ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກິດ ອະນຸຍາດໃຫ້ຊາວຮົງກົງ ເຂົ້າໄປຢູ່ໃນປະເທດໄດ້ ພາຍໃຕ້ນະໂຍບາຍໃໝ່


ສະມາຊິກຄອບຄົວນຶ່ງ ສັ່ງລາໝູ່ເພື່ອນ ໄປຢູ່ສະກັອດແລນ ທີ່ສະໜາມບິນສາກົນຮົງກົງ ເມື່ອວັນທີ 17 ທັນວາ 2020.
ສະມາຊິກຄອບຄົວນຶ່ງ ສັ່ງລາໝູ່ເພື່ອນ ໄປຢູ່ສະກັອດແລນ ທີ່ສະໜາມບິນສາກົນຮົງກົງ ເມື່ອວັນທີ 17 ທັນວາ 2020.

ຊາວຮົງກົງຫຼາຍລ້ານຄົນ ຜູ້ທີ່ຊອກຫາຊ່ອງທາງຢາກໜີອອກຈາກຮົງກົງ ທ່າມກາງທີ່ຈີນ ນຳໃຊ້ກົດໝາຍຄວາມປອດໄພແຫ່ງຊາດ ສະບັບໃໝ່ ບັດນີ້ສາມາດຍື່ນຄຳຮ້ອງ ໄປຢູ່ ແລະເຮັດວຽກໃນປະເທດອັງກິດໄດ້ແລ້ວ.

ອັງກິດໄດ້ເລີ້ມຮັບເອົາຄຳຮ້ອງ ໃນວັນອາທິດວານນີ້ ຈາກຊາວຮົງກົງ ຜູ້ທີ່ ປາດຖະໜາຢາກຍົກຍ້າຍແລະເດີນທາງພາຍໃຕ້ອັນທີ່ຮູ້ກັນວ່າ ເປັນຫຼືໜັງສືຜ່ານ ແດນຂອງຄົນສັນຊາດອັງກິດພົ້ນທະເລ ຫຼື BNO.

ນະໂນບາຍໃຫ້ຊາວຮົງກົງສາມາດຍົກຍ້າຍໄປຢູ່ປະເທດອັງກິດ ໂດຍມີທາງທີ່ຈະເປັນຄົນສັນຊາດອັງກິດໄດ້ ຫຼັງຈາກຫ້າປີ.

ລັດຖະມົນຕີກະຊວງພາຍໃນຂອງປະເທດອັງກິດ ທ່ານພຣິດຕີ ພາແທລ (Priti Patel) ໄດ້
ສົ່ງຂໍ້ຄວາມທາງທວິດວ່າ: “ການອອກວີຊາ ໃຫ້ແກ່ຊາວຮົງກົງ ສັນຊາດອັງກິດພົ້ນທະເລ
ບັດນີ້ ເປີດຮັບຄຳຮ້ອງແລ້ວ. ພົນລະເມືອງສັນຊາດອັງ ກິດພົ້ນທະເລຫຼື BNO ມີທາງເລືອກ
ທີ່ຈະຢູ່ ເຮັດວຽກ ແລະສຶກສາ ຢູ່ໃນປະເທດອັງ ກິດໄດ້ ມີເສລີພາບໃນການສ້າງຊີວິດໃໝ່.
ນີ້ແມ່ນມື້ທີ່ພາກພູມໃຈ ໃນປະຫວັດ ສາດຄວາມສຳພັນອັນຍາວນານ ໃນຂະນະທີ່ພວກເຮົາ
ໃຫ້ກຽດ ຕໍ່ຄຳໝັ້ນສັນຍາຂອງພວກເຮົາ ແກ່ປະຊາຊົນຊາວຮົງກົງ.”

ປະຕິກີລິຍາຂອງປັກກິ່ງ ໄດ້ມີຂຶ້ນໃນທັນທີ. ບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກລອນດອນ ໄດ້
ເຜີຍແຜ່ລາຍລະອຽດ ກ່ຽວກັບການຍື່ນຄຳຮ້ອງ ໃນວັນສຸກທີ່ຜ່ານມາ ໂຄສົກກະຊວງຕ່າງ
ປະເທດຈີນ ທ່ານຊາວ ລີຈຽນ (Zhao Lijian) ກ່າວຕໍ່ບັນ ດານັກຂ່າວລະຫ່ວາງກອງປະ
ຊຸມຖະແຫຼງຂ່າວ ທີ່ມີຂຶ້ນຢ່າງເປັນປົກກະຕິໃນນະ ຄອນຫຼວງປັກກິ່ງວ່າ “ຈີນຈະບໍ່ຮັບຮູ້ໜັງ
ສືຜ່ານແດນ BNO ວ່າເປັນໜັງມືເດີນ ທາງທີ່ຖືກຕ້ອງ ຫຼຶື ເປັນບັດປະຈຳໂຕຕໍ່ໄປອີກ ແລະ
ພວກເຮົາມີສິດທີ່ຈະເອົາ ມາດຕະການເພີ້ມຕື່ມ.”

ບົດບັນນາທີການຂອງໜັງສືພິມ Global Times ທີ່ເປັນເຄືອຂ່າຍຂອງລັດຖະບານຈີນ
ໄດ້ຕຳນິ ການຕັດສິນໃຈຂອງອັງກິດ ໂດຍບໍ່ໃຫ້ຄວາມສຳຄັນໃດໆ ຕໍ່ການຍົກຍ້າຍໜີ
ຈາກຮົງກົງ ທີ່ຈະສ້າງມີຜົນກະທົບໃດໆໃຫ້ແກ່ຈີນ ໃນຂະນະດຽວກັນ ກໍໄດ້ຕ້ອງຕິລອນ
ດອນວ່າເປັນຫຸ່ນ ໃຫ້ແກ່ສະຫະລັດ ທ່າມກາງຄວາມເຄັ່ງຕຶງ ທີ່ເພີ້ມທະວີຂຶ້ນ ລະຫວ່າງ
ວໍຊິງຕັນ ແລະປັກກິ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG