ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອັງກິດ ເຈລະຈາກັບຝຣັ່ງ ຢ່າງຮີບດ່ວນ ເພື່ອຍົກເລີກຂໍ້ຈໍາກັດ ທີ່ກ່ຽວຂ້ອງກັບໄວຣັສ ໂຄໂຣນາ


ລົດຂົນສົ່ງສິນຄ້າຈອດຢູ່ຕາມທາງເລກທີ M20 ທີ່ຈະເຂົ້າໄປໃນອຸບໂມງທີ່ຕໍ່ໃສ່ຢູ່ໂຣບຢູ່ທີ່ເມືອງທ່າເຮືອ Dover ຂອງອັງກິດ
ລົດຂົນສົ່ງສິນຄ້າຈອດຢູ່ຕາມທາງເລກທີ M20 ທີ່ຈະເຂົ້າໄປໃນອຸບໂມງທີ່ຕໍ່ໃສ່ຢູ່ໂຣບຢູ່ທີ່ເມືອງທ່າເຮືອ Dover ຂອງອັງກິດ

ອັງກິດກາຍເປັນປະເທດທີ່ຖືກໂດດດ່ຽວຫລາຍຂຶ້ນ ໃນວັນຈັນວານນີ້ ຍ້ອນວ່າມີຫລາຍປະເທດເພີ່ມຂຶ້ ນຫ້າມສາຍການບິນທາງການຄ້າຂອງອັງກິດ, ການເດີນ ທາງຂອງລົດ ແລະລົດໄຟທີ່ຂ້າມຊ່ອງແຄບ ແລະການຂົນສົ່ງສິນຄ້າເນື່ອງຈາກວ່າມີການແຈ້ງເຕືອນຈາກສາກົນເພີ່ມຂຶ້ນ ກ່ຽວກັບໄວຣັສໂຄໂຣນາສາຍພັນໃໝ່ ທີ່ຕິດແປດໄວກວ່າເກົ່າ ທີ່ໄດ້ເກີດຂຶ້ນໃນນະຄອນລອນດອນ ແລະພາກໃຕ້ຂອງອັງກິດ.

ບັນດາປະເທດທີ່ໄດ້ວາງຂໍ້ຫ້າມໃນການເດີນທາງປະກອບມີຝຣັ່ງ, ເຢຍຣະມັນ, ອີຕາລີ, ສະວິດເຊີແລນ, ໂປແລນ, ແບລຈ້ຽມ, ອອສເຕຣຍ, ບຸລກາເຣຍ, ເນເທີແລນ, ຮົງກົງ, ອິນເດຍ ແລະການາດາ.

ບັນດານັກການເມືອງຂອງສະຫະລັດກໍ່ໄດ້ຊຸກຍູ້ ໃຫ້ຢຸດການບິນທັງໝົດຈາກອັງ ກິດມາອາເມຣິກາ. ຜູ້ປົກຄອງລັດນິວຢອກ, ທ່ານ ແອນດຣູ ໂຄໂມ (Andrew Cuomo) ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ລັດຖະບານກາງຫ້າມ ຫຼືຢ່າງໜ້ອຍກໍໃຫ້ມີຂໍ້ຈຳກັດການເດີນທາງທີ່ເຂັ້ມງວດຕໍ່ຊາວອັງກິດ. ທ່ານເຕືອນວ່າໄວຣັສສາຍພັນ ໃໝ່ທີ່ຕິດໄດ້ງ່າຍກວ່າເກົ່າ ສາມາດແຜ່ລາມໄປຫາລັດນິວຢອກ ນໍາຖ້ຽວບິນຫົກຖ້ຽວຕໍ່ມື້ ທີ່ມາຈາກອັງກິດ ທີ່ລົງຈອດຢູ່ ສະໜາມບິນ JFK.

ໃນວັນອາທິດຜ່ານມາ, ຝຣັ່ງໄດ້ເອົາບາດກ້າວທີ່ບໍ່ເຄີຍມີມາກ່ອນ ໃນການປິດຊາຍແດນຂອງຕົນຢ່າງສິ້ນເຊີງຕໍ່ອັງກິດ, ໃນເບື້ອງຕົ້ນແມ່ນເປັນເວລາ 48 ຊົ່ວໂມງ. ສະພາບການນັ້ນ ໄດ້ກີດຂວາງຜູ້ຂັບລົດຂົນສົ່ງສິນຄ້າຂອງອັງກິດ ບໍ່ໃຫ້ເຂົ້າໄປໃນຢູໂຣບແຜ່ນດິນໃຫຍ່ແລະກີດຂວາງພວກຂົນສົ່ງສິນຄ້າຂອງຢູໂຣບບໍ່ໃຫ້ສົ່ງໄປອັງກິດ, ຊຶ່ງເປັນການລົບກວນຕໍ່ລະບົບຕ່ອງໂສ້ການສະໜອງສິນຄ້າ ແລະເຮັດໃຫ້ອາດມີສະພາບຂາດແຄນ ອາຫານ ແລະຢາໃນອັງກິດໃນໄລຍະວັນພັກບຸນຄຣິສມາສ.

ໃນກອງປະຊຸມຖະແຫຼງຂ່າວໃນວັນຈັນວານນີ້, ນາຍົກລັດຖະມົນຕີອັງກິດ, ທ່ານບໍຣີສ ຈອນສັນ ໄດ້ຮຽກຮ້ອງໃຫ້ຊາວອັງກິດ ມີຄວາມສະຫງົບ, ໂດຍກ່າວວ່າ ການສະໜອງສິນຄ້າສ່ວນຫຼາຍແລ້ວ ແມ່ນມີເຂົ້າມາ ແລະສົ່ງອອກໄປນອກປະ ເທດຕາມປົກກະຕິ.

ທ່ານຈອນສັນ ກ່າວຕໍ່ໄປວ່າ “ຂ້າພະເຈົ້າຫາກໍ່ລົມກັບປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ (Emmanuel Macron), ແລະພວກເຮົາທັງສອງເຂົ້າ ໃຈບັນຫາຂອງກັນແລະກັນດີ ແລະຢາກແກ້ໄຂບັນຫາ” ໂດຍໄດ້ກ່າວເພີ້ມວ່າ ທ່ານເຂົ້າໃຈເຖິງຄວາມກັງວົນຂອງປະເທດເພື່ອນບ້ານຂອງອັງກິດ ແຕ່ກໍບອກວ່າ ມັນມີຄວາມສ່ຽງໜ້ອຍທີ່ຈະມີການຕິດພະຍາດໂດຍຜ່ານຄົນຂັບລົດບັນທຸກ.
ແຕ່ວ່າຮ້ານສັບພະສິນຄ້າ ທີ່ມີເຄືອຂ່າຍໃຫຍ່ແຫ່ງນຶ່ງຂອງອັງກິດໄດ້ເຕືອນວ່າ ການປິດລ້ອມອາດຈະເຮັດໃຫ້ເກີດການຂາດແຄນໝາກໄມ້ແລະຜັກສົດໃນທ້າຍອາທິດນີ້.

ອ່ານຂ່າວນນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG