ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ກັບ ສະຫະພາບ ຢູໂຣບ ເປີດການເຈລະຈາ Brexit


ຫົວໜ້ານັກເຈລະຈາ Brexit ຂອງ ສະຫະພາບ ຢູໂຣບ ທ່ານ Michel Barnier, ທີຫ້າຈາກຂວາ, ແລະ ລັດຖະມົນຕີການ
ຕ່າງປະເທດ ອັງກິດ ທ່ານ David Davis, ທີສີ່ຈາກຊ້າຍ, ເຂົ້າຮ່ວມໃນກອງປະຊຸມໂຕະມົນທີ່ສຳນັກງານໃຫຍ່ ສະຫະພາບ ຢູໂຣບ ໃນນະຄອນຫຼວງ ບຣັສໂຊລສ, ປະເທດ ແບລຈຽມ. 19 ມິຖຸນາ, 2017.
ຫົວໜ້ານັກເຈລະຈາ Brexit ຂອງ ສະຫະພາບ ຢູໂຣບ ທ່ານ Michel Barnier, ທີຫ້າຈາກຂວາ, ແລະ ລັດຖະມົນຕີການ ຕ່າງປະເທດ ອັງກິດ ທ່ານ David Davis, ທີສີ່ຈາກຊ້າຍ, ເຂົ້າຮ່ວມໃນກອງປະຊຸມໂຕະມົນທີ່ສຳນັກງານໃຫຍ່ ສະຫະພາບ ຢູໂຣບ ໃນນະຄອນຫຼວງ ບຣັສໂຊລສ, ປະເທດ ແບລຈຽມ. 19 ມິຖຸນາ, 2017.

ບັນດາຕົວແທນຈາກ ອັງກິດ ແລະ ສະຫະພາບ ຢູໂຣບ ໄດ້ປະຊຸມກັນທີ່ນະຄອນຫຼວງ
ບຣັສໂຊລສ ປະເທດ ແບລຈຽມ ໃນວັນຈັນມື້ນີ້ ເພື່ອເລີ່ມຂັ້ນຕອນທີ່ມີຄວາມຊັບຊ້ອນ
ຂອງການເຈລະຈາການຖອນຕົວອອກຈາກສະຫະພາບ ຢູໂຣບ.

ການເຈລະຈາໄດ້ມີຂຶ້ນປະມານໜຶ່ງປີ ຫຼັງຈາກບັນດາຜູ້ລົງຄະແນນສຽງໃນ ອັງກິດ ໄດ້
ຕັດສິນທີ່ຈະທຳການຖອນອອກ ຢ່າງຫວຸດຫວິດ.

ນັກເຈລະຈາລະດັບສູງຂອງອັງກິດ ທ່ານ David Davis ກ່າວວ່າ ຝ່າຍຂອງທ່ານ ກຳລັງເລີ່ມຕົ້ນຂັ້ນຕອນຕ່າງໆໃນ “ທຳນອງທີ່ມີແງ່ບວກ ແລະ ມີຄວາມສ້າງສັນ,” ແລະ ວ່າ
“ມັນມີຫຼາຍຢ່າງທີ່ຈະເຮັດໃຫ້ພວກເຮົາມີຄວາມສາມັກຄີກັນ ຫຼາຍກວ່າແບ່ງແຍກກັນ.”

ນັກເຈລະນາແນວໜ້າຂອງ ສະຫະພາບ ຢູໂຣບ ທ່ານ Michel Barnier ກ່າວວ່າ ບູລິ
ມະສິດສູງສຸດຂອງທ່ານແມ່ນຈັດການກັບ “ຄວາມບໍ່ແນ່ນອນຕ່າງໆທີ່ມີສາເຫດມາຈາກ
Brexit.”

ອັງກິດ ກັບ ສະຫະພາບ ຢູໂຣບ ຍັງມີເວລາຈົນຮອດທ້າຍເດືອນມີນາ 2019 ທີ່ຈະບັນລຸ
ຂໍ້ຕົກລົງນຳກັນ ແລະ ໃຫ້ສັດຕະຍາບັນໂດຍສະພາແຫ່ງຊາດ ໃນບັນດາປະເທດສະມາ
ຊິກສະຫະພາບ ຢູໂຣບ ທີ່ຍັງເຫຼືອຢູ່.

ບັນດານັກເຈລະຈາທັງຫຼາຍ ຈະຕ້ອງໄດ້ຕັດສິນບັນຫາຕ່າງໆເຊັ່ນ ກົດລະບຽບສຳລັບ
ການເດີນທາງ ລະຫວ່າງ ອັງກິດ ກັບພວກ ປະເທດໃນສະຫະພາບ ຢູໂຣບ, ຂໍ້ຕົກລົງ
ການຄ້າ ແລະ ສິດທິຕ່າງໆຂອງປະຊາຊົນ ສະຫະພາບ ຢູໂຣບ ຫຼາຍລ້ານຄົນທີ່ອາໄສຢູ່
ໃນ ອັງກິດ ພ້ອມກັບປະຊາຊົນ ອັງກິດ ສອງສາມລ້ານຄົນ ທີ່ອາໄສຢູ່ໃນປະເທດສະ
ຫະພາບຢູໂຣບ.

ນອກນີ້ ການເຈລະຈາກໍຍັງໄດ້ມີຂຶ້ນ ບໍ່ດົນຫຼັງຈາກການເລືອກຕັ້ງຮອບໜຶ່ງ, ທີ່ໄດ້ຖືກຮຽກ
ຮ້ອງໃຫ້ຈັດຂຶ້ນໂດຍນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May, ເຊິ່ງທ່ານ
ນາງຫວັງວ່າ ຈະສະໜັບສະໜູນສະຖານະພາບຂອງທ່ານນາງ ໃນການເຈລະຈາ, ແຕ່ກົງກັນຂ້າມມັນໄດ້ເຮັດໃຫ້ທ່ານນາງມີອຳນາດອ່ອນແອລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG