາບ​ຢູ​ໂຣບ ຍັງ​ເປັນ​ບັນຫາ​ທີ່ຝົດ​ເດືອດ​ ​ໃນ​ຂະນະ​ທີ່​ ລັດຖະບານ​ຂອງ​ທ່ານ​ນາງ Theresa May ​ໄດ້​ສະ​ເໜີ​ຮ່າງ​ກົດ ໝາຍ​ ຊຶ່ງ​ໃນທີ່​ສຸດ ກໍຈະອະນຸຍາດ​ ໃຫ້​ປະ​ເທດດັ່ງກ່າວ ​ເລີ້ມ​ຂັ້ນຕອນ ​ໃນ​ການ​ຖອນ​ໂຕອອກໄດ້.

ບັນດາ​ສະມາຊິກສະພາ ​ຈະມີ​ເວລາບໍ່​ຮອດສອງ​ອາທິດ​ເພື່ອ​ທົບ​ທວນ​ກົດໝາຍ​ທີ່ ເຮັດໃຫ້ພັກ​ແຮງ​ງານ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ມີຄວາມ​ໂກດ​ແຄ້ນ ​ໂດຍໄດ້​ກ່າວ​ຫາ​ລັດຖະບານທ່ານ​ນາງ May ວ່າ ມີ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ເຮັດໃຫ້ພວກ​ທີ່​ຄັດ​ຄ້ານຕໍ່ ການ​ຖອນໂຕອອກ​ຈາກສະຫະພາບ​ຢູ​ໂຣບ ​ມີ​ເວລາ​ບໍ່​ພຽງພໍເພື່ອ​ຈະ​ທັບ​ມ້າງຮ່າງ​ກົດໝາຍນີ້.

ຮ່າງກົດໝາຍດັ່ງກ່າວ ​ມີ​ການ​ນຳສະ​ເໜີ ​ພຽງ​ແຕ່​ສອງ​ມື້ ​ຫລັງ​ຈາກ​ສານ​ສູງ​ສຸດ​ອັງກິດ ​ໄດ້​ຕັດສິນວ່າ ​ລັດຖະບານ​ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ສະພາ ກ່ອນ​ຈະນຳ​ໃຊ້ມາດຕາ 50 ຂອງສົນທິສັນຍາສະຫະພາບ​ຢູ​ໂຣບ ​ແລະ​ດັ່ງນັ້ນຈຶ່ງ​ສາ ມາດກະ​ຕຸ້ນ ​ໃຫ້​ເລີ້ມຂັ້ນຕອນ​ໃນ​ການ​ຖອນ​ໂຕ​ອອກ​ຈາກ​ກຸ່ມຂອງ 28 ປະ​ເທດ.

​ໂດຍ​ການ​ອອກໄປ​ປ່ອນບັດ​ລົງ​ຄະ​ແນນ​ສຽງ 72 ​ເປີ​ເຊັນ ​ຊາວ​ອັງກິດ ​ໃນ​ເດືອນ​ມິຖຸນາປີ​ກາຍ​ນີ້ ​ໄດ້​ລົງ​ປະຊາ​ມະຕິ​ໂດຍ​ມີ​ຄະ​ແນນລື່ນ 4 ​ເປີ​ເຊັນເຫັນ​ດີ​ໃຫ້​ຖອນ ໂຕອອກ​ຈາກ​ສະຫະ​ພາບ​ຢູ​ໂຣບ. ການ​ລົງປະຊາ​ມະຕິເປັນ​ພຽງ​ການ​ໃຫ້​ຄຳ​ແນະ
ນຳ​ແລະ​ບໍ່ມີ​ຂໍ້​ຜູກ​ມັດ ຈຶ່ງເຮັດ​ໃຫ້​ພວກຝ່າຍ​ຄ້ານ​ທ້າ​ທາຍ​ຕໍ່​ການບັງຄັບ​ຢູ່​ໃນ​ສານ.

ລັດຖະມົນ​ຕີຮັບຜິດຊອບ​ໃນ​ການ​ຖອນ​ໂຕ ທ່ານ David Davis ກ່າວ​ວ່າ “ປະ ຊາຊົນ​ອັງກິດ​ໄດ້​ຕັດສິນ​ໃຈຖອນ​ໂຕ້​ອອກ​ຈາກ​ສະຫະພາບ​ຢູ​ໂຣບ. ​ມື້​ນີ້​ພວກ​ເຮົາ​ໄດ້​ສະ​ເໜີ​ຮ່າງ​ກົດໝາຍ​ຢູ່​ໃນ​ສະພາ​ທີ່​ຈະ​ອະນຸຍາດ​ໃຫ້​ພວກ​ເຮົາ ນຳ​ໃຊ້​ຢ່າງ​ເປັນ​ທາງ​ການມາດ​ຕາ 50 ​ພາຍໃນ​ທ້າຍ​ເດືອນ​ມີນາ​ຈະ​ມາ​ເຖິງ​ນີ້.

ລັດຖະມົນຕີອັງກິດ ທ່ານ David Davis ຮັບຜິດຊອບການຖອນໂຕອອກຈາກສະຫະພາບຢູໂຣບ
ລັດຖະມົນຕີອັງກິດ ທ່ານ David Davis ຮັບຜິດຊອບການຖອນໂຕອອກຈາກສະຫະພາບຢູໂຣບ

ຮ່າງ​ກົດໝາຍ​ນີ້​ທີ່ໄດ້​ຖືກ​ນຳ​ສະ​ເໜີໃນ​ວັນ​ພະຫັດ​ວານ​ນີ້​ມີ​ພຽງ​ແຕ່​ສອງ​ປະ​ໂຫຍກ ຍາວ ​ແລະ​ກ່າວ​ວ່າ ນາຍົກ​ລັດຖະມົນຕີ “ອາດ​ຈະ​ເຕືອນ ພາຍ​ໃຕ້​ມາດຕາ 50 ກ່ຽວ​ກັບ​ສົນທິສັນຍາສະຫະພາບ​ຢູ​ໂຣບ ຄວາມ​ຕັ້ງ​ໃຈ​ຂອງ​ອັງກິດທີ່​ຈະ​ຖອນ​ໂຕ​ອອກ​ຈາກ​ສະຫະ​ພາບ​ຢູ​ໂຣບ.”

ການ​ອະພິປາຍກັນຈະ​ເລີ້ມ​ໃນ​ວັນ​ທີ 31 ​ເດືອນ​ມັງກອນ​ນິ້ ​ໃນ​ຂະນະ​ທີ່​ທ່ານ​ນາງ May ພະຍາຍ​າມທີ່​ຈະປະຕິບັດ​ໃຫ້​ທັນກັບ​ເສັ້ນ​ຕາຍ ​ໃນທີ 31 ​ເດືອນ​ມີນາ ທີ່​ທ່ານ​ນາງ​ໄດ້​ຕັ້ງ​ເອົາ​ໄວ້ ທີ່​ຈະ​ເລີ້ມ​ຂັ້ນຕອນ ຊຶ່ງຄາດ​ວ່າ​ຈະ​ໃຊ້​ເວລາ​ຢູ່​ສອງ​ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG