ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນ. ​ຍ. ​ອັງ​ກິດ​ຜັກ​ດັນໃຫ້​ມີ ​ການ​ເລືອກ​ຕັ້ງທົ່ວ​ໄປ ເຖິງ​ແມ່ນ​ທ່ານ ຈະ​ປ​ລາ​ໄຊ​ຫລ​າຍ​ຄັ້ງແລ້ວ ​ກໍ​ຕາມ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ ບໍ​ຣິ​ສ ຈອນ​ສັນຍ່າງ​ກັບ​ເຂົ້າ​ໄປ​ໃນ​ຕຶກ 10 Downing Street ຫລັງ​ຈາກ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ແກ່​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ຂອງ​ສະ​ຫະ​ລັດ ໃນ​ນະ​ຄອນລອນດອນ ໃນ​ວັນ​ທີ 5 ກັນ​ຍາ, 2019
ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ ບໍ​ຣິ​ສ ຈອນ​ສັນຍ່າງ​ກັບ​ເຂົ້າ​ໄປ​ໃນ​ຕຶກ 10 Downing Street ຫລັງ​ຈາກ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ແກ່​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ຂອງ​ສະ​ຫະ​ລັດ ໃນ​ນະ​ຄອນລອນດອນ ໃນ​ວັນ​ທີ 5 ກັນ​ຍາ, 2019

ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ ບໍ​ຣິ​ສ ຈອນ​ສັນ (Boris Johnson) ໃນ​ວັນ​ພະ​ຫັດ​ວານນີ້ ສືບ​ຕໍ່ ຜັກດັນ​ໃຫ້​ມີ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນ​ກຳ​ນົດ, ເຖິງ​ແມ່ນ​ວ່າ​ຈະ​ປະ​ເຊີນ​ກັບ​ຄວາມ​ປະ​ລາ​ໄຊ​ຫລາຍ​ຄັ້ງ​ຢູ່​ໃນ​ລັດ​ຖະ​ສະ​ພາ​ ແລະ​ການ​ລາ​ອອກ​ຢ່າງ​ກະ​ທັນ​ຫັນ​ຂອງ​ນ້ອງ​ຊາຍ​ຂອງ​ທ່ານ​ຈາກ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີທີ່ໃໝ່ ແລະ​ຈາກ​ລັດ​ຖະ​ສະ​ພາກໍ​ຕາມ.

ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ໃນ​ເມືອງ ຢອກ​ຊາຍ (Yorkshire) ນັ້ນ ທ່ານ​ຈອນ​ສັນ (Johnson) ຢືນ​ຢັດ​ວ່າຈະ​ຕ້ອງມີການ​ເລືອກ​ຕັ້ງ​ຢ່າງ​ກະ​ທັນ​ຫັນເພື່ອ​ໃຫ້​ພວກ​ລົງ ຄະ​ແນນ​ສາ​ມາດ​ຕັດ​ສິນ​ໃຈໄດ້​ວ່າ ຈະ​ອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ​ໂດຍ​ມີ​ ຫລືບໍ່ ຂໍ້​ຕົກ​ລົງ ໃນ​ວັນ​ທີ 31 ຕຸ​ລາ ທີ່​ຈະ​ມາ​ເຖິງນີ້.

ເມື່ອ​ຖືກ​ຖາມ​ວ່າ ທ່ານ​ຈະ​ຂໍ​ ສະ​ຫະ​ພາບ​ຢູ​ໂຣບໃຫ້​ຍືດ​ກຳ​ນົດເວ​ລາ​ໃນ​ການ​ເອົາ​ອັງ​ກິດ​ອອກ ຫລື Brexit ນັ້ນ ທ່ານ​ຈອນ​ສັນ (Johnson) ເວົ້າ​ວ່າ "ໃຫ້ຂ້າ​ພະ​ເຈົ້າໄປມຸດ​ລົງ​ຮ່ອງ​ນ້ຳ​ຈະ​ດີກວ່າ," ໂດຍ​ກ່າວ​ເພີ້ມ​ອີກວ່າ ການ​ຊັກ​ຊ້າ​ໄປ "ຈະ​ບໍ່​ເຮັດ​ໃຫ້​ບັນ​ລຸຫຍັງ​ເລີຍ​ຈັກ​ໜ້ອຍ​ເລີຍ."

​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຕຳ​ໜິ​ພວກ​ທີ່​ເປັນ​ຝ່າຍ​ຄັດ​ຄ້ານທາງ​ການ​ເມືອງ​ຂອງ ທ່ານ​ວ່າ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ນິ​ຕິ​ກຳ​ທີ່​ຈະ "ທຳ​ລາຍ​ອຳ​ນາດ​ໃນ​ການ​ເຈ​ລະ​ຈາ​ຂອງ​ພວກ​ເຮົາ" ແລະ​ຍອມ​ຍົກເອົາ "ອຳ​ນາດ​ຂອງ​ປະ​ຊາ​ຊົນ​ອັງ​ກິດ" ມອບໃຫ້​ແກ່ອີ​ຢູ (EU).
ຄຳ​ເວົ້າ​ຂອງ​ທ່ານ​ຈອນ​ສັນ (Johnson) ມີ​ຂຶ້ນ​ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ​ນ້ອງ​ຊາຍ​ຂອງ​ທ່ານຂຽ​ນ​ລົງ​ໃນ​ທວີ​ດ​ເຕີ​ວ່າ ການ​ລາ​ອອກ​ຂອງ​ຜູ້​ກ່ຽວແມ່ນ​ເປັນ​ຍ້ອນມີການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ຄອບ​ຄົວ ແລະ​ປະ​ເທດອັງ​ກິດ.

ທ່ານ​ໂຈ ​ຈອນ​ສັນ (Jo Johnson) ເວົ້າ​ວ່າ "ຢູ່​ໃນ​ອາ​ທິດມໍ່ໆ​ມານີ້ ຂ້າ​ພະ​ເຈົ້າ ບໍ່ຮູ້ວ່າ​ຈະ​ເອົາ​ອັນ​ໃດ​ດີ ລະ​ຫວ່າງຄວາມ​ຈົງ​ຮັກ​ພັກ​ດີຕໍ່ຄອບ​ຄົວ ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ -- ຊຶ່ງ​ເປັນ​ຄວາມ​ເຄັ່ງ​ຕຶງ​ທີ່ບໍ່​ສາ​ມາດ​ແກ້​ໄຂ​ໄດ້; ມັນ​ເຖິງ​ເວ​ລາ​ທີ່​ຄົນ​ອື່ນ​ຈະ​ເຂົ້າມາ​ເຮັດ​ບົດ​ບາດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ນາມ ສະ​ມາ​ຊິກ​ສະ​ພາ ແລະ ລັດຖະ​ມົນ​ຕີ."

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ໃນ​ທັນ​ທີ​ທັນ​ໃດ​ເທື່ອ​ວ່າ ທ່ານ​ໂຈ ​ຈອນ​ສັນ (Jo Johnson) ຈະ​ອອກ​ຈາກ​ລັດ​ຖະ​ສະ​ພາ​ໃນ​ທັນ​ທີ​ທັນ​ໃດ ຫລືບໍ່​ຫາ​ທາງ​ທີ່​ຈະ​ໃຫ້​ຖືກ​ເລືອກ​ຕັ້ງ ຄືນ​ໃໝ່​ບໍ່.

ການ​ລາ​ອອກ​ຂອງ​ທ່ານໂຈ​ ຈອນ​ສັນມີ​ຂຶ້ນ​ພາຍ​ຫລັງ​ທີ່​ອ້າຍ​ທ່ານ​ໄດ້​ໄລ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ 21 ຄົນອອກພັກ​ອາ​ນຸ​ລັກ​ນິ​ຍົມ ທີ່​ຍັງ​ຖືກ​ແບ່ງ​ແຍກ​ກັນ​ຍ້ອນ ຍຸດ​ທະ​ສາດຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີໃນ​ການ​ຖອນ​ຕົວອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ໃນ​ວັນ​ທີ 31 ຕຸ​ລາ ໂດຍ​ບໍ່​ກ່ຽວ​ຂ້ອງວ່າ​ຈະ​ມີ ຫລືບໍ່​ມີ​ຂໍ້​ຕົກ​ລົງ​ກໍ​ຕາມ.


ທ່ານບໍ​ຣິ​ສ ຈອນ​ສັນ (Boris Johnson) ຍັງ​ໄດ້​ປະ​ເຊີນ​ກັບ​ຄ​ວາມ​ປະ​ລາ​ໄຊ ໃນ​ດ້ານ​ນຶ່ງ​ອີກ ໃນ​ວັນ​ພຸດ​ວານນີ້ ເມື່ອ​ສະ​ພາ​ຕ່ຳ ຫລື House of Commons ໄດ້​ລົງ​ຄະ​ແນນ​ສຽງ​ໃຫ້​ເອົາ​ມາດ​ຕະ​ການ​ທີ່​ບັງ​ຄັບ​ໃຫ້​ລັດ​ຖະ​ບານ ຂໍອີ​ຢູ (EU) ໃຫ້​ເລື່ອນ​ການ​ເອົາ​ອັງ​ກິດ​ອອກ (Brexit) ໄປ​ອີກ 3 ເດືອນ ຖ້າ​ຫາກບໍ່​ມີ​ຂໍ້​ຕົກ​ລົງ​ໃນ​ການ​ອອກ​ຈ​າກ​ກຸ່ມ​ໃນ​ວັນ​ທີ 31 ຕຸ​ລາ​ຕາມ​ກຳ​ນົດ​ເສັ້ນ​ຕາຍ​ຂອງ​ທ່ານ ຈອນ​ສັນ (Johnson).

ນີ້​ເປັນ​ການ​ປ​ລາ​ໄຊ​ໃຫຍ່​ຄັ້ງ​ທີ 3 ແລ້ວໃນ​ການ​ເອົາ​ອັງ​ກິດ​ອອກຈາກ​ອີ​ຢູ ຫລື Brexit ໃນ​ເວ​ລາສອງມື້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG