ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ປະເທດ ເສດຖະກິດ ພຸ່ງພົ້ນໃໝ່ ປະຊຸມກັນ ຢູ່ອາຟຼິກາໃຕ້ (ວີດິໂອ)

(ຊ້າຍຫາຂວາ) ທ່ານ Manmohan Singh, ນາຍົກອິນເດຍ, ທານ Xi Jinping, ປະທານປະເທດຈີນ, ທ່ານ Jacob Zuma, ປະທານາທິບໍດີອາຟຣິກາໃຕ້, ທ່ານນາງ Dilma Rousseff, ປະທານາທິບໍດີເບຣຊິນ ແລະທ່ານ Vladimir Putin ປະທານາທິບໍດີຣັດເຊຍ ຖ່າຍຮູບຮ່ວມກັນທີ່ກອງປະຊຸມສຸດຍອດຂອງກຸ່ມ BRICKS ທີ່ເມືອງທ່າ Durban ອາຟຣິກາໃຕ້ ໃນວັນທີ 27 ມີນາ 2013.

ຜູ້ນໍາຈາກ Brazil, ຣັດເຊຍ, ຈີນ, ອິນເດຍ, ແລະອາຟຣິກາໃຕ້
ກໍາລັງພົບປະ ກັນ ຢູ່ທີ່ເມືອງທ່າ Durban ຂອງອາຟຣິກາໃຕ້ ໃນວັນສຸດທ້າຍຂອງກອງປະຊຸມສຸດຍອດ ຂອງບັນດາ 5 ປະ
ເທດ ທີ່ມີເສດຖະກິດພຸ່ງພົ້ນໃໝ່ ທີ່ເອີ້ນວ່າ BRICKS.

ກອງປະຊຸມດັ່ງກ່າວ ແມ່ນແນໃສ່ແຜນການສ້າງຕັ້ງທະນາຄານ
ພັດທະນາຮ່ວມຂຶ້ນ ເພື່ອແຂ່ງກັບທະນາຄານໂລກ ແລະອົງການ
ກອງທຶນສາກົນ.

ກ່ອນໜ້າເປີດກອງປະຊຸມຢ່າງເປັນທາງການ ໃນວັນອັງຄານ
ວານນີ້ ລັດຖະມົນ ຕີກະຊວງການເງິນຈາກຈີນ ແລະ Brazil
ໄດ້ເຊັນສັນຍາ ໃຊ້ເງິນຂອງປະເທດຕົນເອງ ສຳລັບການຄ້າສອງຝ່າຍ. ປະເທດທັງສອງ
ແມ່ນມີຍອດການຄ້າຮ່ວມກັນຫລາຍໆສິບພັນລ້ານໂດລາ ໃນແຕ່ລະປີ.

ໃນຂະນະດຽວກັນ ປະທານາທິບໍດີ Jacob Zuma ຂອງອາຟຣິກາໃຕ້ໄດ້ພົບກັບຄູ່ຕໍາແໜ່ງ
ຝ່າຍຈີນ ທ່ານ Xi Jinping ເພື່ອເຊັນສັນຍາສອງຝ່າຍ ທີ່ເພັ່ງເລັງໃສ່ການຮ່ວມມື ດ້ານການ
ຄ້າ, ການທ່ອງທ່ຽວ, ການສຶກສາ ແລະສັງຄົມ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

BRICS Development Bank a Bridge to Opportunity in Africa
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ
XS
SM
MD
LG