ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກອັງກິດ ຢ້ຽມຢາມ AFGHANISTAN


ນາຍົກລັດຖະມົນຕີຄົນໃໝ່ ຂອງອັງກິດ ທ່ານ DAVID CAMERON ເດີນທາງໄປເຖິງ AFGHANISTAN ​ໃນ​ມື້​ນີ້ ເພື່ອເຈລະຈາຫາລື ກັບ ປະທານາທິບໍດີ ຮາມິດ ກາໄຊ.

ການເດີນທາງ ໃນຄັ້ງນີ້ ແມ່ນເທື່ອທຳອິດ ນັບແຕ່ທ່ານ CAMERON ໄດ້ເຂົ້າຮັບໜ້າທີ່. ຜູ້ນຳຂອງອັງກິດ ພວມທຳການ ທົບທວນເບິ່ງ ການປະຕິບັດງານ ຂອງ​ອັງກິດ ຢູ່ໃນ AFGHANISTAN ບ່ອນທີ່ມີ ທະຫານອັງກິດ ຢູ່ປະມານ 10 ພັນຄົນ ຊຶ່ງເປັນກຳລັງ ຕ່າງປະເທດ ຫຼາຍເປັນອັນດັບ 2 ຮອງຈາກສະຫະລັດ.

ການຢ້ຽມຢາມ ຂອງນາຍົກອັງກິດ ມີຂຶ້ນພຽງນຶ່ງມື້ ຫຼັງຈາກລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ROBERT GATES ແລະຜູ້ບັນຊາການ ກຳລັງສະຫະລັດ ໃນເຂດພາກກາງ ນາຍພົນ DAVID PETRAEUS ໄດ້ພົບປະ ກັບຄູ່ຕຳແໜ່ງ ທີ່ກຸງລອນດອນ ເພື່ອທົບທວນເບິ່ງ ຄວາມກ້າວໜ້າ ໃນການສູ້ລົບ ກັບພວກກະບົດ ທາລີບານ.

ນາຍພົນ PETRAEUS ກ່າວຕໍ່ພວກຜູ້ນຳ ທາງທະຫານ ຂອງອັງກິດວ່າ ການດຳເນີນ ຄວາມພະຍາຍາມ ຂອງນາໆຊາດ ເພື່ອສ້າງ ສັນ​ຕິ​ພາບ ຢູ່ໃນ AFGHANISTAN ຈະບໍ່ສາມາດ ປະສົບ ຄວາມສຳເລັດໄດ້ ໂດຍປາສະຈາກ ການມີສ່ວນພົວພັນ ຂອງອັງກິດ. ມີທະຫານອັງກິດ ເກືອບ 300 ຄົນ ເສຍຊີວິດ​ໄປ ນັບແຕ່ອັງກິດ ເລີ້ມການປະຕິບັດງານ ໃນ AFGHANISTAN ໃນປີ 2001.

XS
SM
MD
LG