ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຂະຫຍາຍສາຍພົວພັນກັບ ຣັດເຊຍ

ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi, ຂວາ, ຈັບມືກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່ອນເຂົ້າສູ່ກອງປະຊຸມສອງຝ່າຍຂອງພວກທ່ານໃນເມືອງ Goa, ອິນເດຍ, 15 ຕຸລາ, 2016.
ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi, ຂວາ, ຈັບມືກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່ອນເຂົ້າສູ່ກອງປະຊຸມສອງຝ່າຍຂອງພວກທ່ານໃນເມືອງ Goa, ອິນເດຍ, 15 ຕຸລາ, 2016.

ອິນເດຍ ແລະ ຣັດເຊຍ ໄດ້ມີການຮ່ວມມືຢ່າງເລິກເຊິ່ງທາງເສດຖະກິດ ແລະ ທະຫານນຳ ກັນ, ໃນຂະນະທີ່ນະຄອນຫຼວງ ນິວເດລີ ໄດ້ສະແດງຄວາມເປັນຫ່ວງຂອງພວກເຂົາເຈົ້າ ກ່ຽວກັບ ລັດທິກໍ່ການຮ້າຍຂ້າມຊາຍແດນທີ່ກອງປະຊຸມສຸດຍອດຂອງປະເທດ ພື້ນຖານ ເສດຖະກິດເກີດໃໝ່ ຫຼື BRICS ໃນເມືອງ Goa ທີ່ຕັ້ງຢູ່ພາກຕາເວັນຕົກຂອງ ອີນເດຍນັ້ນ.

ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi ໄດ້ຈັດການເຈລະຈາກັບບັນດາຜູ້ ນຳ ຣັດເຊຍ ແລະ ຈີນ ໃນວັນເສົາວານນີ້ໃນກອງປະຊຸມຕ່າງຫາກຂອງບັນດາປະເທດພື້ນ ຖານເສດຖະກິດເກີດໃໝ່ ໄດ້ແກ່ ບຣາຊິລ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້.

ຫຼັງຈາກ ອິນເດຍ ແລະ ຣັດເຊຍ ໄດ້ເຊັນບັນລຸຂໍ້ຕົກລົງດ້ານການປ້ອງກັນປະເທດ ແລະ ພະລັງງານທີ່ມີມູນຄ່າຫຼາຍຕື້ໂດລາແລ້ວ, ທ່ານ Modi ກໍໄດ້ກ່າວວ່າ “ຜົນອອກມາທີ່ມີປະ ສິດທິຜົນຢ່າງສູງ ກ່ຽວກັບ ການປະຊຸມຂອງພວກເຮົາ ມັນໄດ້ສ້າງສາຍພົວພັນທີ່ມີລັກ ສະນະພິເສດ ແລະ ເປັນບູລິມະສິດຂອງພວກເຮົາຢ່າງຈະແຈ້ງ.”

ການເຈລະຈາຂອງທ່ານກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໄດ້ແນເປົ້າ ໃສ່ການຟື້ນຟູສາຍພົວພັນທີ່ປະກົດວ່າໄດ້ຈືດຈາງໄປໃນບໍ່ເທົ່າໃດປີທີ່ຜ່ານມາ ໃນຂະນະທີ່ ອິນເດຍ ໄດ້ສ້າງສາຍພົວພັນອັນເລິກເຊິ່ງກັບ ສະຫະລັດ ແລະ ຣັດເຊຍ ໄດ້ພັດທະນາ ການເຊື່ອມໂຍງທີ່ໃກ້ຊິດຂຶ້ນກັບ ຈີນ ແລະ ປາກິສຖານ.

ບັນດາຜູ້ນຳຂອງກຸ່ມປະເທດ BRICS ຈາກຊ້າຍຫາຂວາ ປະທານາທິບໍດີ ບຣາຊິລ ທ່ານ Michel Temer, ປະທານາທິບໍດີ ຈີນ ທ່ານ ສີ ຈິ່ນຜິງ, ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi, ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ແລະ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ Jacob Zuma ຢ່າງນຳກັນທີ່ກອງປະຊຸມສຸດຍອດຂອງພວກເພິ່ນໃນເມືອງ Goa, ອິນເດຍ. 15 ຕຸລາ 2016.

ຂໍ້ຕົກລົງ 16 ສະບັບທີ່ໄດ້ຖືກເຊັນກັນໂດຍ ນິວເດລີ ແລະ ມົສກູ ລວມມີການຜະລິດຮ່ວມ ເຮືອບິນເຮລີຄັອບເຕີຈຳນວນ 200 ລຳ. ນອກນັ້ນອິນເດຍ ຍັງຈະຊື້ເຮືອພິຄາດ Stealth Frigate ສຳລັບກອງທັບເຮືອຂອງພວກເຂົາເຈົ້າ ແລະ ລະບົບປ້ອງກັນອາກາດຕໍ່ຕ້ານ ລູກສອນໄຟທີ່ທັນສະໄມ ທີ່ມັນຈະຂະຫຍາຍການປ້ອງກັນປະເທດຂອງພວກເຂົາເຈົ້າ ຕາມເຂດຊາຍແດນຕິດກັບ ປາກິສຖານ ແລະ ຈີນ.

ໃນຂໍ້ຕົກລົງໃຫຍ່ສຸດຂອງພວກເຂົາເຈົ້າ, ບໍລິສັດນ້ຳມັນທີ່ໃຫຍ່ທີ່ສຸດຂອງ ຣັດເຊຍ, Rosneft, ໄດ້ເຊັນຂໍ້ຕົກລົງທີ່ຈະຊື້ຮຸ້ນສ່ວນຂະໜາດໃຫຍ່ໃນບໍລິສັດ Essar Oilfor ຂອງ ອິນເດຍ ປະມານ 13 ຕື້ໂດລານຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG