ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອັງກິດ ທີ່ມີສາຍາວ່າ 'ບີໂທ' ໃນກຸ່ມລັດອິສລາມ ຖືກດຳເນີນຄະດີ ແລະຕັດສິນວ່າ ມີຄວາມຜິດ ໃນຂໍ້ຫາຕັດຫົວຄົນ


ສານລັດຖະບານກາງ ຊື່ວ່າ Albert V. Bryan ເຫັນໄດ້ໃນລະຫວ່າງການດຳເນີນຄະດີ ຂອງສະມາຊິກກຸ່ມລັດອິສລາມ ທ້າວແອລ ຊາຟີ ແອລເຊກ (El Shafee Elsheikh), ທີ່ຮ້ອງວ່າ "ບີໂທ ຫຼື Beatle," ໃນເມືອງອາແລັກແຊນເດຣຍ ລັດເວີຈີເນຍ, ວັນທີ 5 ເມສາ 2022.
ສານລັດຖະບານກາງ ຊື່ວ່າ Albert V. Bryan ເຫັນໄດ້ໃນລະຫວ່າງການດຳເນີນຄະດີ ຂອງສະມາຊິກກຸ່ມລັດອິສລາມ ທ້າວແອລ ຊາຟີ ແອລເຊກ (El Shafee Elsheikh), ທີ່ຮ້ອງວ່າ "ບີໂທ ຫຼື Beatle," ໃນເມືອງອາແລັກແຊນເດຣຍ ລັດເວີຈີເນຍ, ວັນທີ 5 ເມສາ 2022.

ຄະນະຕຸລາການໄດ້ຕັດສິນລົງໂທດຊາວອັງກິດຄົນນຶ່ງໃນວັນພະຫັດວານນີ້ ສຳ ລັບບົດບາດຂອງຜູ້ກ່ຽວໃນແຜນການຈັບຄົນເປັນໂຕປະກັນໂດຍກຸ່ມລັດອິສລາມ ທີ່ໄດ້ຈັບເອົາຊາວຕາເວັນຕົກ ຊາວກວ່າຄົນ ເມື່ອນຶ່ງທົດສະວັດຜ່ານມາ ສົ່ງຜົນໃຫ້ມີຊາວອາເມຣິກັນເສຍຊີວິດ 4 ຄົນ ໂດຍ 3 ຄົນຖືກຕັດຫົວ ອີງຕາມລາຍງານຂອງອົງການຂ່າວເອພີ.

ຄະນະຕຸລາການໄດ້ພິຈາລະນາເປັນເວລາສີ່ຊົ່ວໂມງ ກ່ອນຈະພົບວ່າ ທ້າວແອລ ຊາຟີ ແອລເຊກ (El Shafee Elsheikh) ມີຄວາມຜິດ ໃນທຸກຂໍ້ຫາ. ທ້າວແອລເຊກ ໄດ້ຢືນເສີຍໂດຍບໍ່ເໜັງຕີງ ແລະບໍ່ສະແດງ ປະຕິກິລິຍາໃດໆ ທີ່ສາມາດມອງເຫັນໄດ້ ຂະນະທີ່ຄຳຕັດສິນຖືກອ່ານຢູ່ນັ້ນ. ບັດນີ້ ລາວປະເຊີນກັບການ​ຖືກໂທດຈຳຄຸກຕະຫຼອດຊີວິດ.

ທ້າວແອລ ຊາຟີ ແອລເຊກ (El Shafee Elsheikh), ຂວາ, ນັ່ງຢູ່ໂຊຟາ ກັບເພື່ອນນັກລົບ ໃນລະຫວ່າງການສຳພາດ ຢູ່ທີ່ສູນກາງຄວາມປອດໄພ ໃນເມືອງໂຄບານີ ຂອງຊີເຣຍ, ວັນທີ 30 ມີນາ 2018.
ທ້າວແອລ ຊາຟີ ແອລເຊກ (El Shafee Elsheikh), ຂວາ, ນັ່ງຢູ່ໂຊຟາ ກັບເພື່ອນນັກລົບ ໃນລະຫວ່າງການສຳພາດ ຢູ່ທີ່ສູນກາງຄວາມປອດໄພ ໃນເມືອງໂຄບານີ ຂອງຊີເຣຍ, ວັນທີ 30 ມີນາ 2018.

ໃນການຕັດສິນໂທດຕໍ່ທ້າວແອລເຊກ ຄະນະຕຸລາການ ໄດ້ສະຫລຸບວ່າ ລາວເປັນນຶ່ງ ໃນຜູ້ຈັບກຸມຂອງກຸ່ມລັດອິສລາມທີ່ມີ ສາຍາທີ່ບໍ່ດີ ວ່າ “ພວກບີໂທສ໌” (Beatles) ຜູ້ທີ່ໄດ້ຖືກຕັ້ງຊື່ຫຼິ້ນດັ່ງກ່າວ ຍ້ອນສຳນຽງອັງກິດຂອງພວກເຂົານັ້ນ ໄດ້ທຳການທໍລະມານແລະທຸບຕີພວກນັກໂທດ ບັງຄັບໃຫ້ເຂົາເຈົ້າຕີກັນແລະກັນ ຈົນກວ່າພວກເຂົາໝົດແຮງລົ້ມລົງ ແລະແມ່ນກະທັງບັງຄັບໃຫ້ເຂົາເຈົ້າຮ້ອງເພງປະເພດລໍ້ລຽນທີ່ຂົມຄື່ນຕ່າງໆນາໆ.

ໂຕປະກັນທີ່ລອດຕາຍໄດ້ ໃຫ້ການວ່າ ພວກບີໂທສ໌ ປິຕິຍິນດີ ເມື່ອຂຽນເພງ “Hotel California” ຄືນໃໝ່ໃຫ້ເປັນ “Hotel Osama” ແລະບັງຄັບໃຫ້ເຂົາເຈົ້າຮ້ອງເພງວ່າ “ເຈົ້າຈະບໍ່ຈາກໄປເລີຍ” ທີ່ເຂົາເຈົ້າບໍ່ຄ່ອຍຢາກຮ້ອງ.

ການນຕັດສິນວ່າມີຄວາມຜິດ ມີຂຶ້ນແມ່ນກະທັງວ່າ ບໍ່ມີໂຕປະກັນທີ່ລອດຕາຍຄົນໃດ ສາມາດລະບຸໂຕທ້າວແອລເຊກ ໄດ້ວ່າເປັນຜູ້ຈັບກຸມພວກເຂົາ. ເຖິງແມ່ນວ່າ ພວກບີໂທສ໌ ໄດ້ມີສຳນຽງທີ່ໂດດເດັ່ນກໍຕາມ ພວກເຂົາກໍໄດ້ພະຍາຍາມປິດບັງໃບໜ້າເຂົາເຈົ້າ ໃນດ້ານຫຼັງຂອງໜ້າກາກ ຢູ່ສະເໝີ ແລະໄດ້ສັ່ງການໃຫ້ພວກໂຕປະກັນຫລີກເວັ້ນການແນມເບິ່ງສາຍຕາ ຫຼືບໍ່ດັ່ງນັ້ນກໍສ່ຽງທີ່ຈະຖືກທຸບຕີ.

ບັນດາໄອຍະການ ໄດ້ສະເໜີແນະໃນການເປີດຄຳຖະແຫລງວ່າ ທ້າວແອລເຊກ ເປັນບີໂທ ຜູ້ທີ່ມີຊື່ຫຼິ້ນວ່າ “ຣິງໂກ” (Ringo) ພຽງແຕ່ຕ້ອງພິສູດວ່າ ທ້າວແອລເຊກ ເປັນນຶ່ງໃນພວກບີໂທສ໌ ເທົ່ານັ້ນ ຍ້ອນຄຳໃຫ້ການທີ່ສະແດງໃຫ້ເຫັນວ່າ ທັງສາມຄົນ ເປັນຜູ້ມີບົດບາດສຳຄັນໃນແຜນການດັ່ງກ່າວ.

ທ້າວແອລເຊກ ຜູ້ທີ່ໄດ້ຖືກຈັບກຸມ ໂດຍກອງກຳລັງປ້ອງກັນຂອງຊີເຣຍທີ່ນຳພາໂດຍຊາວເຄີດ ໃນປີ 2018 ໃນທີ່ສຸດ ໄດ້ຮັບສາລະພາບບົດບາດຂອງລາວໃນ ແຜນການນີ້ ໂດຍເປັນຜູ້ສອບສວນ ພ້ອມດ້ວຍເປັນຜູ້ໃຫ້ສຳພາດກັບສື່ມວນຊົນ ໂດຍການຍອມຮັບວ່າ ລາວໄດ້ຊ່ອຍເກັບກຳທີ່ຢູ່ຂອງອີເມລ ແລະສະໜອງຫຼັກຖານທີ່ພວກໂຕປະກັນຍັງມີຊີວິດ ແກ່ສະມາຊິກຄອບຄົວຂອງພວກເຂົາ ເພື່ອການເຈລະຈາຄ່າໄຖ່ໂຕພວກເຂົາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG