ວັນນະສອນ: ສະບາຍດີ ມື້ນີ້ ວັນນະສອນດີໃຈດີໃຈ ແລະຍິ້ນ້ອຍ ຍິ້ມໃຫຍ່ ເພາະວ່າ
ໄດ້ມາຈັດພິເສດແລະມີຄວາມໝາຍ ທີ່າະແດງອອກເຖິງຄວາມຮັກ ຄວາມຫວ່ງໃຍ
ຄວາມເອົາໃຈໃສ່ ແລະຖະນຸຖະໜອມ ຈາກພໍ່ ທີ່ມີຕໍ່ລູກ ຄໍ່າຄືນນີ້ຊຶ່ງກົງກັບວັນພໍ່
ແຫ່ງຊາດໃນສະຫະລັດອາເມຣິກາ ວັນນະສອນຂໍຕາງໜ້າໃຫ້ຄະນະ VOA ຈັດມອບ
ເພງ “Through The Eyes Of My Father – A Father Song” ຂອງ
Brianna Hayes
ເພງ: “Through The Eyes Of My Father – A Father Song” - Brianna Hayes
ວັນນະສອນ: ຫວັງວ່າເພງທີ່ຫາກໍຈົບລົງໄປນັ້ນ ຄົງເຮັດໃຫ້ ບັນດາພໍ່ທັງຫຼາຍ ຍິ້ມນ້ອຍ
ຍິ້ມໃຫຍ່ ໜ້າຊື່ນຕາບານທີ່ວ່າ ຢ່າງນ້ອຍປີນຶ່ງ ຄັ້ງນຶ່ງ ກໍໄດ້ຈັດສະຫຼອງວັນພໍ່ ສ່ວນວັນແມ່
ນັ້ນກໍຫາຈັດສະຫຼອງໃຫ້ ໃນເດືອນແລ້ວນີ້ ແຕ່ວັນນະສອນວ່າ ຄວາມຈິງແລ້ວວ່າ ວັນພໍ່
ວັນແມ່ ນັ້ນ ກໍຢູ່ໃນໃຈພວກລູກໆສະເໝີ ແລະຮັບຮູ້ວ່າ ທັງຮັກ ທັງເຄົາຣົບ ແລະບູຊາ ເໜືອເກົ້າເໜືອຫົວຢູ່ແລ້ວ ເອົາ ໃສຟັງເພງຂອງ Paul Overstreet ກ່ອນ ເພື່ອມອບ
ໃຫ້ແທນຄວາມຮູ້ສຶກດີໆຢ່າງເຕັມປ່ຽມຕໍ່ບິດາໃນຄວາມຮັກແລະຫວັງດີ ດູແລ ຫ່ວງໃຍ ແລະເອົາໃຈໃສ່ພວກລູກໆສະເໝີແດັ່ງເພງນີ້
ເພງ: “Seeing My Father In Me” – Paul Overstreet
ວັນນະສອນ: ຈິງໆແລ້ວ ວັນນະສອນຢາກຈະມີເວລາແບບວ່າ 24 ຊົ່ວໂມງມາເປີດເພງ
ໃຫ້ຟັງ ມາໂອ້ລົມທັກທາຍຊາວລາວດ້ວຍກັນ ບໍ່ວ່າຈະຢູ່ໃສໃນໂລກ ວັນນະສອນ ຂໍຖືຕາງໜ້າໃຫ້ແທນລູກໆໝົດທຸກໆຄົນ ສົ່ງຄວາມສຸກ ສົ່ງຄວາມຮູ້ສຶກທີ່ດີຄວາມຮັກ
ຄວາມກະຕັນຍູກະຕະທີ ມອບແດ່ ບັນດາພໍ່ ທີ່ຄອຍເອົາໃຈໃສ່ດູແລ ລ້ຽງລູກໃຫ້
ເຕີບໃຫຍ່ເປັນທີ່ໜ້າຮັກແລະຊື່ນຊົມຊອງຜູ້ຄົນທີ່ໄດ້ພົບເຫັນ ຂໍວິ້ງວອນພຣະສິລັດຕະ
ນະໄຕ ຈົ່ງປົກປັກຮັກສາ ແລະຄຸ້ມຄອງໃຫ້ບັນດາພໍ່ ຈົ່ງມີອາຍຸໝັ້ນຂັວນຍືນຄຽງຄູ່ກັບ
ພວກລູກທຕະຫຼອດໄປ ຕາບນານເທົ່ານານ ແລະຂໍອໍາລາທ່ານດ້ວຍເພງຂອງ
Holly Dunn ໃນບົດເພງ “Daddy’s Hands.” ພົບກັນໃໝ່ໃນສັບປະດາໜ້າ
ນອນຫຼັບຝັນຫວານ
ເພງ: “Daddy’s Hands” - Holly Dunn