ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ພາບ​ຢູ​ໂຣບ ອະ​ນຸ​ຍາດ ໃຫ້​ເລື່ອນ​ເວ​ລາ ໃນ​ການ​ຖອນ​ຕົວ ​ອອກ​ຈາກ ອີ​ຢູ ຂອງ​ອັງ​ກິດ ຮອດ​ວັນ​ທີ 31 ມັງ​ກອນ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ກ່າວ​ຖະ​ແຫລງ ໃນ​ສະ​ພາ​ຕ່ຳ ຫຼື House of Commons ຂອງ​ອັງ​ກິດ ຫຼັງ​ຈາກ​ໄດ້​ມີ​ການ​ອະ​ພິ​ປາຍ ໃນ​ຮ່າງ​ກົດ​ໝາຍ ວ່າ​ດ້ວຍ ຂໍ້​ຕົກ​ລົງ ​ການ​ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣ​ບ, ໃນ​ນະ​ຄອນຫຼວງ ລອນດອນ, ​ວັນ​ທີ 22 ຕຸ​ລາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ກ່າວ​ຖະ​ແຫລງ ໃນ​ສະ​ພາ​ຕ່ຳ ຫຼື House of Commons ຂອງ​ອັງ​ກິດ ຫຼັງ​ຈາກ​ໄດ້​ມີ​ການ​ອະ​ພິ​ປາຍ ໃນ​ຮ່າງ​ກົດ​ໝາຍ ວ່າ​ດ້ວຍ ຂໍ້​ຕົກ​ລົງ ​ການ​ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣ​ບ, ໃນ​ນະ​ຄອນຫຼວງ ລອນດອນ, ​ວັນ​ທີ 22 ຕຸ​ລາ 2019.

ສະ​ຫະ​ພາບ ຢູ​ໂຣບ ໄດ້​ຕົກ​ລົງ​ທີ່​ຈະ​ເລື່ອນ​ Brexit ໄປ​ຈົນ​ຮອດ​ວັນ​ທີ 31 ມັງ​ກອນ​ຂອງ​ປີ​ໜ້າ, ອີງ​ຕາມ​ການ​ກ່າວ​ຂອງ​ປະ​ທານ​ສ​ະ​ຫະ​ພາບ ຢູ​ໂຣບ ໃນ​ວັນ​ຈັນ​ມື້ນີ້.

ທ່ານ ດໍ​ໂນ​ລ ທັ​ສ ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິດ​ເຕີ​ວ່າ “27 ປະ​ເທດສະ​ຫະ​ພາບ​ຢູ​ໂຣບ ໄດ້​ຕົກ​ລົງ​ວ່າ ເຂົາ​ເຈົ້າ​ຈະ​ຮັບ​ເອົາ​ການ​ຂໍ​ຮ້ອງ​ຂອງ ອັງ​ກິດ ສຳ​ລັບ​ການ​ຕໍ່​ເວ​ລາ​ທີ່​ປ່ຽນ​ແປງ​ໄດ້​ຂອງ Brexit” ເຊິ່ງ​ໝາຍ​ຄວາມ​ວ່າ ອັງ​ກິດ ສາ​ມາດ​ອອກ​ກ່ອນ​ໄດ້​ຖ້າ​ສະ​ພາ​ແຫ່ງ​ຊາດ​ຂອງ​ເຂົາ​ເຈົ້າ​ ໃຫ້​ສັດ​ຕະ​ຍາ​ບັນ​ຕໍ່​ຮ່າງ​ກົດ​ໝາຍ​ການ​ແຍກ​ຕົວ​ກັບ​ສະ​ຫະ​ພາບ ຢູ​ໂຣບ.

ການ​ຕັດ​ສິນ​ໃຈ ກ່ຽວ​ກັບ “ການ​ຕໍ່​ເວ​ລາ​ທີ່​ປ່ຽນ​ແປງ​ໄດ້” ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ປະ​ຊຸມ 30 ນາ​ທີ​ຂອງ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ສະ​ມ​າ​ຊິກ 27 ປະ​ເທດ​ໃນ​ກຸ່ມ​ຢູ່​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບລ​ຈຽມ ຫຼັງ​ຈາກ ຝ​ຣັ່ງ ໄດ້​ຖອນ​ການ​ຄັດ​ຄ້ານ​ຂອງ​ເຂົາ​ເຈົ້າ​ທີ່​ໄດ້​ກີດ​ກັ້ນ​ການ​ຕັດ​ສິນ​ໃຈ​ໃນ​ອາ​ທິດ​ແລ້ວນີ້.

ການ​ເລື່ອນ​ເວ​ລາ Brexit ທຸກ​ຄັ້ງ​ຈະ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ຢ່າງ​ເປັນ​ເອ​ກະ​ສັນ​ໂດຍ​ບັນ​ດາ​ປະ​ເທດ ສະ​ຫະ​ພາບ ຢູ​ໂຣບ ເທົ່າ​ນັ້ນ.

ການ​ເລື່ອນ​ເວ​ລາ​ຄັ້ງ​ທີ​ສາມ ແລະ ອາດ​ເປັນ​ຄັ້ງ​ສຸດ​ທ້າຍ​ຂອງ Brexit ນັ້ນ, ແນວ​ໃດ​ກໍ​ຕາມ, ຈະ​ມີ​ຂຶ້ນ​ດ້ວຍ​ເງື່ອນ​ໄຂ​ຕ່າງໆ, ລວມ​ມີ ການ​ປະ​ຕິ​ເສດ​ທີ່​ຈະ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ຂອງ​ເຂົາ​ເຈົ້າ​ຄືນ ແລະ ອະ​ນຸ​ຍາດ​ໃຫ້​ບັນ​ດາ​ສະ​ມາ​ຊິກ ສະ​ຫະ​ພາບ​ຢູ​ໂຣບ ປະ​ຊຸມ​ກັນ​ໂດຍ​ປາ​ສະ​ຈາກ ອັງ​ກິດ ເພື່ອ​ປຶກ​ສາ​ຫາ​ລື​ອະ​ນາ​ຄົດ​ຂອງ​ກຸ່ມ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG