ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງອັງກິດ ຕັດສິນວ່າ ການຖອນຕົວ ຈາກອີຢູ ຕ້ອງໄດ້ຮັບອະນຸຍາດ ຈາກສະພາ


ທ່ານນາງ Gina Miller ກ່າວຢູ່ນອກສານສູງຂອງອັງກິດ. (ວັນທີ 3 ພະຈຶກ 2016)
ທ່ານນາງ Gina Miller ກ່າວຢູ່ນອກສານສູງຂອງອັງກິດ. (ວັນທີ 3 ພະຈຶກ 2016)

ສານ​ສູງ​ຂອງ​ອັງກິດ ​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ ໃຫ້​ແກ່​ພວກ​ທີ່​ສະໜັບສະໜຸນ​ອັງກິດ ​ໃຫ້​ຖອນ​ຕົວອອກ​ຈາກ​ສະຫະພາບ​ຢູ​ໂຣບໂດຍ​ຕັດສິນ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ລັດຖະບານ​ຕ້ອງ​ໄດ້​ປຶກສາ​ຫາລື​ກັບ​ສະພາ ກ່ອນທີ່​ຈະ​ເລີ້ມການຖອນ​ຕົວ​.

ພວກ​ສະ​ເໜີ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ດັ່ງກ່າວຊຶ່ງ​ມີ​ຂຶ້ນ​ໃນ​ການ​ລົງປະຊາ​ມະຕິ​ຂອງຜູ້​ມີ​ສິດ​ປ່ອນ​ບັດ​ເມື່ອ​ເດືອນ​ມິຖຸນາ​ຜ່ານ​ມາ ກ່າວ​ວ່າ ຕົນ​ຈະ​ຂໍ​ອຸທອນ​ຕໍ່​ການ​ຕັດສິນທີ່​ວ່າ​ນີ້.

ນາຍົກລັດຖະມົນຕີ Theresa May ກ່າວ​ວ່າ ທ່ານ​ນາງ​ຈະ​ນຳ​ໃຊ້​ມາດຕາ 50 ຂອງ​ສົນທິ ສັນຍາລິ​ສບອນ ​ໃນ​ເດືອນ​ມີນາ ​ເພື່ອ​ລິ​ເລີ້ມຂັ້ນຕອນ​ໃນ​ການ​ຖອນ​ຕົວ ​ແລະ​ເລີ້ມການ​ເຈ ລະຈາ​ເພື່ອ​ຍຸຕິ​ການ​ເປັນ​ສະມາຊິກ​ຂອງ​ອັງກິດ​ໃນ​ສະຫະພາບ​ຢູ ໂຣບ.

ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May ຕອບຄຳຖາມສື່ມວນຊົນ.
ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May ຕອບຄຳຖາມສື່ມວນຊົນ.

ການ​ຕັດສິນ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ຜິດ​ຫວັງ​ໃຫ້​ແກ່​ທ່ານ​ນາງ May ​ແລະ​ເວລາ​ນີ້​ໄດ້​ກໍ່​ໃຫ້​ເກີດ​ມີ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ​ຜູ້ນຳ​ອັງກິດຈະ​ສາມາດ​ຈັດຕັ້ງ​ປະຕິບັດ ​ໄດ້​ທັນຕາມ​ກຳນົດ​ເວ ລາ​ຫຼືບໍ່.

ທີ່​ທຳນຽບນາຍົກລັດຖະມົນຕີ ປະຕິກິລິຍາ​ແມ່ນ​ວ່ອງ​ໄວ. ​ໂຄສົກ​ຂອງ​ນາຍົກລັດຖະມົນຕີ​ ກ່າວ​ວ່າ ທ່ານ​ນາງ May ຍັງ​ເຊື່ອ​ວ່າ ທ່ານ​ນາງ​ສາມາດ​ນຳ​ໃຊ້​ມາດຕາ 50 ພາຍ​ໃນ​ທ້າຍ​ເດືອນ​ມີນາ. ລັດຖະບານ​ຂອງ​ທ່ານ​ນາງ ມີ​ແຜນ​ທີ່​ຈະ​ຂໍ​ອຸທອນການ​ຕັດສິນ​ຕໍ່​ສານ​ສູງ​ສຸດໃນ​ເດືອນ​ທັນວາ. ​ໂຄສົກ​ກ່າວ​ວ່າ “ພວກ​ເຮົາ​ບໍ່ມີ​ຄວາມຕັ້ງ​ໃຈ​ທີ່​ຈະ​ປ່ອຍ​ໃຫ້​ສິ່ງ​ນີ້ທຳລາຍ​ກຳນົດ​ເວລາ​ຂອງ​ພວກ​ເຮົາ.”

ນັກທຸລະກິດການເງິນ Gina Miller ນຶ່ງໃນພວກທີ່ຟ້ອງ ເພື່ອທ້າທາຍຕໍ່ການຖອນຕົວ ຈາກອີຢູຂອງອັງກິດ ອອກຈາກສານສູງ ທີ່ລອນດອນ. (ວັນທີ 3 ພະຈິກ 2016)
ນັກທຸລະກິດການເງິນ Gina Miller ນຶ່ງໃນພວກທີ່ຟ້ອງ ເພື່ອທ້າທາຍຕໍ່ການຖອນຕົວ ຈາກອີຢູຂອງອັງກິດ ອອກຈາກສານສູງ ທີ່ລອນດອນ. (ວັນທີ 3 ພະຈິກ 2016)

ສ່ວນ​ພວກ​ຄັດຄ້ານ​ຕໍ່​ການ​ຖອນ​ຕົວ​ຂອງ​ອັງກິດ ​ກ່າວ​ອ້າງ​ວ່າ ຄວາມ​ຕັ້ງ​ໃຈ​ຂອງ​ນາຍົກ ລັດຖະມົນຕີ May ທີ່​ຈະ​ນຳ​ໃຊ້​ມາດຕາ 50 ​ຕາມ​ລຳພັງ​ນັ້ນ​ ແມ່ນ​ຂັດ​ກັບ ລັດຖະທຳ​ມະ ນູນແລະ​ຂັ້ນຕອນດັ່ງກ່າວ ຄວນ​ເລີ້ມຂຶ້ນກໍ​ຕໍ່​ເມື່ອ​ຫຼັງຈາກ​ນຳ​ເອົາ​ເລື້ອງນີ້ ຂຶ້ນສະ​ເໜີ​ຕໍ່​ສະພາ​.

​ໃນ​ທາງ​ຫລັກການ​ແລ້ວ ສານ​ແມ່ນ​ເຫັນ​ພ້ອມ​ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG